ສະໜາມບິນຕ່າງໆໃນຫວຽດນາມໄດ້ເພີ່ມມາດຕະການຮັກ
ສາຄວາມປອດໄພ ໃນຂະນະທີ່ປະເທດດັ່ງກ່າວສືບຕໍ່ຊອກ
ຄົ້ນຫາເຮືອບິນສາຍການບິນມາເລເຊຍທີ່ຫາຍສາບສູນໄປ
ນັ້ນ.
ທ່ານ Pham Anh Tuan ເຈົ້າໜ້າທີ່ຮັກສາຄວາມປອດໄພ
ຂັ້ນສູງ ທີ່ສະໜາມບິນນາໆຊາດ Noi Bai ໃນນະຄອນຫຼວງ
ຮາໂນ່ຍ ບອກກັບ VOA ພາກພາສາຫວຽດນາມວ່າ ການ
ຮັກສາຄວາມປອດໄພ ແມ່ນໄດ້ປະຕິບັດຕາມຄຳສັ່ງຂອງ
ລັດຖະບານຢ່າງເຂັ້ມງວດ ທີ່ຈັດໃຫ້ຫວຽດ ນາມຢູ່ໃນລະດັບ
ທຳອິດ ຂອງລະບົບເຕືອນໄພ ທີ່ມີທັງໝົດ 3 ລະດັບ.
ທ່ານ Pham ກ່າວວ່າ “ຖ້າພວກພະນັກງານຂອງພວກເຮົາ ໄດ້ເຫັນສິ່ງຂອງອັນໃດ
ກໍຕາມທີ່ໜ້າສົງໄສແລະຜິດປົກກະຕິແລ້ວນັ້ນ ພວກເຂົາເຈົ້າຈະຕ້ອງໄດ້ລາຍງານ
ໃຫ້ກຳລັງຮັກສາຄວາມປອດໄພຮູ້ໃນທັນທີ. ພວກເຮົາໄດ້ກວດເບິ່ງຢ່າງໃກ້ຊິດ
ເບິ່ງທຸກໆເລື່ອງໃນສະໜາມບິນ ແລະໄດ້ເອົາມາດຕະການກວດຜູ້ໂດຍສານ
ແລະຫີບເຄື່ອງນຸ່ງຂອງພວກເຂົາເຈົ້າ ແບບສຸ່ມເອົາ ເຖິງແມ່ນວ່າພວກຜູ້ໂດຍສານ
ເຫຼົ່ານີ້ໄດ້ຜ່ານການກວດກາຈາກຄະນະຮັກສາຄວາມປອດໄພ ແລ້ວກໍຕາມ.”
ຫຼັງຈາກໄດ້ມີລາຍງານກ່ຽວກັບຜູ້ໂດຍສານສອງຄົນ ໃນເຮືອບິນສາຍການບິນມາເລເຊຍ
ໄດ້ ເດີນທາງດ້ວຍໜັງສືຜ່ານແດນທີ່ຖືກລັກມານັ້ນ ທ່ານໄດ້ກ່າວວ່າ ສະໜາມບິນ
Hanoi ໄດ້ຈັດຝຶກອົບຮົມບັນດາພະນັກງານຢ່າງເຄັ່ງຄັດ ເພື່ອປ້ອງກັນເລື່ອງຕ່າງໆ
ເຊັ່ນເອກະສານ ທີ່ມີການປອມແປງນັ້ນ.
ທ່ານ Nhuyen Cong Dung ຈາກສະໜາມບິນ Da Nang ໃນພາກກາງຂອງຫວຽດ
ນາມ ກໍໄດ້ຢືນຢັນວ່າ ທີ່ສະໜາມບິນຂອງທ່ານ ກໍໄດ້ເພີ່ມການຮັກສາຄວາມປອດໄພ
ຢ່າງເຂັ້ມງວດຂຶ້ນຄືກັນ.
ໄດ້ມີການເພີ່ມການກວດກາເຄື່ອງຈັບລະເບີດ ແລະເພີ່ມພະນັກງານຮັກສາຄວາມປອດໄພ
ຢູ່ທີ່ຕຶກອາຄານຕ້ອນຮັບຜູ້ໂດຍສານທັງຂາເຂົ້າແລະຂາອອກ ທັງພາຍໃນປະເທດແລະຕ່າງ
ປະເທດ ຕາມສະໜາມບິນທີ່ໃຫຍ່ໆ ໃນກຸງຮາໂນາຍ ແລະນະຄອນໂຮຈິມິນ.