ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ນັກລົບເກົ່າສະຫະລັດ ຊ່ອຍຫວຽດນາມ ຊອກຫາຂຸມຝັງສົບ


ແຜນທີ່ຫວຽດນາມ
ແຜນທີ່ຫວຽດນາມ

ກອງທັບຫວຽດນາມກ່າວວ່າ
ພວກນັກລົບເກົ່າອະເມຣິກັນ
ໃນປາງສົງຄາມ ຫວຽດນາມ
ໄດ້ຊ່ອຍຊີ້ບອກບ່ອນຢູ່ຂອງ
ຂຸມຝັງສົບຂະໜາດໃຫຍ່ ທີ່
ບັນຈຸສົບທະຫານຄອມມູນິສ
ຫວຽດນາມ 81 ຄົນທີ່ເສຍ
ຊີວິດໃນການສູ້ລົບກັນ ເມື່ອ 40 ປີກ່ອນ.

ໂຄສົກຄົນນຶ່ງ ຂອງກອງທັບຫວຽດນາມກ່າວວ່າ ເປັນທີ່ເຊື່ອກັນວ່າ ພວກທະຫານເຫຼົ່ານີ້
ໄດ້ເສຍຊີວິດໃນເດືອນມີນາ ປີ 1968 ໃນການບຸກໂຈມຕີຖານທັບແຫ່ງນຶ່ງຂອງສະຫະລັດ
ທີ່ແຂວງ Kon Tum ໃນພາກກາງຂອງຫວຽດນາມ.

ເຈົ້າໜ້າທີ່ເວົ້າວ່າ ໃນເວລາຫຼາຍທົດສະວັດຕໍ່ມາພວກນັກລົບເກົ່າອະເມຣິກັນທີ່ເຄີຍປະຈຳ
ການຢູ່ຖານທັບດັ່ງກ່າວ ໄດ້ມອບແຜນທີ່ ໃຫ້ແກ່ພວກເຈົ້າໜ້າທີ່ຫວຽດນາມ ກ່ຽວກັບຂຸມ
ຝັງສົບທີ່ວ່ານີ້.

ພັນໂທ Tran Van Khanh ກ່າວຕໍ່ອົງການຂ່າວ ເອພີວ່າ ຊາກກະດູກ ຂອງທະຫານ
ຫວຽດນາມ 4 ຄົນທີ່ທະຫານອະເມຣິກັນ ​ໄດ້​ເອົາ​ໄປຝັງ​ໄວ້ນັ້ນ ໄດ້ຖືກພິສູດແລະກໍສົ່ງ
ມອບໃຫ້ແກ່ທາງຄອບຄົວຂອງພວກກ່ຽວໄປແລ້ວ. ສ່ວນຊາກກະດູກຂອງທະຫານອີກ
77 ຄົນ ທີ່ບໍ່ສາມາດພິສູດໄດ້ນັ້ນໄດ້ຖືກນຳໄປຝັງທີ່ສຸສານທະຫານໃນເຂດທ້ອງຖິ່ນ ໃນ
ມື້ວັນພຸດວານນີ້.

ມີຊາວອະເມຣິກັນ 58,000 ກວ່າຄົນແລະຊາວຫວຽດນາມປະມານ 3 ລ້ານຄົນໄດ້ເສຍ
ຊີວິດຢູ່ໃນການ​ສູ້​ລົບທີ່​ເອີ້ນກັນໃນຫວຽດນາມວ່າເປັນສົງຄາມຂອງອາເມຣິການັ້ນ. ສະ
ຫະລັດລະບຸວ່າ ມີຊາວອະເມຣິກັນປະມານ 1,800 ຄົນຍັງຫາຍສາບສູນ. ສ່ວນຫວຽດ
ນາມກ່າວວ່າ ມີຊາວຫວຽດນາມປະມານ 300,000 ຄົນຍັງຊອກຄົ້ນຫາບໍ່ທັນ
ພໍ້ເທື່ອ ໃນບັນຫາຂັດແຍ້ງດັ່ງກ່າວນີ້.

ວໍຊິງຕັນແລະຮ່າໂນ່ຍ ໄດ້ສ້າງຕັ້ງຄວາມສຳພັນທາງດ້ານການທູດ ໃນຊຸມປີ 1990 ແລະ
ໃນເວລານີ້ພວມຮ່ວມມືກັນໃນການຊອກຄົ້ນຫາທະຫານທີ່ຫາຍສາບສູນໄປໃນລະຫວ່າງ
ການປະຕິບັດງານນັ້ນ.

XS
SM
MD
LG