ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​​ຕາຍ 3 ຄົນ ຍ້ອນ ພາຍຸ​ໄຕ້​ຝຸ່ນ Son Tinh ​ໃນ ພາກເໜືອ ຫວຽດນາມ


ເສົາໂທລະພາບ ຂອງຊ່ອງ Nam Dinh ຫັກພັງລົງ ຍ້ອນພາຍຸ Typhoon Son-Tinh ໃນເມືອງ ນໍາດິນ, ວັນທີ 29 ຕຸລາ 2012;
ເສົາໂທລະພາບ ຂອງຊ່ອງ Nam Dinh ຫັກພັງລົງ ຍ້ອນພາຍຸ Typhoon Son-Tinh ໃນເມືອງ ນໍາດິນ, ວັນທີ 29 ຕຸລາ 2012;
ມີ​ຢ່າງ​ນ້ອຍ 3 ຄົນ​ເສຍ​ຊີວິດ ​ໃນ​ວັນ​ອາທິດ​ວານ​ນີ້ ເວລາ​ລົມພາຍຸ​ໄຕ້​ຝຸ່ນ Son Tinh ​ ​ພັດ​ຖະຫລົ່ມ​ທົ່ວ​ເຂດ​ພາກ​ເໜືອ​ຂອງ​ຫວຽດນາມ.

ທາງ​ການ​ກ່າວ​ວ່າ ໄຕ້​ຝຸ່ນ Son Tinh ​ໄດ້​ເຮັດ​ໃຫ້​ໄຟຟ້າ​ມອດ ​ໃນ​ບັນດາແຂວງທາງ​ທິດ ເໜືອຂອງນະຄອນຫລວງຮ່າໂນ​ຍ ​ແລ​ະວ່າ ​ໄດ້​ມີ​ການຍົກ​ຍ້າຍ​ຜູ້​ຄົນ​ຈໍານວນຫຼາຍ​ພົນ​ຄົນ​ອອກ​ຈາກ​ເຂດ​ທີ່ຕໍ່າ​ແລະ​ສ່ຽງ​ຕໍ່ການ​ຖືກນໍ້າ​ຖ້ວມ​.

​ຄາດ​ວ່າ ພາຍຸດັ່ງກ່າວ​ຈະ​ອ່ອນ​ກໍາ​ລັງ​ລົງ ​ແລະ​ກາຍ​ມາ​ເປັນພາຍຸ
​ເຂດຮ້ອນທໍາ​ມະ​ດາ ​ໃນ​ຂະນະ​ທີ່​ກໍາລັງ​ເຄື່ອນ​ເຂົ້າ​ໄປ​ສູ່​ພາກຕາ
​ເ​ວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ ພ້ອມ​ກັບລົມ​ແຮງ ຝົນຕົກ​ໜັກ ​ແລະ​ນໍ້າ
​ຖ້ວ​ມ.
XS
SM
MD
LG