ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

15 ປີຂອງຄວາມສຳພັນ ສະຫະລັດ-ຫວຽດນາມ


ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ
HILLARY CLINTON ໄດ້ກ່າວຊົມເຊີຍຄວາມສຳພັນ
ທີ່ດີຂຶ້ນ ລະຫວ່າງສະຫະລັດແລະຫວຽດນາມ ຂະນະ
ດຽວ​ກັນ​ກໍໄດ້ຕັ້ງຄຳຖາມກ່ຽວກັບປະວັດໃນການເຄົາລົບ
ນັບຖືສິດທິມະ ນຸດຂອງຫວຽດນາມ.

ທ່ານນາງ CLINTON ໄດ້ເດີນທາງໄປເຖິງນະຄອນ
ຫຼວງຮາໂນ່ຍໃນວັນພະຫັດ ມື້ນີ້ ເພື່ອສະເຫຼີມສະຫຼອງ
ວັນຄົບຮອບ 15 ປີ ໃນການສ້າງຕັ້ງຄວາມສຳພັນ
ຢ່າງເປັນທາງການລະຫວ່າງສະຫະລັດແລະຫວຽດນາມ.

ໃນກອງປະຊຸມຖະແຫຼງຂ່າວ ຮ່ວມກັບລັດຖະມົນຕີການຕ່າງປະເທດຫວຽດນາມ
ທ່ານ PHAM GIA KHIEM ນັ້ນ ທ່ານນາງ CLINTON ກ່າວວ່າ ຫວຽດ ນາມ
ໄດ້ປະສົບກັບຄວາມກ້າວໜ້າຢ່າງໃຫຍ່ຫຼວງ ໃນໄລຍະຫຼາຍໆປີຜ່ານມານັບ ແຕ່ກຳລັງ
ທະຫານອະເມຣິກັນ ໄດ້ຖອນອອກໄປຈາກໄຊງ່ອນ ຊຶ່ງໃນປັດຈຸບັນນີ້ ເອີ້ນວ່າ ນະຄອນ
ໂຮ່ຈິມິນນັ້ນ ໃນປີ 1975.

ທ່ານນາງ CLINTON ເວົ້າວ່າ ໃນການສົນທະນາຫາລືກັບທ່ານ KHIEM ນັ້ນ ທ່ານນາງໄດ້ເວົ້າເຖິງຄວາມວິຕົກກັງວົນຂອງວໍຊິງຕັນກ່ຽວກັບການດຳເນີນຄວາມ
ພະຍາຍາມຂອງຮາໂນ່ຍ ​ໃນ​ການປິດປາກປິດສຽງພວກຄັດຄ້ານລັດຖະບານ ແລະ
ພວກນັກເຄື່ອນໄຫວເພື່ດສິດທິພົນລະເມືອງ.

ນອກນັ້ນ ທ່ານນາງ CLINTON ຍັງໃຫ້ຄຳໝັນສັນຍາ ທີ່ຈະເພີ້ມການດຳເນີນ
ຄວາມພະຍາຍາມຂອງສະຫະລັດ ເພື່ອໃຫ້ຄວາມຊ່ອຍເຫຼືອແກ່ຫວຽດນາມໃນ
ການທຳຄວາມສະອາດສານພິດສີໝາກກ້ຽງ ທີ່ທະຫານສະຫະລັດໄດ້ໃຊ້ເຮັດໃຫ້
ໃບໄມ້ຫຼົ່ນ ​ເພື່ອ​ໃຫ້​ສາມາດ​ແລ​ເຫັນ​ສັດຕູ​ໄດ້​ງ່າຍໃນປາງສົງຄາມຫວຽດນາມນັ້ນ.

XS
SM
MD
LG