ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຫວຽດນາມ ຈະທົດສອບ ທ່ານ ທຣຳ ກ່ຽວກັບ ການເຮັດສັນຍາ ການຄ້ານຳກັນ


ກຳມະກອນເຮັດວຽກຢູ່ໂຮງງານຕັດຫຍິບແຫ່ງໜຶ່ງໃນແຂວງ Hung Yen ນອກນະຄອນຫຼວງ ຮາໂນ່ຍ.​ 5 ມັງກອນ 2017.
ກຳມະກອນເຮັດວຽກຢູ່ໂຮງງານຕັດຫຍິບແຫ່ງໜຶ່ງໃນແຂວງ Hung Yen ນອກນະຄອນຫຼວງ ຮາໂນ່ຍ.​ 5 ມັງກອນ 2017.

ຫວຽດນາມ ຈະທົດສອບຄວາມເປີດກວ້າງຂອງປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ
ທຣຳ ເລື່ອງຂໍ້ຕົກລົງການຄ້າ 1 ຕໍ່ 1 ໃນຂະນະທີ່ພວກເຂົາເຈົ້າໄດ້ເລີ່ມກະຕຸກລັດຖະບານ ວໍຊິງຕັນ ສຳລັບຂໍ້ຕົກລົງທີ່ໃກ້ຈະສິ້ນສຸດລົງ ເພື່ອທົດແທນບົດບາດຂອງພວກເຂົາເຈົ້າໃນ
ພາຄີຂ້າມມະຫາສະໝຸດປາຊີຟິກທີ່ກຳລັງຈະໝົດອາຍຸລົງ.

ສື່ມວນຊົນທາງການໃນ ຫວຽດນາມ ກ່າວວ່າ ນາຍົກລັດຖະມົນຕີ ທ່ານ Nguyen Xuan
Phuc ໄດ້ກ່າວຕໍ່ຄະນະຜູ້ແທນທຸລະກິດ ອາເມຣິກັນ ໃນສັບປະດາທີ່ຜ່ານມາວ່າ ທ່ານ
ພ້ອມແລ້ວທີ່ຈະເດີນທາງຢ້ຽມຢາມ ສະຫະລັດ, ແລະ ວ່າທ່ານຫວັງວ່າ ຈະໄດ້ພົບປະກັບ
ທ່ານ ທຣຳ ເພື່ອປຶກສາຫາລື ກ່ຽວກັບ ການຄ້າ, ໃນຈຳນວນຫົວຂໍ້ອື່ນໆນຳ.

ຫວຽດນາມ ອາໄສການສົ່ງອອກຜະລິດຕະພັນໂຮງຈັກໂຮງງານຢ່າງໜັກ, ເຊິ່ງແມ່ນປະ
ມານ 19 ເປີເຊັນຂອງເສດຖະກິດທີ່ມີມູນຄ່າ 200 ພັນລ້ານໂດລາ.

ທ່ານນາງ Marie Diron ຮອງປະທານອາວຸໂສ ບໍລິສັດ Moody’s Investor Service ໃນປະເທດ ສິງກະໂປ ກ່າວວ່າ “ຂໍ້ຕົກລົງການຄ້າກັບ ສະຫະລັດ, ເຊິ່ງເປັນຕະຫຼາດທີ່
ໃຫຍ່ຫຼາຍ, ແນ່ນອນວ່າ ຈະນຳຜົນປະໂຫຍດບາງຢ່າງທີ່ມີຄວາມກະຈ່າງແຈ້ງມາໃຫ້. ມັນຈະກ່ຽວກັບການຈັດຕັ້ງຕະຫຼາດການສົ່ງອອກພວກນີ້ກັບຂໍ້ຕົກລົງການຄ້າເມື່ອມີ
ຂຶ້ນ."

ບັນດານັກວິເຄາະກ່າວວ່າ ທ່ານ ທຣຳ ຄາດວ່າຈະບໍ່ໃຫ້ບູລິມະສິດຕໍ່ຂໍ້ຕົກລົງການຄ້າ
ເສລີໃນໄລຍະໄວໆນີ້, ແຕ່ໃນມື້ໃດມື້ໜຶ່ງທ່ານອາດຈະພິຈາລະນາ ກ່ຽວກັບມັນ. ຂໍ້ຕົກລົງ
ການຄ້າປົກກະຕິແລ້ວຈະບັງຄັບໃຫ້ຜູ້ລົງນາມຕັດພາສີສິນຄ້າ ຫຼື ການບໍລິການຂອງແຕ່
ລະຝ່າຍລົງ.

ທ່ານ Nguyen ອາດຈະມີໂອກາດໃນການຄິດກຽມເຮັດຂໍ້ຕົກລົງການຄ້າກັບ ສະຫະລັດ ເພາະວ່າ ບັນດາບໍລິສັດ ອາເມຣິກັນ ທີ່ຂາຍຜະລິດຕະພັນເຊັ່ນ ອາຫານຈານດ່ວນ, ໂທ
ລະສັບມືຖື ແລະ ແມ່ນກະທັງບໍລິສັດປະກັນໄພ ຢາກໃຫ້ເຂົ້າເຖິງຊົນຊັ້ນກາງທີ່ເຕີບໂຕ
ຢ່າງວ່ອງໄວຂອງ ຫວຽດນາມ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG