ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຫວຽດນາມ ຕັດສິນ ຈໍາຄຸກ ພວກເຄື່ອນໄຫວ ເພື່ອສິດທິມະນຸດ 14 ຄົນ


ແຜນທີ່ປະເທດຫວຽດນາມ
ແຜນທີ່ປະເທດຫວຽດນາມ
ສານຂອງຫວຽດນາມໄດ້ຕັດສິນໂທດຈໍາຄຸກເປັນເວລາດົນນານ
ຕໍ່ພວກເຄື່ອນ ໄຫວດ້ານສິດທິມະນຸດ 14 ຄົນ ທີ່ຖືກຕັດສິນວ່າ ມີຄວາມຜິດໃນຖານວາງແຜນການ ໂຄ່ນລົ້ມລັດຖະບານຄອມ
ມີວນີສ.

ພາຍຫລັງການດຳເນີນຄະດີສັ້ນໆ ທີ່ດໍາເນີນໄປເປັນພຽງສອງມື້
ສານໄດ້ຕັດສິນໂທດ ຈໍາເລີຍ 13 ຄົນ ໃນວັນພຸດມື້ນີ້ ໃຫ້ຈໍາຄຸກ
ເປັນເວລານັບແຕ່ 3 ຫາ 13 ປີ. ສ່ວນຈໍາ ເລີຍອີກຜູ້ນຶ່ງ ແມ່ນຈະ ຖືກກັກບໍລິເວນໃຫ້ຢູ່ແຕ່ໃນເຮືອນ ເປັນເວລາ 3 ປີ.

ສານຂອງແຂວງ Nghe An ຢູ່ທາງພາກເໜືອຂອງປະເທດ ໄດ້
ຕັດສິນວ່າ ພວກນັກ ເຄື່ອນໄຫວດ້ານສິດທິມະນຸດດັ່ງກ່າວ ມີສ່ວນ ພົວພັນກັບກຸ່ມຕໍ່ຕ້ານລັດຖະບານ Viet Tan ທີ່ຖືກເກືອດຫ້າມ
ແລະມີສໍານັກງານຕັ້ງຢູ່ໃນສະຫະລັດ ຊຶ່ງລັດຖະບານຮາໂນ່ຍລະບຸວ່າ ເປັນອົງການກໍ່ການ ຮ້າຍນັ້ນ.

ອົງການ Viet Tan ໄດ້ປະນາມ ຢູ່ໃນຖະແຫລງການສະບັບນຶ່ງ ຕໍ່ສິ່ງທີ່ຕົນເອີ້ນວ່າ “ການ ຕັດສິນຄະດີໂດຍພະລະການ” ແກ່ພວກນັກເຄື່ອນໄຫວ ທີ່ທາງອົງການເວົ້າວ່າ “ໄດ້ທໍາ ການສະໜັບສະໜຸນ ໃຫ້ມີຄວາມຍຸດຕິທໍາໃນສັງຄົມ, ມີການພົວພັນເຮັດວຽກງານ ຂ່າວສານຂອງພົນລະເມືອງ, ແລະເຂົ້າຮ່ວມການເດີນຂະບວນປະທ້ວງຢ່າງສັນຕິ ແບບ ບໍ່ຮູ້ອິດຮູ້ເມື່ອຍ.”

ທາງດ້ານສະຖານທູດສະຫະລັດ ປະຈໍານະຄອນຮາໂນ່ຍກໍໄດ້ເວົ້າເຊັ່ນກັນວ່າ “ຕົນຮູ້ສຶກ ບໍ່ດີໃຈ ຕໍ່ການຕັດສິນນັ້ນຢ່າງເລິກເຊິ່ງ.” ທາງສະຖານທູດໄດ້ຮຽກຮ້ອງໃຫ້ລັດຖະບານ ຫວຽດນາມ ປ່ອຍຕົວພວກນັກເຄື່ອນໄຫວດັ່ງກ່າວໂດຍດ່ວນ ໂດຍເວົ້າວ່າ ການກັກ ຂັງພວກເຂົາເຈົ້າ ເປັນສ່ວນນຶ່ງຂອງ “ທ່າອ່ຽງດ້ານສິດທິມະນຸດທີ່ໜ້າຮ້ອນໃຈ ຢູ່ໃນ ຫວຽດນາມ.”

ທະນາຍຄວາມທີ່ຕາງໜ້າໃຫ້ແກ່ພວກຈໍາເລີຍ ກ່າວໃນວັນອັງຄານວານນີ້ວ່າ ບໍ່ມີຫລັກ ຖານໃດໆ ທີ່ສະແດງໃຫ້ເຫັນວ່າ ພວກນັກເຄື່ອນໄຫວທີ່ຖືກກ່າວຫາດັ່ງກ່າວ ເປັນສະມາ ຊິກຂອງກຸ່ມ ທີ່ມີສໍານັກງານຕັ້ງຢູ່ລັດຄາລິຟໍເນຍເລີຍ ແລະກໍເວົ້າອີກວ່າ ມີການລະເມີດ ຫລາຍຢ່າງ ຢູ່ໃນຂັ້ນຕອນການດໍາເນີນຄະດີນັ້ນ.
XS
SM
MD
LG