ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຝຶກແອບ ຂອງກອງທັບເຮືອ ຫວຽດນາມ ຮ່ວມກັບ ສະຫະລັດ


ຜູ້ບັນຊາການກອງທັບເຮືອທີ 7 ຂອງສະຫະລັດ ພົນເຮືອໂທ Scott Swift ຈັບມືຖາມສະບາຍດີພວກນາຍທະຫານເຮືອຂອງກອງທັບເຮືອ ປະຊາຊົນຫວຽດນາມ ໃນລະຫວ່າງພິທີເປີດການແລກປ່ຽນ ປະຈຳປີ ທີ່ເມືອງດານັງ (23 ເມສາ 2012)
ຜູ້ບັນຊາການກອງທັບເຮືອທີ 7 ຂອງສະຫະລັດ ພົນເຮືອໂທ Scott Swift ຈັບມືຖາມສະບາຍດີພວກນາຍທະຫານເຮືອຂອງກອງທັບເຮືອ ປະຊາຊົນຫວຽດນາມ ໃນລະຫວ່າງພິທີເປີດການແລກປ່ຽນ ປະຈຳປີ ທີ່ເມືອງດານັງ (23 ເມສາ 2012)

ຫວຽດນາມແລະສະຫະລັດ ເລີ່ມທຳການແລກປ່ຽນປະຈຳປີ ດ້ານກອງທັບເຮືອ ໃກ້ໆອະດີດ ຄ້າຍທະຫານແຫ່ງນຶ່ງ ຂອງສະຫະລັດ ຂະນະທີ່ຄວາມເຄັ່ງຕຶງ ກ່ຽວກັບການອ້າງກຳມະສິດ ກວມກັນ ເອົາເຂດນໍ້າແດນດິນໃນທະເລຈີນໃຕ້ ເພີ່ມທະວີຄວາມຮ້າຍແຮງຂຶ້ນ. Marianne Brown ມີລາຍງານເລື່ອງນີ້ ຈາກຮ່າໂນ່ຍ

ລາຍການ​ຝຶກ​ແອບ​ໃນ​ການ​ຊ່ອຍ​ກູ້​ໄພ​ເຮືອ​ທີ່​ປະສົບ​ອຸບັດ​ຕິ​ເຫດ​ແລະ​ການ​ໃຫ້ຄວາມຊ່ອຍ​ເຫຼືອ
ຜູ້​ປະສົບ​ໄພພິບັດຕ່າງໆ ຕະຫຼອດທັງ​ການສະ​ແດງ​ຂອງ​ກອງ​ດຸຣິຍາງຂອງ​ພວກ​ທະຫານ​ໃນ​ມື້​
ເປີດ​ການແລກປ່ຽນ​ກັນ ​ເມື່ອວັນ​ຈັນ​ຜ່ານ​ມາ​ນີ້ ​ເຮັດ​ໃຫ້ໝາຍ​ກຳນົດ​ການ​ຕ່າງໆທີ່​ເມືອງ​ດາ​ນັງ
ເບິ່ງ​ຄື​ວ່າ ບໍ່​ເປັນ​ໄພ​ອັນຕະລາຍ​ໃດໆ​ເລີຍ ​ແຕ່​ແນວ​ໃດ​ກໍ​ຕາມ ພວກ​ນັກ​ສັງ​ເກດ​ການບາງຄົນ
ກ່າວວ່າ ກິດຈະກໍາເຫຼົ່ານີ້​ແມ່ນ​ສ່ວນ​ນຶ່ງໃນ​ການ​ດຳ​ເນີນ​ການທີ່​ລະອຽດ​ອ່ອນ ເພື່ອ​ສ້າງ​ຄວາມ
ກໍ້າເກິ່ງ​ທາງ​ດ້ານ​ການ​ທູດກ່ຽວ​ກັບ​ເຂດ​ນໍ້າ​ແດນດິນ​ທີ່​ມີ​ການ​ຂັດ​ແຍ້​ງກັນ​ຢູ່​ໃນ​ທະ​ເລ​ຈີນ​ໃຕ້.

ພັນ​ຕີກອງທັບ​ເຮືອ​ສະຫະລັດ Mike Morley ຊຶ່ງໄດ້ໄປຮ່ວມ ​ພິທີ​ເປີດການ​ແລກ​ປ່ຽນ​ຊ້ອມ​
ລົບ​ຮ່ວມ​ກັນໃນ​ຄັ້ງນີ້ ກ່າວ​ວ່າ ການ​ແລກປ່ຽນປີນີ້​ ແມ່ນ​ໃຫຍ່​ກວ່າ​ປີ 2011 ​ໂດຍ​ມີ​ທະຫານ
1,400 ຄົນ​ແລະ​ກຳປັ່ນ 3 ລຳ ຮວມທັງ​ເຮືອ​ພິຄາດ​ຕິດ​ລູກ​ສອນ​ໄຟ​ນຳ​ວິຖີ​ລຳ​ນຶ່ງ​ເຂົ້າຮ່ວມ.

ພັນ​ຕີ Morley ​ເວົ້າວ່າ “​ໄດ້​ມີ​ການ​ປະສານ​ງານ​ກັນ​ກ່ຽວ​ກັບການ​ແລກປ່ຽນ​ນີ້ເມື່ອປະ
ມານນຶ່ງ​ປີ​ກ່ອ​ນ. ສະ​ນັ້ນ ຈຶ່ງເປັນ​ເຫດການ ທີ່​ໄດ້​ມີ​ການວາງ​ແຜນ​ລ່ວງ​ໜ້າ​ມາດົນ
ແລ້ວ ທີ່​ຈະ​ມີ​ຂຶ້ນ​ໃນ​ອາທິດນີ້.”

ແຜນທີ່ໝູ່ເກາະ Spratly ແລະໝູ່ເກາະ Paracel ທີ່ຈີນແລະຫຼາຍໆ ປະເທດໃນເອເຊຍຕາເວັນອອກສຽງໃຕ້ ອ້າງກຳມະສິດ
ແຜນທີ່ໝູ່ເກາະ Spratly ແລະໝູ່ເກາະ Paracel ທີ່ຈີນແລະຫຼາຍໆ ປະເທດໃນເອເຊຍຕາເວັນອອກສຽງໃຕ້ ອ້າງກຳມະສິດ

ການ​ແລກປ່ຽນ​ກັບ​ຫວຽດນາມ​ນີ້ ​
ແມ່ນ​ໄດ້​ກວມ​ກັນກັບ​ການ​ຊ້ອມ​
ລົບ​ລະຫວ່າງທະຫານ​ສະຫະລັດ​
ແລະ​ທະຫານ​ຟີ​ລິບປິນ​ທີ່​ໄດ້​ເລີ່​ມ
ຂຶ້ນ​ໃນ​ສັບປະດາ​ແລ້ວ​ແລະມີ​ຂຶ້ນ​
ໃນ​ລະຫວ່າງ ​ການ​ປະ​ເຊີນ​ໜ້າ
ລະຫວ່າງ​ກອງ​ທັບ​ເຮືອ​ຟີ​ລິບປິນ
ແລະຈີນ ​ໃກ້​ໆ​ເກາະ Scarbo-
rough ​ໃນ​ທະ​ເລ​ຈີນ​ໃຕ້.

ປັກ​ກິ່ງ​ຢືນ​ຢັດ​ວ່າ ທະ​ເລ​ຈີນ​ໃຕ້​
ທີ່​ມີ​ພື້ນທີ່​ທັງ​ໝົດ 3 ລ້ານ 5 ​
ແສນ​ກິ​ໂລ​ແມັດມົນທົນ​ນັ້ນເປັນ​
ສ່ວນ​ນຶ່ງ​ຂອງ​ດິນ​ແດນ​ຈີນ ​ໃນ
ຂະນະ​ທີ່​ ຟີ​ລິບ​ປິນ ມາ​ເລ​ເຊຍ ​
ໄຕ້ຫວັນ ບຣູນາຍແລະ​ຫວຽດນາມ ຕ່າງ​ກໍ​ອ້າງ​ກຳມະສິດໃນສ່ວນ​ໃດ​ສ່ວນນຶ່ງ​ຂອງ​ທະເລ
​ດັ່ງກ່າວ​ນີ້.

ການ​ປະ​ເຊີນ​ໜ້າ​ກັນ​ເທື່ອ​ລ່າ​ສຸດ​ ແມ່ນ​ເລີ້ມຂຶ້ນ​ໃນ​ວັນ​ທີ 10 ເມສາ ​ເວລາ​ກຳ​ປັ່ນລົບ​ຂອງ​ຈີນ
2 ລຳ ຂັດຂວາງ​ບໍ່​ໃຫ້​ເຈົ້າໜ້າ​ທີ່​ທະຫານ​ເຮືອ​ຟີ​ລິບ​ປິນ ຈັບ​ພວກ​ລູກເຮືອ​ປະມົງ​ຈີນ 8 ລຳທີ່​
ສົງ​ໄສ​ວ່າ​ລັກລອບ​ຫາ​ປາ​ໃນ​ເຂດ​ນ່ານນໍ້າຂອງ​ຟີລິບ​ປິນ.

ແຕ່​ພັນ​ຕີ Morley ຢືນ​ຢັດ​ວ່າ ບໍ່​ມີ​ການ​ພົວພັນ​ໃດໆ​ເລີຍ ລະຫວ່າງ​ໄລຍະ​ເວລາຂອງ​ການ
ຊ້ອມ​ລົບ​ທາງ​ທະ​ເລ​ກັບ​ຫວຽດນາມ​ແລະກັບ​ຟີ​ລິບ​ປິນນັ້ນ.

ພັນ​ຕີ Morley ​ເວົ້າວ່າ “​ເຫດການ​ທັງ​ສອງ​ນີ້ ບໍ່​ມີ​ການ​ກ່ຽວ​ຂ້ອງກັນ​ຫຍັງ​ເລີຍ ​ມັນ​
ເປັນ​ເຫດການ​ທີ່​ສອງ​ກຸ່ມ​ແຕກ​ຕ່າງ​ກັນ​ຢ່າງ​ຊິ້ນ​ເຊີງ ​ເປັນ​ຜູ້​ຈັດ​ແຈງ​ໃຫ້​ມີ​ຂຶ້ນ.”

ປີ​ກາຍ​ນີ້ປັກ​ກິ່ງເອີ້ນ​ໄລຍະ​ເວລາ​ໃນການ​ແລກປ່ຽນ​ທີ່​ເມືອງ​ດາ​ນັງ​ນັ້ນວ່າ ບໍ່​ເໝາະສົມ ​ແຕ່​ໃນ
ປີນີ້ ຈີນ​ຍັງ​ບໍ່ທັນ​ເວົ້າຫຍັງ ກ່ຽວ​ກັບ​ການ​ຊ້ອມ​ລົບ​ຂອງສະຫະລັດ ທັງ​ກັບ​ຫວຽດນາມ ​ແລະ
ກັບ​ຟີ​ລິບ​ປິນ.

ແຕ່​ແນວ​ໃດ​ກໍ​ຕາມ ພວກ​ນັກ​ສັງ​ເກ​ດການ​ບາງ​ຄົນ​ເວົ້າວ່າ ​ເຫດການ​ຕ່າງໆ​ທີ່ຢູ່​ເບື້ອງ​ຫລັງກໍ
ແມ່ນມີ​ສ່ວນຄື​ກັນ.

ຊາວຫວຽດນາມທີ່ໂຮມຊຸມນຸມປະທ້ວງຕໍ່ຕ້ານຈີນຢູ່ນະຄອນຫຼວງຮ່າໂນ່ຍ ຖືປ້າຍຄຳຂວັນທີ່ຂຽນວ່າໝູ່ເກາະ Paracel ແລະ Spratly ເປັນຂອງ ຫວຽດນາມ (12 ມິຖຸນາ 2012)
ຊາວຫວຽດນາມທີ່ໂຮມຊຸມນຸມປະທ້ວງຕໍ່ຕ້ານຈີນຢູ່ນະຄອນຫຼວງຮ່າໂນ່ຍ ຖືປ້າຍຄຳຂວັນທີ່ຂຽນວ່າໝູ່ເກາະ Paracel ແລະ Spratly ເປັນຂອງ ຫວຽດນາມ (12 ມິຖຸນາ 2012)

ໃນ​ສັບປະດາ​ແລ້ວນີ້ ຫວຽດນາມ​
ໄດ້​ຟ້ອງ​ນັກ​ຂຽນ​ຂ່າວ​ອິນ​ເຕີ​ແນັດ
ທ່ານ Nguyen Van Hai ນັກ​
ຕຳ​ໜິຕິຕຽນ​ຈີນ ​ທີ່ມີ​ຊື່​ສຽງ​ໃນ​ຂໍ້​
ຫາ ​ພີ​ມ​ເຜີຍ​ແຜ່​ໃບ​ໂຄສະນາ​ຕໍ່
ຕ້ານລັດ. ຖ້າ​ຫາກຖືກ​ພົບ​ເຫັນ​
ວ່າ ​ມີ​ຄວາມ​ຜິດຜູ້ກ່ຽວ​ອາດ​ຈະ​
ໄດ້​ຮັບໂທດ​ໜັກເຖິງຈຳ​ຄຸກ 20
ປີ.

ສາສະດາຈານ Carl Thayer ​
ຈາກ​ມະຫາວິທະຍາ​ໄລ New
South Wales ຂອງ​ອອສ​ເຕຼ
ເລຍ​ກ່າວ​ວ່າ ການ​ເຄື່ອນ​ໄຫວ​
ທີ່​ວ່າ​ນີ້ ​ແມ່ນ​ພາກສ່ວນ​ນຶ່ງ​ໃນ​ການດຳ​ເນີນ​ຄວາມ​ພະຍາຍາມທາງ​ດ້ານ​ການ​ທູດ​ແບບ​ລະມັດ
ລະວັງຂອງ​ຫວຽດນາມ ​ເພື່ອ​ສ້າງ​ຄວາມກໍ້າ​ເກິ່ງໃນ​ລະ​ວ່າງ​ການ​ພົວພັນ​ຂອງ​ຕົນ​ກັບ​ຈີນ​ແລະ
ສະຫະລັດ ຊຶ່ງກໍ​ຄື ທຳ​ການ​ເຄື່ອນ​ໄຫວ​ດ້ານ​ກອງທັບ​ເຮືອ​ກັບ​ສະຫະລັດ ໃນ​ດ້ານ​ນຶ່ງ​ ແລະ​ ​
ສືບ​ຕໍ່​ການ​ສົນທະນາ​ຫາລື​ກັບ​ຈີນ ​ໃນອີກ​ດ້ານ​ນຶ່ງ.

ສາ​ສະ​ດາ​ຈານ Thayer ​ເວົ້າວ່າ ​ໃນ​ຖານະ​ທີ່​ເປັນ​ພາກສ່ວນ​ນຶ່ງ​ຂອງ​ການ​ດຳ​ເນີນ​ຄວາມ​ພະ
ຍາຍາມ​ດັ່ງກ່າວ​ນີ້ ປະ​ເທດ​ທັງ​ສອງ​ໄດ້​ຕົກລົງ​ທີ່​ຈະ​ຄວບ​ຄຸ​ມຫາງສຽງ​ຂອງ​ປະຊາຊົນ​ລຸນ​ຫຼັງທີ່
ໄດ້​ມີ​ການ​ໂຮມ​ຊຸມນຸມ​ປະ​ທ້ວງ​ຕໍ່ຕ້ານ​ຈີນ​ແບບ​ທີ່​ບໍ່ຄ່ອຍ​ໄດ້​ເຫັນ​ກັນ ​ໃນ​ປີ​ກາຍ​ນີ້.

ທ່ານ Thayer ​ເວົ້າວ່າ “​ໃນ​ກໍລະນີ​ຂອງ​ຫວຽດນາມ ​ເຈົ້າໜ້າ​ທີ່​ໄດ້​ຍຸຕິ​ການ​ໂຮມຊຸມ
ນຸມ​ປະ​ທ້ວງ​ທີ່​ເກີດ​ຂຶ້ນ​ໃນ​ທີ່​ສາທາລະນະ ​ແລະ​ປາບ​ປາມ​ພວກ​ຂຽນ​ຂ່າວ​ລົງ​ອິນ​ເຕີ​
ແນັດ.”

ໃນ​ອີກ​ເຫດການ​ນຶ່ງ​ນັ້ນ ​ໃນ​ວັນ​ເສົາ​ຜ່ານ​ມານີ້ຈີນ​ໄດ້​ປ່ອຍ​ຊາວ​ປະມົງ​ຫວຽດນາມ 21 ຄົນທີ່​
ໄດ້​ຖືກ​ຈັບ​ໃນ​ວັນ​ທີ 4 ​ມີນາ ຂະນະ​ທີ່​ພວມ​ຫາ​ປາ ​ຢູ່​ໃນ​ບໍລິ​ເວນ​ໝູ່​ເກາະ Paracel ຊຶ່ງ​ເປັນ
ເກາະ​ຫີນ​ປະ​ກາ​ລັງ​ທີ່​ຄວບ​ຄຸມ​ໂດຍ​ຈີນ​ ແຕ່ຫວຽດນາມ​ກໍ​ໄດ້ອ້າງເອົາກຳມະສິດເຊ່ນ​ກັນ​.

ສາ​ສະ​ດາ​ຈານ Thayer ກ່າວ​ວ່າ ການ​ປ່ອຍຊາວ​ປະມົງ​ຫວຽດນາມ​ນີ້ເປັນ​ການ​ເຄື່ອນ​ໄຫວ
ທີ່​ດີ​ຂອງ​ຈີນ.

ທ່ານ Thayer ​ເວົ້າວ່າ “​ໂດຍ​ການ​ດຳ​ເນີນ​ການ​ດັ່ງກ່າວ​ນີ້ ມັນ​ຊ່ອຍ​ຈີນ​ໃນ​ການແຍກ​
ຟີ​ລິບ​ປິ​ນ ອອກ​ຈາກ​ຫວຽດນາມ. ຟີ​ລິບ​ປິນ​ ເປັນ​ປະ​ເທດ​ທີ່​ອອກປາກ​ອອກສຽງ​ຕໍ່
ຕ້ານ​ຈີນ​ຫຼາຍທີ່​ສຸດ ​ແຕ່​ຫວຽດນາມ​ກໍ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດນໍາ ຍ້ອນ​ວ່າກໍຄື​ກັນ​ກັບ
ພວກ​ນັກ​ກິລາ​ແຂ່ງ​ລົດຖີບຫັ້ນ​ແລ້ວຫວຽດນາມ​ສາມາດ​ລີ້ຢູ່​ທາງ​ຫຼັງຂອງ​ຟີລິບປິນ ​
ແລະ​ໄດ້​ຮັບ​ແຮງ​ກະ​ຕຸ້ນ​ໄປ​ໜ້າ ​ໂດຍ​ບໍ່​ຕ້ອງ​ສູນ​ເສຍ​ພະລັງງານ​ຫຍັງ​ຫຼາຍ.”

ບໍ່​ແມ່ນ​ໝົດ​ທຸກ​ຄົນ​ເຫັນ​ພ້ອມ​ນຳ​ກັນວ່າ ​ເຫດ​ການ​ເຫຼົ່ານີ້ມີ​ຄວາມ​ກ່ຽວ​ພັນ​ກັນ​ກັບການ​ເຄື່ອນ
ໄຫວ​ທາງ​ທະ​ເລ​ຢູ່​ໃນຂົງ​ເຂດ. ດຣ Ian Storey ​ເຈົ້າໜ້າ​ທີ່​ອະ​ວຸ​ໂສ ທີ່​ສະ​ຖາ​ບັນ​ການ​ສຶກ
ສາກ່ຽວ​ກັບເອ​ເຊຍ​ອາຄະ​ເນ​ທີ່​ສິງກະ​ໂປກ່າວ​ວ່າ ການ​ປ່ອຍຊາວ​ປະມົງ​ຫວຽດນາມ​ແມ່ນ​ພາກ
ສ່ວນ​ນຶ່ງ​ຂອງ​ວົງ​ຈອນ​ການ​ປະ​ເຊີນ​ໜ້າ​ທີ່​ຫລີກລ່ຽງບໍ່​ໄດ້​ໃນ​ທະ​ເລ​ຈີນ​ໃຕ້.

ດຣ Storey ​ເວົ້າວ່າ “ສ່ວນ​ນຶ່ງ​ແລ້ວ​ກໍ​ແມ່ນ​ກ່ຽວ​ກັບ​ດິນ​ຟ້າ​ອາກາດ. ລະດູ​ລົມມໍລະ
ສຸມ​ໄດ້​ຜ່ານ​ພົ້ນ​ໄປ​ແລ້ວ. ​ເວລາ​ລະດູ​ລົມ​ມໍ​ລະ​ສຸມ​ສິ້ນສຸດ​ລົງພວກ​ເຮືອ​ຫາ​ປາແລະ​
ເຮື​ອສຳ​ຫຼວດ ກໍ​ເລີ່​ມອອກ​ໄປ​ປະຕິບັດ​ງານໃນທະ​ເລຄືນ​ໃໝ່ແລະ​ເຫດ​ການ​ໃນທຳ
ນອງ​ນີ້​ກໍ​ຈະ​ເລີ່​ມຕົ້ນ​ໃໝ່​ອີກ.”

ທະຫານເຮືອຫວຽດນາມ
ທະຫານເຮືອຫວຽດນາມ

ຈີນ​ເອງ​ ກໍ​ໄດ້​ເລີ່​ມຕົ້ນທໍາ​ການ
ຊ້ອມລົບ​ຮ່ວມ​ກັນ​ກັບ​ຣັດ​ເຊຍ
ເມື່ອ​ວັນ​ອາທິດ​ຜ່ານ​ມາ​ນີ້. ດຣ
Storey ກ່າວ​ວ່າ ຈີນ​ອາດ​ໄດ້​
ຕັ້ງ​ໃຈ​ປະສານ​ງານ​ ການ​ຊ້ອມ​
ລົບທາງ​ທະ​ເລ​ເທື່ອ​ທຳ​ອິດຂອງ​
ຕົນກັບຣັດ​ເຊຍ​ໃຫ້​ມີ​ຂຶ້ນພ້ອມ​ໆ
ກັນ ​ກັບ​ການ​ຊ້ອມ​ລົບ​ຂອງ​ສະ
ຫະລັດ​ກັບ​ຟີ​ລິບ​ປິນ. ຈີນ​ເປັນ
ປະ​ເທດ​ທີ່​ໃຊ້​ຈ່າຍ​ທາງ​ທະຫານ​
ຫຼາຍ​ເປັນອັນ​ດັບ​ສອງຂອງ​ໂລກ
ຊຶ່ງ​ເປັນ​ການ​ໃຊ້​ຈ່າຍ ​ທີ່​ສູງ​ກວ່າ​ການ​ໃຊ້​ຈ່າຍ​ຂອງ​ບັນດາ​ປະ​ເທດ​ອາຊ່ຽນ​ ຮວມກັນຫຼາຍໆ​ຕໍ່.
ທ່ານ​ເວົ້າວ່າ ການ​ຊ້ອມ​ລົບ​ທາງ​ທະ​ເລ​ແມ່ນ​ແນ​ໃສ່​ເພື່ອສະ​ແດງ​ແສນ​ຍານຸພາບ​ວ່າຈີນ​ກໍເປັນ
ມະຫາ​ອຳນາດ​ທາງ​ທະຫານ​ທີ່​ຄວນ​ຈະ​ຕ້ອງ​ລະວັງ​ເຊ່ນ​ກັນ.

ດຣ Storey ​ເວົ້າວ່າ “ຄວາມ​ກໍ້າ​ເກິ່ງ​ທາງ​ອຳນາດ​ທະຫານພວມ​ຫັນປ່ຽນ​ໄປ​ສູ່ການ​
ໄດ້​ປຽບ​ຂອງ​ຈີນ ​ແລະ​ບໍ່​ດົນຈີນ​ຈະ​ມີຄວາມ​ອາດ​ສາມາດ​ໃນ​ລະດັບ​ຕ່າງໆ ທີ່​ຈະ​
ເຮັດ​ໃຫ້​ຈີນ​ມີ​ຄວາມ​ສາມາດ​ໃນ​ການ​ກົດ​ດັນ​ດ້ວຍ​ກຳ​ລໍ​ງ ຕໍ່​ປະ​ເທດ​ທີ່​ອ້າງ​ກຳມະ​
ສິດ​ອື່ນໆ ຖ້າ​ຈີນ​ຫາກ​ປະສົງ​ຢາກ​ກະທຳ​ດັ່ງນັ້ນ.”

ພວກ​ນັກວິ​ເຄາະ​ກ່າວ​ວ່າ ນັ້ນຄື​ເຫດຜົນ​ທີ່​ວ່າ ​ເປັນຫຍັງ​ຫວຽດນາມ ຈຶ່ງ​ທຳ​ການເຄື່ອນ​ໄຫວ
ຢ່າງ​ວ່ອງ​ໄວ​ເພື່ອ​ປັບປຸງ​ຄວາມ​ສຳພັນ​ທາງ​ດ້ານ​ທະຫານ​ກັບ​ສະຫະລັດ​ຊຶ່ງ​ຄັ້ງນຶ່ງ​ເຄີຍ​ເປັນ​ສັດ​
ຕູ​ກັບ​ຫວຽດນາມ.

ພັນ​ຕີ Morley ນາຍ​ທະຫານ​ກອງທັບ​ເຮືອ​ສະຫະລັດ​ ກ່າວ​ວ່າ ການ​ຊ້ອມ​ລົບທາງ​ທະຫານ​
ກັບ​ຫວຽດນາມ ໄດ້​ມີ​ບົດບາດ​ອັນ​ສຳຄັນ ​ໃນ​ການ​ປັບປຸງ​ຄວາມ​ສຳພັນ ລະຫວ່າງ​ປະ​ເທດ​ທັງ​
ສອງ ຊຶ່ງ​ຄ່ອຍໆ​ດີ​ຂຶ້ນຢ່າງ​ສະໝໍ່າສະ​ເໝີ ​ນັບ​ແຕ່​ໄດ້ມີ​ການ​ສ້າງ​ຕັ້ງຄວາມ​ສຳພັນແບບ​ປົກກະ
ຕິ​ລະຫວ່າງ​ກັນ​ໃນ​ປີ 1995. ພັນ​ຕີ Morley ​ເວົ້າວ່າ ທ່ານ​ຄາດ​ວ່າ ການ​ແລ​ກປ່ຽນ​ທາງ​ທະ
ຫານ​ລະຫວ່າງ​ປະ​ເທດ ທອງ​ສອງ​ໃນ​ຊຸມ​ປີ​ຕໍ່ໜ້າ​ນີ້ຈະ​ໃຫຍ່ຂຶ້ນ​ໄປ​ໜ້າ​ເລື້ອຍໆ.

XS
SM
MD
LG