ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ພະນັກງານ ຢູ່ໂຮງງານຜະລິດເກີບແຫ່ງນຶ່ງ ໃນຫວຽດນາມ ພາກັນນັດຢຸດງານປະທ້ວງ


Vietnam Strike
please wait
Embed

No media source currently available

0:00 0:01:01 0:00

ພວກ​ພະນັກງານ​ຫລາຍ​ພັນ​ຄົນ ຢູ່​ໂຮງງານ​ອຸດສາຫະກຳ​ສຳ​
ຄັນ​ແຫ່ງ​ນຶ່ງ ທາງ​ພາກ​ໃຕ້​ຂອງຫວຽດນາມ ​ໄດ້ພາກັນ​ນັດຢຸດ
ງານເປັນ​ມື້​ທີ່ຫ້າ ​ໃນ​ວັນ​ອັງຄານ​ວານ​ນີ້ ຊຶ່ງ​ເປັນ​ການ​ປະ​ທ້ວງ
​ທີ່​ບໍ່​ຄ່ອຍ​ມີ ທີ່ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ບໍ່​ສະຫງົບທາງດ້ານ
ແຮງງານ ຢູ່ໃນ​ປະ​ເທດທີ່ປົກຄອງໂດຍ​ຄອມມິ​ວນິສ.

ພວກ​ນັດຢຸດງານໄດ້ໂຮມຊຸມນຸມ​ກັນ​ຢ່າງ​ສັນຕິ ຢູ່​ນອກ​ໂຮງງານບໍລິສັດ Pou Yuen
Vietnam ຊຶ່ງ​ເປັນຜູ້ຜະລິດ​ເກີບ​ໃຫ້​ແກ່​ບັນດາ​ບໍລິສັດ​ຕ່າງໆ ຮວມທັງ Nike ​ແລະ
Addidas ຕະຫລອດທັງຍີ່​ຫໍ້ Lacoste, Converse ​ແລະ Reebok ນຳດ້ວຍ.

ພວກ​ພະນັກງານ​ພາກັນ​ບໍ່ພໍ​ໃຈ ​ກ່ຽວ​ກັບກົດໝາຍ​ປະກັນ​ໄພ​ສັງຄົມ ທີ່​ຈະ​ມີຜົນ ບັງຄັບ​ໃນ​
ປີໜ້າ​ນີ້ ໂດຍຈະກຳນົດ​ຂອບ​ເຂດ​ຈຳກັດກ່ຽວກັບສິດທິ ຂອງຜູ້ທີ່​ຈະ​ໄດ້​ຮັບເງິນ​ເປັນ​ກ້ອນ
​ຖ້າ​ຫາກ​ວ່າເຂົາ​ເຈົ້າອອກ​ຈາກ​ວຽກ​ໄປ.

ບໍລິ​ສັດ Pou Yuen ຊຶ່ງມີ​ພະນັກງານ​ເກືອບ 80,000 ຄົນ ແມ່ນຄວບ​ຄຸມ​ໂດຍ​ ​ບໍລິສັດ
ຜະລິດ​ເກີບ Yue Yuen Industrial Holdings ທີ່​ມີ​ຫ້ອງການຢູ່ຈີນ.

ການ​ນັດ​ຢຸດ​ງານ ​ແລະປະ​ທ້ວງ​ເປັນ​ແມ່ນບໍ່ຄ່ອຍເຫັນ​ຢູ່​ໃນປະ​ເທດ​ຫວຽດນາມ ທີ່​ໄດ້​ຖືກ
​ຄວບ​ຄຸມ​ຢ່າງ​ເຄັ່ງ​ຄັດໂດຍ​ພັກ​ຄອມ​ມິ​ວນິສ​ ມາ​ເປັນ​ເວລາ​ສີ່​ທົດ​ສະ​ວັດແລ້ວ ​ແລະ​ກຳລັງ
​ວາງທ່າທີຂອງ​ຕົນວ່າ​ ຈະເປັນມະຫາອຳນາດ​ດ້ານ​ການຜະລິດຂອງເອເຊຍໃນອະນາ​ຄົດ​.

ຫວຽດນາມແມ່ນເປັນທີ່ຮູ້ກັນດີແລ້ວ​ວ່າ​ເຄີຍມີການເອົາມາດຕະການແບບເດັດຂາດເພື່ອ ​ທັບມ້າງຄວາມວຸ້ນວາຍທາງດ້ານ​ແຮງ​ງານ ​ແລະ​ຄວາມ​ບໍ່​ສະຫງົບ​ຂອງພົນລະ​ເຮືອນ ທີ່ມີ
ຜົນກະທົບຕໍ່ການຜະລິດແຜ່ນແພອື່ນໆ ທີ່ເປັນຄູ່ແຂ່ງ ເຊັ່ນ ຈີນແລະ​ກຳປູ​ເຈຍ.

Thousands of workers at a major factory in southern Vietnam went on strike for a fifth day Tuesday in protest in rare show of labor unrest in the communist-run country.

The strikers gathered peacefully outisde the factory owned by Pou Yuen Vietnam, a footwear maker for firms that include Nike and Adidas, and brands like Lacoste, Converse and Reebok.

The employees are upset about a social insurance law taking effect next year, which will restrict the scope of entitlements for a lump sum payment if they leave.

Pou Yuen, which employs nearly 80,000 workers, is controlled by Chinese-based shoemaker Yue Yuen Industrial Holdings.

Strikes and protests are rare in Vietnam, which has been tightly controlled by the Communist Party for four decades and is positioning itself as a future Asian manufacturing powerhouse.

It is known for taking decisive action to thwart the kind of labor and civil unrest that has affected other textile manufacturing rivals like China and Cambodia.

XS
SM
MD
LG