ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຫວຽດນາມ ເອົາມາດຕະການ ທີ່ເຄັ່ງຄັດກັບ ຈີນ ໃນການອ້າງເອົາ ເຂດແດນທາງທະເລ


ສະຖານີ ເຝົ້າຍາມຂອງ ຫວຽດນາມ ຢູ່ເກາະ Truong Sa ຫຼື ເກາະ Spratly.
ສະຖານີ ເຝົ້າຍາມຂອງ ຫວຽດນາມ ຢູ່ເກາະ Truong Sa ຫຼື ເກາະ Spratly.

ຫວຽດນາມ ກຳລັງຂະຫຍາຍທາງແລ່ນເຮືອບິນທະຫານ ໃນໝູ່ເກາະຂະໜາດນ້ອຍ ເພື່ອ ຊ່ວຍຮັບມືກັບ ຈີນ ທີ່ມີຂະໜາດໃຫຍ່ກວ່າ, ແລະ ກໍດຸຮ້າຍຫຼາຍກວ່າ ສຳລັບການຄວບຄຸມ ຄວາມຂັດແຍ່ງອຳນາດອະທິປະໄຕທີ່ຍາວກວ້າງຂອງ ເອເຊຍ ໃນຂະນະທີ່ຜູ້ກ່າວອ້າງປະ ເທດອື່ນໆໄດ້ມິດງຽບ ຫຼື ຫາທາງເຈລະຈາກັນຢູ່.

ລັດຖະບານໃນນະຄອນຫຼວງ ຮາໂນ່ຍ ກຳລັງຂະຫຍາຍທາງແລ່ນເຮືອບິນຢູ່ໜຶ່ງໃນໝູ່ ເກາະ Spratly, ເປັນໝູ່ເກາະທີ່ມີຄວາມຂັດແຍ່ງກັນໃນທະເລຈີນໃຕ້, ຈາກ 762 ຫາ 1,005 ແມັດ ແລະ ສ້າງໂຮງເກັບເຮືອບິນໃໝ່ຂຶ້ນ, ອີງຕາມສູນຄົ້ນຄວ້າ ສຳລັບແຜນຍຸດ ທະສາດ ແລະ ການສຶກສາສາກົນ ສະຫະລັດ.

ພວກເຂົາເຈົ້າໄດ້ກ່າວວ່າ ເສັ້ນທາງທີ່ໃຫຍ່ກວ່າ ຈະເຮັດໃຫ້ເຮືອບິນກວດກາທາງທະເລ ຂອງກອງທັບອາກາດເຂົ້າເຖິງໄດ້ງ່າຍກວ່າ.

ການນຳໃຊ້ທະເລທີ່ເປັນຄັ້ງປະຫວັດສາດນີ້, ຄວາມພາກພູມໃຈແຫ່ງຊາດອັນແຂງແກ່ນ ແລະ ປະຫວັດສາດຂອງຄວາມຂັດແຍ່ງທີ່ຮ້າຍແຮງ ແມ່ນກຳລັງກະຕຸ້ນໃຫ້ ຫວຽດນາມ ຈັດການປ້ອງກັນໝູ່ເກາະຫຼາຍກວ່າ 20 ແຫ່ງໃນກຸ່ມຂອງເກາະດັ່ງກ່າວ.

ທ່ານ Adam McCarthy, ຫົວໜ້ານັກເສດຖະສາດທີ່ ບໍລິສັດເສດຖະກິດແມ່ນ້ຳຂອງ ໃນ ນະຄອນຫຼວງ ຮາໂນ່ຍ ໄດ້ກ່າວວ່າ “ຫວຽດນາມ ຕ້ອງຫຼິ້ນເກມຢ່າງລະມັດລະວັງຫຼາຍໆ. ພວກເຂົາເຈົ້າບໍ່ຢາກຈະຍົ້ວອາລົມຂອງ ຈີນ ແທ້ໆ, ແຕ່ພວກເຂົາເຈົ້າກໍບໍ່ສາມາດປ່ອຍໃຫ້ ຈີນ ເຮັດໃນສິ່ງທີ່ພວກເຂົາເຈົ້າຢາກເຮັດໄດ້ໝົດທຸກຢ່າງ.

ນອກນີ້ ຈີນຍັງໄດ້ເຮັດໃຫ້ປະເທດ ບຣູໄນ, ເມເລເຊຍ, ເກາະໄຕ້ຫວັນ ແລະ ຟີລິບປິນ ມີ ຄວາມອຶດອັດ ນັບຕັ້ງແຕ່ປີ 2010 ເປັນຕົ້ນມາ ດ້ວຍການຂະຫຍາຍບໍລິເວນຂອງພວກ ເຂົາເຈົ້າເຂົ້າໄປໃນມະຫາສະໝຸດ 3.5 ລ້ານກິໂລແມັດມົນທົນຢ່າງວ່ອງໄວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG