ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ພຶດສະພາ ໒໐໒໔

ຫວຽດນາມ ຕ້ອງສ້າງ ຄວາມກ້າວໜ້າ ດ້ານສິດທິມະນຸດ


ແຜນທີ່ຫວຽດນາມ
ແຜນທີ່ຫວຽດນາມ
ນັກການທູດອະວຸໂສທ່ານນຶ່ງຂອງສະຫະລັດກ່າວວ່າ ຫວຽດນາມ
ຕ້ອງໄດ້ສະແດງໃຫ້ເຫັນເຖິງຄວາມກ້າວໜ້າກ່ຽວກັບການເຄົາລົບ
ນັບຖືສິດທິມະນຸດ ພາຍໃນໄລຍະ ສອງສາມເດືອນຂ້າງໜ້ານີ້ ຖ້າ
ປະເທດດັ່ງກ່າວຫາກຢາກລົງເລິກຄວາມສຳພັນກັບສະຫະລັດຊຶ່ງ
ເປັນສັດຕູເກົ່າ ໃນປາງສົງຄາມນັ້ນ.

ໃນການໃຫ້ສຳພາດພິເສດແກ່ວີໂອເອນັ້ນ ຮອງລັດຖະມົນຕີຊ່ອຍ
ວ່າການກະຊວງຕ່າງປະເທດສະຫະລັດຮັບຜິດຊອບໃນເລື່ອງປະ
ຊາທິປະໄຕ ສິດທິມະນຸດ ແລະ ແຮງງານ ທ່ານ Scott Busby
ກ່າວວ່າ ທ່ານໄດ້ຢໍ້າເຖິງຄວາມສຳຄັນກ່ຽວກັບເລື່ອງສິດທິມະນຸດ ຕໍ່ເຈົ້າໜ້າທີ່ຫວຽດນາມໃນລະຫວ່າງເດີນທາງໄປຫວຽດນາມ ໃນ
ສັບປະດາແລ້ວນີ້.

ທ່ານ Busby ໄດ້ໄປຢ້ຽມຢາມຫວຽດນາມແຕ່ວັນທີ 29 ຕຸລາຫາວັນທີ 2 ພະຈິກໂດຍໄດ້ເດີນ ທາງໄປນະຄອນຫຼວງຮາໂນ່ຍແລະນະຄອນໂຮ່ຈິມິນເພື່ອພົບປະກັບພວກຜູ້ຕາງໜ້າຂອງລັດ ຖະບານ ແລະບັນດາກຸ່ມສັງຄົມພົນລະເຮືອນ.

ໃນການໃຫ້ສຳພາດແກ່ວີໂອເອ ໃນວັນພຸດວານນີ້ ທ່ານ Busby ເວົ້າວ່າ ສະຫະລັດຢາກໃຫ້ ຫວຽດນາມສະແດງຮ່ອງຮອຍໃຫ້ເຫັນ ກ່ຽວກັບຄວາມກ້າວໜ້າ ໃນເລື່ອງສິດທິມະນຸດ ໃນໄລ
ຍະໃກ້ໆນີ້.
XS
SM
MD
LG