ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ສະຫະລັດ ຫວຽດນາມ ຊ້ອມລົບຮ່ວມກັນ


ສະຫະລັດ ຫວຽດນາມ ຊ້ອມລົບຮ່ວມກັນ
ສະຫະລັດ ຫວຽດນາມ ຊ້ອມລົບຮ່ວມກັນ

ກຳປັ່ນລົບລຳນຶ່ງຂອງສະຫະລັດ ໄດ້ເຂົ້າຈອດທຽບທ່າ ຢູ່ທີ່ຫວຽດນາມ ເພື່ອກະກຽມເຂົ້າຮ່ວມການຊ້ອມລົບພິເສດ ທາງທະເລເປັນເວລານຶ່ງອາທິດ ລະຫວ່າງປະເທດທັງສອງ ຊຶ່ງຄັ້ງນຶ່ງເຄີຍເປັນສັດຕູກັນນັ້ນ.

ການຝຶກຊ້ອມຮ່ວມໃນຄັ້ງນີ້ ເປັນການຊ້ອມລົບເທື່ອທຳ ອິດລະຫວ່າງສະຫະລັດ ແລະຫວຽດນາມ. ທະຫານຂອງ ປະເທດທັງສອງຈະເພັ່ງເລັງໃສ່ການປະຕິບັດງານ ທີ່ບໍ່ ແມ່ນການສູ້ລົບ ເຊັ່ນການກູ້ໄພທາງທະເລເປັນຕົ້ນ.

ກຳປັ່ນບັນທຸກເຮືອບິນ GEORGE WASHINGTON ທີ່​ໃຊ້ພະລັງນິວເຄລຍຂອງສະຫະລັດ ຈະເຂົ້າຮ່ວມໃນການຊ້ອມລົບຄັ້ງນີ້ ຊຶ່ງຈະມີຂຶ້ນໃນ ເຂດທະເລຈີນໃຕ້ ບ່ອນທີ່ 6 ປະເທດ ພວມມີການຂັດແຍ້ງ ກ່ຽວກັບໝູ່ເກາະ SPRATLY. ການຖົກຖຽງໂຕ້ແຍ້ງໃນການອ້າງກຳມະສິດ ເໜືອໝູ່ເກາະນີ້ ໄດ້ພາໃຫ້ເກີດຄວາມເຄັ່ງຕຶງ ຢູ່ໃນຂົງເຂດ.

ຈີນ ໄດ້ກ່າວຫາສະຫະລັດວ່າ ເຂົ້າຂ້າງຝ່າຍຫວຽດນາມ ແລະປະເທດອື່ນໆ ໃນບັນຫາ ຂັດແຍ້ງ ກ່ຽວກັບໝູ່​ເກາະ SPRATLY ແຕ່ລັດຖະມົນຕີ ການຕ່າງປະເທດ ສະຫະລັດ ທ່ານນາງ HILLERY CLINTON ກ່າວວ່າ ສະຫະລັດມີຜົນປະໂຫຍດແຫ່ງຊາດ ໃນ ການຮັກສາ​ ໃຫ້​ມີການເດີນເຮືອ ​ໄດ້ຢ່າງເສລີ ຜ່ານເຂດນ່ານນໍ້າ ດັ່ງກ່າວ.

ຜູ້ບັນຊາການ ກຳປັ່ນບັນທຸກເຮືອບິນ GEORGE WASHINGTON ກໍໄດ້ກ່າວຢໍ້າເຖິງ ຈຸດນີ້ ໃນມື້ວັນອາທິດຜ່ານມາ ໂດຍເວົ້າວ່າ ເຂດນ່ານນໍ້ານີ້ ບໍ່ແມ່ນຂອງໃຜ ແລະກໍຍັງ ບໍ່ທັນເປັນຂອງຜູ້ໃດເທື່ອ.

XS
SM
MD
LG