ອົງການສົ່ງເສີມສິດເສລີພາບໃນດ້ານຂ່າວສານ ທີ່ມີຫ້ອງການ
ຕັ້ງຢູ່ໃນນະຄອນນິວຢອກ ໄດ້ຮຽກຮ້ອງໃຫ້ຫວຽດນາມ
“ຍົກເລີກຂໍ້ກ່າວຫາວ່າຫລອກລວງ” ຕໍ່ ທ່ານນາງ Kim
Quoc Hoa ອະດີດບັນນາທິການໃຫຍ່ ຂອງໜັງສືພິມ
The Elderly.
ນອກນັ້ນ ຄະນະກຳມະການປົກປ້ອງນັກຂ່າວ ຫຼື CPJ ຍັງຂໍ
ໃຫ້ຫວຽດນາມ “ອະນຸຍາດໃຫ້ສື່ມວນຊົນມີບົດບາດ ໃນ
ການກວດສອບ ແລະ ສ້າງຄວາມກ້ຳເກິ່ງ ໂດຍປາດ
ສະຈາກ ການຢ້ານກົວວ່າຈະຖືກແກ້ແຄ້ນ.”
ທ່ານນາງ Hoa ໄດ້ຖືກກ່າວຫາ ໃນຕົ້ນອາທິດນີ້ ວ່າ “ເປີດເຜີຍຂໍ້ມູນລັບ ທີ່ກ່ຽວພັນ
ເຖິງຄວາມໝັ້ນຄົງແຫ່ງຊາດ” ແລະ “ລະເມີດ ສິດເສລີພາບ ແລະ ສິດປະຊາທິ-
ປະໄຕຕ່າງໆ ໃນການລົງບົດຄວາມຫຼາຍໆ ສະບັບ ທີ່ໄດ້ພິມເຜີຍແຜ່ບົດຄວາມ
ແລະຂໍ້ມູນທີ່ບໍ່ມີຄວາມຈິງ” ຊຶ່ງມີໂທດທາງອາຍາ ພາຍໃຕ້ມາດຕາ 258 ຂອງກົດໝາຍ
ອາຍາຫວຽດນາມ.
ທ່ານ Huynh Ngoc Chenh ນັກຂຽນຂ່າວທາງອິນເຕີເນັດ ຫຼື blogger ອະດີດຜູ້ຈັດການ
ຝ່າຍບັນນາທິການ ຂອງໜັງສືພິມ Thanh Nien ຫຼືຊາວໜຸ່ມ ກ່າວຕໍ່ວີໂອເອພາສາຫວຽດ
ນາມວ່າ ໃນວົງການສື່ມວນຊົນທັງຫຼາຍ ແມ່ນພາກັນຕົກໃຈ ຕໍ່ການດຳເນີນຄະດີດັ່ງກ່າວ.
ທ່ານ Chenh ກ່າວຕື່ມວ່າ ທ່ານນາງ Hoa ແມ່ນເປັນບັນນາທິການອະວຸໂສ ຄົນທຳອິດ
ຂອງນັກສືພິມລັດຖະບານ ທີ່ໄດ້ຖືກດຳເນີນຄະດີ ພາຍໃຕ້ມາດຕາ 258 ອັນເປັນກົດໝາຍ
ຕໍ່ຕ້ານລັດ ທີ່ບໍ່ຈະແຈ້ງ ແລະ ກວ້າງຂວາງ ຊຶ່ງມີການຕຳນິຕິຕຽນກັນຫຼາຍ ໂດຍກຸ່ມປົກປ້ອງ ສິດທິມະນຸດ ໂດຍຟ້ອງຮ້ອງພວກຄັດຄ້ານລັດຖະບານ ດ້ວຍຄວາມຜິດທາງ ອາຍາ.
ອົງການ CPJ ກ່າວວ່າ “ການກ່າວຫາດັ່ງກ່າວ ເປັນທ່າອຽງຂອງການຮາວີລົບກວນ
ທາງດ້ານກົດໝາຍ ຕໍ່ບັນດານັກຂ່າວ ຜູ້ທີ່ເຈາະຈີ້ມເລື່ອງ ສໍ້ລາດບັງຫລວງຕ່າງໆ
ທີ່ມີຄວາມຫລໍ່ແຫລມຢູ່ໃນຫວຽດນາມ.”
ເມື່ອຫຼາຍໆປີ ບໍ່ນານມານີ້ ໜັງສືພິມ The Elderly ໄດ້ເລີ້ມການສືບ ສວນສອບສວນຢ່າງ
ໃຫຍ່ ເຂົ້າໃນການນຳໃຊ້ທຶນຂອງລັດ ໄປໃນທາງທີ່ຜິດ ທີ່ນຳໄປສູ່ການຕັກເຕືອນຕໍ່ບັນດາ ເຈົ້າໜ້າທີ່ອາວຸໂສຂອງຫວຽດ ນາມຫລາຍໆຄົນ.