ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ຫວຽດນາມ ຮຽກຮ້ອງໃຫ້ ສຫລ ເອົາບົດບາດ ເພີ້ມຂຶ້ນ ໃນ ທະເລຈີນໃຕ້ (ວີດີໂອ)


ເຮືອຫາປາຫວຽດນາມ ທີ່ຖືກກ່ຳປັ່ນຈີນຕຳຫລົ້ມ ໃກ້ກັບນ່ານນໍ້າ ທີ່ຂັດແຍ້ງກັນ
ເຮືອຫາປາຫວຽດນາມ ທີ່ຖືກກ່ຳປັ່ນຈີນຕຳຫລົ້ມ ໃກ້ກັບນ່ານນໍ້າ ທີ່ຂັດແຍ້ງກັນ
ຫວຽດນາມຮຽກຮ້ອງໃຫ້ສະຫະລັດເອົາບົດບາດຫຼາຍຂຶ້ນເພື່ອປົກ
ປ້ອງສັນຕິພາບ ແລະແກ້ໄຂບັນຫາຂັດແຍ້ງ ຢູ່ໃນເຂດນ່ານນ້ຳທີ່
ເປັນບັນຫາຖົກຖຽງ ຢູ່ໃນທະເລຈີນໃຕ້.

ທ່ານ Le Hai Binh ໂຄສົກກະຊວງການຕ່າງປະເທດຫວຽດນາມ
ທີ່ຮາໂນ່ຍກ່າວໃນມື້ວັນສຸກວານນີ້ວ່າພວກເຮົາຫວັງວ່າສະຫະລັດ ຈະເປັນປາກເປັນສຽງທີ່ແຮງກວ່າເກົ່າ ແລະເອົາບາດກ້າວໂຕຈິງ
ເພີ້ມຂຶ້ນ ເພື່ອຊ່ອຍສະໜັບສະໜຸນ ໃນການປົກປ້ອງຄວາມປອດ
ໄພແລະຄວາມໝັ້ນຄົງທາງທະເລຢູ່ໃນຂົງເຂດແລະແກ້ໄຂບັນຫາ
ຂັດແຍ້ງຢູ່ທີ່ນັ້ນ ໂດຍອີງຕາມກົດໝາຍນາໆຊາດ.

ການຮຽກຮ້ອງຂອງຫວຽດນາມໃຫ້ສະຫະລັດມີບົດບາດເພີ້ມຂຶ້ນນີ້ມີຂຶ້ນໃນຂະນະທີ່ກຳປັ່ນ ຂອງຫວຽດນາມ ຍັງສືບຕໍ່ປະທະກັນກຳປັ່ນຈີນ ໃກ້ໆຖານເຈາະນ້ຳມັນ ທີ່ປັກກິ່ງໄດ້ຕິດຕັ້ງ ໃສ່ໃນບໍລິເວນນ່ານນ້ຳທີ່ເປັນບັນຫາຂັດແຍ້ງ ໃນເດືອນແລ້ວນີ້.

ໃນການໃຫ້ສຳພາດ ແກ່ວີໂອເອພະແນກພາສາຫວຽດນາມ ໃນວັນສຸກວານນີ້ ກັບຕັນ Le Van Xinh ທີ່ເຮືອຫາປາຂອງລາວໄດ້ແລ່ນເຂົ້າໄປໃນບໍລິເວນໃກ້ກັບ ຖານເຈາະນ້ຳມັນ ຂອງຈີນ ເລົ່າສູ່ຟັງ ກ່ຽວກັບສະພາບ ທີ່ຕົກຢູ່ໃນອັນຕະລາຍ ເພີ້ມຂຶ້ນ ສຳລັບພວກເຮືອທີ່ຄື ກັນກັບເຮືອຂອງລາວ. ນອກນັ້ນ ລາວຍັງໄດ້ຮຽກຮ້ອງໃຫ້ ເປີດການເຈລະຈາກັນ ລະຫວ່າງຮາໂນ່ຍກັບປັກກິ່ງ.

ກັບຕັນ Le Van Xinh ເວົ້າວ່າ “ພວກເຮົາຢາກເຫັນ ປະເທດທັງສອງ ຄືຫວຽດນາມ ແລະຈີນ ບັນລຸການຕົກລົງເພື່ອແກ້ໄຂດ້ວຍສັນຕິວິທີໂດຍການເຈລະຈາກັນ ເພື່ອ ວ່າພວກເຮົາຊາວປະມົງ ຈະສາມາດທຳມາຫາກິນ ໂດຍປາດສະຈາກຄວາມ ຢ້ານກົວໃດໆ ຢູ່ໃນເຂດນ່ານນ້ຳຂອງພວກເຮົາ. ພວກເຮົາຢາກຮຽກຮ້ອງໃຫ້ຮາ ໂນ່ຍພະຍາຍາມປົກປ້ອງອະທິປະໄຕຂອງພວກເຮົາເພື່ອວ່າພວກເຮົາຈະສາມາດ ຫາປູຫາປາຕາມທີ່ເຄີຍປະຕິບັດກັນແຕ່ໃດໆມາຢູ່ໃນເຂດດັ່ງກ່າວສຳລັບການທຳ ມາຫາກິນ.”

ອີງຕາມເຈົ້າໜ້າທີ່ຫວຽດນາມແລ້ວ ກຳປັ່ນຈີນ ໄດ້ແລ່ນຕຳກຳປັ່ນຫວຽດນາມ ລຳນຶ່ງຫລົ້ມ ແລະອີກ 24 ລຳ ໄດ້ຮັບຄວາມເສຍຫາຍ ພ້ອມທັງເຈົ້າໜ້າທີ່ຄວບຄຸມດູແລການປະມົງ 12
ຄົນ ໄດ້ຮັບບາດເຈັບ. ແຕ່ຈີນໄດ້ກ່າວຫາກຳປັ່ນຫວຽດນາມວ່າ ເປັນຜູ້ບຸກລຸກ ໂດຍເວົ້າວ່າ ກຳປັ່ນຫວຽດນາມ ໄດ້ແລ່ນຕຳກຳປັ່ນຈີນ 120 ເທື່ອ ນັບແຕ່ຕົ້ນເດືອນພຶດສະພາເປັນຕົ້ນ
ມາ.

ສະຫະລັດກ່າວວ່າ ຕົນບໍ່ເຂົ້າຂ້າງຝ່າຍໃດໃນບັນຫາຂັດແຍ້ງຢູ່ທະເລຈີນໃຕ້ ແລະຢາກໃຫ້ ບັນດາປະເທດຕ່າງໆ ຢູ່ໃນຂົງເຂດ ແກ້ໄຂບັນຫາເຫຼົ່ານີ້ ດ້ວຍສັນຕິວິທີ.
VIETNAM US VO
please wait
Embed

No media source currently available

0:00 0:00:30 0:00
XS
SM
MD
LG