ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫວຽດ​ນາມ ຕິດ​ອັນ​ດັບ​ສູງ​ສຸດ​ ຂອງ​ລາຍ​ຊື່​ ປະ​ເທດ ຜູ້​ປະ​ຕິ​ບັດ​ ດ້ານ​ການ​ຄ້າ ທີ່​ມີ​ຜົນ​ງານ​ດີ ​ໃນ ອາ​ຊຽນ


ກຳ​ປັ່ນ​ບັນ​ທຸກ​ຕູ້​ສິນ​ຄ້າ ແລ່ນ​ຢູ່​ແນ່​ນ້ຳ ໄຊ​ງ່ອນ.
ກຳ​ປັ່ນ​ບັນ​ທຸກ​ຕູ້​ສິນ​ຄ້າ ແລ່ນ​ຢູ່​ແນ່​ນ້ຳ ໄຊ​ງ່ອນ.

ຫວຽດ​ນາມ ໄດ້​ກ້າວ​ຂຶ້ນ​ສູ່ລະ​ດັບ​ສູງ​ສຸດ​ຂອງລາຍ​ຊື່​ຜູ້​ປະ​ຕິ​ບັດ​ການ​ດ້ານ​ເສ​ດ​ຖະ​ກິດ​ໃນ
ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້, ເປັນ​ລາຍ​ຊື່​ທີ່​ທະ​ນາ​ຄານ Standard Chartered ເອີ້ນ​
ວ່າ “ດາວ​ລຸ້ງ” ກ່ຽວ​ກັບ ການ​ຄ້າ​ທົ່ວ​ໂລກ ອີງ​ຕາມ​ການ​ພັດ​ທະ​ນາ​ຂອງ​ບັນ​ດາ​ປະ​ເທດ
ແລະ ໂອ​ກາດ​ໃນ​ອະ​ນາ​ຄົດ​ຂອງ​ເຂົາ​ເຈົ້າ.

ດັດ​ສະ​ນີ​ການ​ຄ້າໃໝ່ Trade20 ຂອງ​ທະ​ນາ​ຄານ​ດັ່ງ​ກ່າວ ໄດ້​ເບິ່ງ 20 ປະ​ເທດ​ທີ່​ໃຫ້
​ຄວາມ​ຫວັງ​ໃນ​ທົ່ວ​ໂລກ ແລະ ຫວຽດ​ນາມ ແມ່ນ​ຢູ່​ໃນ​ອັນ​ທີ 6 ຂອ​ງ​ດັດ​ສະ​ນີ​ດັ່ງ​ກ່າວ.
ແນວ​ໃດ​ກໍ​ຕາມ ໃນ​ບັນ​ດາ​ປະ​ເທດ​ເອ​ເຊຍ​ຕາ​ວັນ​ອອກ​ສຽງ​ໃຕ້​ທີ່​ຢູ່​ໃນ​ລາຍ​ຊື່​ນັ້ນ, ຫວຽດ​
ນາມ​ແມ່ນຢູ່​ອັນ​ດັບ 1 ແຊງ​ຜ່ານ​ປະ​ເທດ ອິນ​ໂດ​ເນ​ເຊຍ ແລະ ໄທ.

ອີງ​ຕາມ​ທະ​ນາ​ຄານ​ດັ່ງ​ກ່າວ ເຫດ​ຜົນ​ສຳ​ລັບ​ຄວາມ​ສຳ​ເລັດ​ທາງດ້ານ​ເສດ​ຖະ​ກິດ​ຂອງ
ຫວຽດ​ນາມ ນັ້ນ, ລວມ​ມີ​ພື້ນ​ຖານ​ໂຄງ​ລ່າງ​ທີ່​ດີ​ຂຶ້ນ, ການ​ຄ້າ​ທີ່ຫຼາກຫຼາຍ ກັບຫຼາຍ​ປະ​
ເທດ ແລະ ຜະ​ລິດຕະ​ພັນ​ຕ່າງໆ​ໂດຍ​ສະ​ເພາະ​ທ່າມ​ກາງ​ສົງ​ຄາມ​ການ​ຄ້າ ຈີນ ກັບ ສະ​
ຫະ​ລັດ, ແລະ ຄວາມ​ໝັ້ນ​ຄົງ​ທາງ​ການ​ເມືອງ. ​ການ​ກຳ​ອຳ​ນາດ​ໂດຍ​ພັກ​ການ​ເມືອງ​ດຽວ
ຂອງພັກ​ຄອມ​ມູ​ນິ​ສ ​ຕັ້ງ​ແຕ່​ປີ 1975 ເປັນ​ຕົ້ນ​ມາ ແມ່ນ​ການ​ຄອງ​ອຳ​ນາດ​ທີ່​ດົນ​ທີ່​ສຸດ​ໃນ​
ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້, ຫຼັງ​ຈາກ​ພັກ People’s Action ກຳ​ອຳ​ນາດ​ໃນ ສິງ​ກະ​ໂປ
ນັບ​ຕັ້ງ​ແຕ່​ປີ 1959 ເປັນ​ຕົ້ນ​ມາ.

ທ່ານ ນິ​ຣຸກ ຊາ​ປ​ຣູ, ຜູ້​ບໍ​ລິ​ຫານ​ລະ​ດັບ​ສູງ​ຂອງ​ທະ​ນາ​ຄານ Standard Chartered ສຳ
​ລັບ ຫວຽດ​ນາມ, ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້ ແລະ ເອ​ເຊຍ​ໃຕ້, ໄດ້​ກ່າວ​ໃນ​ອາ​ທິດ​ແລ້ວ
ນີ້​ວ່າ “ຄວາມ​ເປີດ​ດ້ານ​ເສດ​ຖະ​ກິດ ແລະ ການ​ພົວ​ພັນ​ຂອງ ຫວຽດ​ນາມ ເປັນ​ສິ່ງ​ທີ່​ນຳ​ໄປ​
ສູ່​ຄວາມ​ສຳ​ເລັດ. ປະ​ເທດ​ດັ່ງ​ກ່າວ​ຕອນນີ້​ໄດ້​ກາຍ​ເປັນ​ປະ​ເທດ​ທີ່​ມີ​ເສດ​ຖະ​ກິດ​ເຕີບ​ໂຕ​
ໄວ​ທີ່​ສຸດ​ໃນ​ພາກ​ພື້ນ, ເປັນ​ການ​ບົ່ງ​ຊີ້​ທີ່​ຊັດ​ເຈນ​ ກ່ຽວ​ກັບ ຜົນ​ປະໂຫຍດ ທີ່​ປະ​ເທດ​ດັ່
ງ​ກ່າວ​ເກັບ​ກ່ຽວ​ຈາກການ​ມີເສດ​ຖະ​ກິດ​ທີ່​ເປີດ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG