ຫວຽດນາມກຳລັງປະເຊີນໜ້າກັບບັນຫາພະລັງງານທີ່ຮ້າຍແຮງ ໂດຍບັນດາເຈົ້າໜ້າ
ທີ່ ໃນນະຄອນຮາໂນ່ຍ ພວມພະຍາຍາມຊອກຫາຊ່ອງທາງຢູ່ວ່າ ຈະສະໜອງພະລັງ
ງານທີ່ຕ້ອງການທັງໝົດແບບໃດ ຈຶ່ງຈະບໍ່ທຳລາຍສິ່ງແວດລ້ອມ ໃນຂັ້ນຕອນການດຳ
ເນີນງານນັ້ນ.
ເຂດເອເຊຍອາຄະເນ ໂດຍທົ່ວໄປແລ້ວ ຈະພົບເຫັນວ່າ ມີຄວາມຕ້ອງການໃຊ້ພະລັງ
ງານເພີ່ມຂຶ້ນເຖິງ 80 ເປີເຊັນໃນສອງທົດສະວັດຂ້າງໜ້ານີ້ອີງຕາມບໍລິສັດ Trilliant
ທີ່ເປັນບໍລິສັດຊອບແວ ກ່ຽວກັບຕາຂ່າຍສາຍສົ່ງໄຟຟ້າ. ແຕ່ສຳລັບຫວຽດນາມແລ້ວ
ໂຕເລກດັ່ງກ່າວ ແມ່ນເກືອບເຖິງ 200 ເປີເຊັນ.
ພວກທີ່ມີສ່ວນໄດ້ສ່ວນເສຍເຊື່ອວ່າ ການປົວແປງ ແມ່ນຕ້ອງໃຊ້ວິທີປະສົມປະສານ
ທັງດ້ານເທັກໂນໂລຈີ ພະລັງງານທີ່ໃຊ້ຄືນໃໝ່ໄດ້ແລະການໃຊ້ພະລັງງານ ແບບມີ
ປະສິດທິຜົນຫລາຍຂຶ້ນ. ແຕ່ຄຳຕອບດັ່ງກ່າວບໍ່ງ່າຍເລີຍຕໍ່ບັນດາຜູ້ຕັດສິນໃຈໃນຮາ
ໂນ່ຍ.
ພວກເຂົາເຈົ້າຫລາຍຄົນ ພາກັນເຫັນວ່າ ຖ່ານຫີນ ເປັນເຊື້ອໄຟ ທີ່ມີລາຄາຖືກສຳລັບ
ເສດຖະກິດໂດຍທີ່ໂຮງໄຟຟ້າຫຼາຍສິບແຫ່ງຈະນຳໃຊ້ບໍລິການໃນປີ 2030 ເຖິງແມ່ນ
ວ່າ ມີມົນລະພິດຈາກທາດຄາບອນທີ່ປ່ອຍອອກມາກໍຕາມ. ແລະເຖິງແມ່ນວ່າຫວຽດ
ນາມ ພຽງແຕ່ຂຶ້ນລາຄາ ມັນຈະຈ່າຍແກ່ບັນດາຜູ້ລົງທຶນພະລັງງານແສງຕາເວັນ ແຕ່
ຕະຫລາດສຳລັບພະລັງງານທີ່ສາມາດໃຊ້ຄືນໃໝ່ນັ້ນຍັງຢູ່ໃນຂັ້ນເລີ້ມຕົ້ນເປັນເວລາ
ອີກຫລາຍໆປີ.
ຫວຽດນາມ ປະເຊີນໜ້າກັບສະຖານະການ ທີ່ຄ້າຍຄືກັນນີ້ ຂອງບັນດາປະທດທີ່ກຳ
ລັງພັດທະນາຕ່າງໆ ທີ່ການເຕີບໂຕທາງເສດຖະກິດມາພ້ອມກັບການເສຍສະຫຼະ.