ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກໍ່າປັ່ນບັນທຸກເຮືອບິນຂອງສະຫະລັດ ຈອດຢູ່ນ່ານນໍ້າສາກົນ ນອກຝັ່ງຫວຽດນາມ


ກໍ່າປັ່ນບັນທຸກເຮືອບິນຍັກໃຫຍ່ George Washington ຂອງສະຫະລັດ ເດີນທາງໄປເຖິງເຂດນ່ານນໍ້າສາກົນ ນອກຝັ່ງທະເລຫວຽດນາມ ເມື່ອວັນເສົາ ທີ່ 13 ສິງຫານີ້ ໃນລະຫວ່າງການຢ້ຽມຢາມສັນທະວະໄມຕີ ທີ່ຂົງເຂດ ເອເຊຍ-ປາຊິຟິກ.
ກໍ່າປັ່ນບັນທຸກເຮືອບິນຍັກໃຫຍ່ George Washington ຂອງສະຫະລັດ ເດີນທາງໄປເຖິງເຂດນ່ານນໍ້າສາກົນ ນອກຝັ່ງທະເລຫວຽດນາມ ເມື່ອວັນເສົາ ທີ່ 13 ສິງຫານີ້ ໃນລະຫວ່າງການຢ້ຽມຢາມສັນທະວະໄມຕີ ທີ່ຂົງເຂດ ເອເຊຍ-ປາຊິຟິກ.

ກໍ່າປັ່ນບັນທຸກ​ເຮືອບິນ George Washington ຂອງສະຫະລັດ ໄດ້ເດີນທາງ​ໄປເຖິງເຂດ ນ່ານນໍ້າສາກົນ ນອກຝັ່ງທະເລທາງພາກໃຕ້ຂອງຫວຽດນາມເມື່ອວັນເສົາວານນີ້.

ສະຖານທູດສະຫະລັດປະຈໍາຫວຽດນາມ ໄດ້ເຊື້ອເຊີນບັນດາຜູ້ຕ່າງໜ້າຈາກອົງການຕ່າງໆ ຂອງຫວຽດນາມ ໄປຢ້ຽມຊົມກໍ່າປັ່ນດັ່ງກ່າວ.

ພວກຜູ້ຕາງໜ້າໄດ້ບິນໄປຍັງກໍ່າປັ່ນບັນທຸກ​ເຮືອບິນ ​ແລ້ວ​ກໍໄດ້​ຖືກ​ພາ​ໄປເລາະຊົມກໍ່າປັ່ນ ລຸ່ນ Nimitz ທີ່ມີຄວາມຍາວ 333 ແມດນັ້ນ.

ນີ້ເປັນຄັ້ງທີ່ສອງໃນຮອບສອງປີ ທີ່ພວກເຈົ້າໜ້າທີ່ທະຫານແລະລັດຖະບານຂອງຫວຽດນາມ ໄດ້ໄປຊົມກໍ່າປັ່ນຍັກໃຫຍ່ຂອງກອງທັບເຮືອສະຫະລັດລໍາ​ນີ້.

ກໍ່າປັນບັນທຸກ​ເຮືອບິນ George Washington ຊຶ່ງປະຈໍາການຢູ່ທີ່ເມືອງທ່າ Yokosuka ຂອງຍີ່ປຸ່ນ ກໍາລັງ​ຢູ່​ໃນ​ລະຫວ່າງການ​ຢ້ຽມຢາມສັນທະ​ວະ​ໄມຕີ ໃນພວກປະເທດຂົງເຂດ ເອເຊຍປາຊິຟິກ.

XS
SM
MD
LG