ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນ ຫວຽດນາມ ເສຍຊີວິດ ຢ່າງໜ້ອຍ 49 ຍ້ອນພາຍຸໄຕ້ຝຸ່ນ ແດມຣີ


ໝາຢືນຢູ່ຮ້ານຂາຍເຄື່ອງດື່ມ ຫຼັງຈາກພາຍຸໄຕ້ຝຸ່ນ ແດມຣີ ພັດເຂົ້າ ເມືອງ ເຫວ໊ ຂອງ ຫວຽດນາມ. 5 ພະຈິກ, 2017.
ໝາຢືນຢູ່ຮ້ານຂາຍເຄື່ອງດື່ມ ຫຼັງຈາກພາຍຸໄຕ້ຝຸ່ນ ແດມຣີ ພັດເຂົ້າ ເມືອງ ເຫວ໊ ຂອງ ຫວຽດນາມ. 5 ພະຈິກ, 2017.

ພາຍຸໄຕ້ຝຸ່ນຮຸນແຮງລູກນຶ່ງ ທີ່ໄດ້ພັດເຂົ້າຊາຍຝັ່ງພາກກາງຂອງປະເທດ ຫວຽດນາມ
ໄດ້ສັງຫານຢ່າງໜ້ອຍ 49 ຄົນ, ຫຼາຍກວ່າ 10 ຄົນຫາຍສາບສູນ ແລະ ໄດ້ສ້າງຄວາມ
ເສຍຫາຍຢ່າງໃຫຍ່ ຕໍ່ພາກພື້ນ.

ປະຊາຊົນ 19 ຄົນຍັງຫາຍສາບສູນຢູ່, ລວມທັງສະມາຊິກ 9 ຄົນຂອງເຮືອບັນທຸກ ທີ່
ຈົມນໍ້າ ນອກຊາຍຝັ່ງຂອງແຂວງ ແຄ່ງ ຮົວ, ເຈົ້າໜ້າທີ່ບໍລິຫານໄພພິບັດ
ຫວຽດນາມ ໄດ້ກ່າວໃນຖະແຫຼງການສະບັບນຶ່ງວັນຈັນມື້ນີ້.

ຖະແຫຼງການ ກ່າວວ່າ ມີລາຍງານວ່າ ເກີດນໍ້າຖ້ວມໃນບໍລິເວນກວ້າງຂວາງ ແລະ
ເຮືອນຫຼາຍກວ່າ 116,000 ຫຼັງໄດ້ຖືກທຳລາຍ ຫຼື ເສຍຫາຍ.

ພາຍຸໄຕ້ຝຸ່ນ ແດມຣີ ໄດ້ພັດເຂົ້າ ຫວຽດນາມ ໃນວັນເສົາທີ່ຜ່ານມາ ແລະ ໄດ້ສະຫຼາຍ
ຕົວໄປແລ້ວ, ແຕ່ອົງການໄພພິບັດຍັງກ່າວວ່າ ນໍ້າຖ້ວມອາດຮ້າຍແຮງຂຶ້ນ ຍ້ອນມີການ
ພະຍາກອນວ່າ ຈະເກີດຝົນຕົກໜັກ ໃນພາກພື້ນດັ່ງກ່າວ.

ເມືອງ ດານັງ ທີ່ຕັ້ງຢູ່ພາກກາງຂອງປະເທດ, ເຊິ່ງເປັນເຈົ້າພາບຈັດກອງປະຊຸມສຸດ
ຍອດ ການຮ່ວມມືເສດຖະກິດ ເອເຊຍ ປາຊີຟິກ ຫຼື APEC ຈາກວັນທີ 8 ຫາ 10
ພະຈິກນັ້ນ, ກໍໄດ້ປະສົບກັບຝົນຕົກໜັກເຊັ່ນກັນ.

ບັນດາຜູ້ນຳຈາກ 21 ປະເທດ ແມ່ນຄາດວ່າ ຈະເຂົ້າຮ່ວມໃນກອງປະຊຸມສຸດຍອດດັ່ງ
ກ່າວ, ລວມທັງປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ, ປະທານປະເທດ ຈີນ
ທ່ານ ສີ ຈິ່ນຜິງ, ນາຍົກລັດຖະ ມົນຕີ ຍີ່ປຸ່ນ ທ່ານ ຊິນໂຊ ອາເບະ ແລະ ປະທານາທິບໍດີ
ຣັດເຊຍ ທ່ານ ວລາດິເມຍ ປູຕິນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG