ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ຫວຽດນາມ ເຈລະຈາກັນ ເລື່ອງປ້ອງກັນປະເທດ


ເຮືອພິຄາດ ຈະຫຼວດນຳວີຖີ John S. McCain ພວມແລ່ນຢູ່ໃກ້ໆ ທ່າກຳປັ່ນດານັງ ຫວຽດນາມ (9 ສິງຫາ 2010)
ເຮືອພິຄາດ ຈະຫຼວດນຳວີຖີ John S. McCain ພວມແລ່ນຢູ່ໃກ້ໆ ທ່າກຳປັ່ນດານັງ ຫວຽດນາມ (9 ສິງຫາ 2010)

ສະຫະລັດຊົມເຊີຍ ການເຈລະຈາຫາລືລະດັບສູງ ກ່ຽວກັບ ການປ້ອງກັນປະເທດ ເທື່ອທຳອິດກັບ​ຫວຽດນາມວ່າ​ເປັນຮ່ອງຮອຍ ສະແດງໃຫ້ເຫັນວ່າ ຄວາມສຳພັນໃນ ດ້ານປ້ອງກັນຊາດ ລະຫວ່າງປະເທດທັງສອງ ມີຄວາມ ເຂັ້ມແຂງຂຶ້ນນັບ​ມື້.

ທ່ານ Robert Scher ຮອງລັດຖະມົນຕີ ຊ່ອຍວ່າການ ກະຊວງປ້ອງກັນປະເທດສະຫະລັດ ຮັບຜິດຊອບເຂດ ເອເຊຍໃຕ້ແລະເອເຊຍຕາເວັນອອກສຽງໃຕ້ ໄດ້ເດີນທາງ ໄປນະຄອນຫຼວງຮ່າໂນ່ຍ ໃນວັນອັງຄານວານນີ້ ເພື່ອ ເຈລະຈາຫາລື ກັບຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ທ່ານ Nguyen Chi Vinh.

ທ່ານ Scher ກ່າວວ່າ ຄວາມສຳພັນໃນດ້ານປ້ອງກັນປະເທດ ແມ່ນອີງຕາມຄວາມໄວ້ ເນື້ອເຊື່ອໃຈ ຊຶ່ງກັນແລະກັນ ຄວາມເຂົ້າໃຈ ແລະການເຄົາລົບນັບຖື ຕໍ່ເອກກະລາດ ແລະອະທິປະໄຕ ຂອງກັນແລະກັນ.

ການເຈລະຈາຫາລື ທີ່ວ່ານີ້ ມີຂຶ້ນພຽງນຶ່ງສັບປະດາ ຫຼັງຈາກປະເທດທັງສອງໄດ້ທຳ ການຊ້ອມລົບ ທາງທະເລຮ່ວມກັນ ເປັນເທື່ອທຳອິດ ແລະຝ່າຍ​ສະຫະລັດ ​ໄດ້ເຊື້ອເຊີນ ເຈົ້າໜ້າທີ່ອະວຸໂສຫວຽດນາມ ຂຶ້ນໄປຢ້ຽມຢາມກຳປັ່ນ ບັນທຸກເຮືອບິນ ພະລັງນິວເຄລຍ George Washington.

ໄມຕີຈິດມິດຕະພາບ ທີ່ເພີ້ມທະວີຂຶ້ນ ລະຫວ່າງສະຫະລັດແລະຫວຽດນາມ ໄດ້ສ້າງ ຄວາມບໍ່ສະບາຍໃຈ ໃຫ້ແກ່ຈີນ ທີ່ມີບັນຫາຂັດແຍ້ງ ໃນເລື່ອງເຂດນໍ້າແດນດິນ ກັບ ຫວຽດນາມ ຢູ່ໃນເຂດທະເລຈີນໃຕ້. ແຕ່ຮອງລັດຖະມົນຕີ ປ້ອງ​ກັນ​ປະ​ເທດຫວຽດນາມ ຢືນຢັດວ່າ ການຮ່ວມມືກັນທີ່ວ່ານີ້ ບໍ່ໄດ້ແນໃສ່ ປະເທດໃດປະເທດນຶ່ງ ໂດຍສະເພາະ.

XS
SM
MD
LG