ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຫວຽດນາມຍັງຄວບຄຸມປາບປາມ ພວກຄັດຄ້ານລັດຖະບານ ຢ່າງເຄ່ງຄັດ


ທະນາຍຄວາມ ຫງວຽນ ວັນ ໄດ
ທະນາຍຄວາມ ຫງວຽນ ວັນ ໄດ

ບັນດານັກວິເຄາະກ່າວວ່າ ເຖິງແມ່ນຫວຽດນາມໄດ້ປ່ອຍຕົວນັກເຄຶ່ອນໄຫວຂັ້ນນໍາທີ່ນິຍົມ ປະຊາທິປະໄຕຄົນນຶ່ງກໍຕາມ ແຕ່ໃນບໍ່ເທົ່າໃດປີຜ່ານມານີ້ ພວກເຈົ້າໜ້າທີ່ຫວຽດນາມ ກໍໄດ້ ທໍາການຄວບຄຸມຢ່າງເຄັ່ງຄັດ ຕໍ່ການຄັດຄ້ານທາງການເມືອງ.

ໃນເດືອນນີ້ ຫວຽດນາມໄດ້ປ່ອຍຕົວທະນາຍຄວາມດ້ານສິດ
ທະມະນຸດ ທີ່ມີຊື່ສຽງຄົນນຶ່ງ ອອກຈາກຄຸກ ແຕ່ພວກນັກ
ວິເຄາະກ່າວວ່າ ພວກເຈົ້າໜ້າທີ່ຫວຽດນາມຍັງທໍາການ
ຄວບຄຸມພວກທີ່ຄັດຄ້ານ​ລັດຖະບານທາງການເມືອງ ແລະ
ພວກນັກເຄຶ່ອນໄຫວເພື່ອປະຊະທິປະໄຕທັງຫລາຍນັ້ນຢ່າງ ເຄັ່ງຄັດ ຢູ່ຕະຫລອດມາ.

ນາຍ ຫງວຽນ ວັນໄດ ທະນາຍຄວາມອາຍຸ 42 ປີ ໄດ້ຖືກ
ປ່ອຍຕົວອອກຈາກ ຄຸກເມືອວັນທີ່ 6 ເດືອນນີ້ ຫລັງຈາກໄດ້
ຮັບໃຊ້ໂທດຈໍາຄຸກສີ່ປີ ແລະກໍຍັງຈະຖືກກັກບໍລິເວນອີກເປັນ
ເວລາ 4​ ປີ. ທະນາຍ ຫງວຽນ ວັນໄດ ຖືກຕັດສິນ​ໂທດຈໍາຄຸກໃນປີ 2007 ຍ້ອນ​ໄດ້ຂຽນຂໍ້ຄວາມລົງທາງອິນເທີ ເນັດທີ່ສະໜັບສະໜຸນໃຫ້ຫວຽດນາມເປັນປະເທດທີ່ມີ ຫລາຍພັກການເມືອງ.

ທ່ານ Carl Thayer ສາ​ສະ​ດາ​ຈານທີ່​ກະສຽນ​ແລ້ວ​ແຕ່​ຍັງ​ເປັນອາຈານ ສອນກຽດຕິມະ​ສັກ​ ປະຈໍາມະຫາວິທະຍາໄລ New South Wales ຂອງ ອອສເຕຣເລຍ ກ່າວ​ກັບວີໂອເອວ່າ ພວກເຈົ້າໜ້າທີ່ຫວຽດນາມໄດ້ປ່ອຍຕົວ ທະນາຍ ຫງວຽນ ວັນໄດ ຕາມກໍານົດ ແຕ່ກໍຈະ​ບໍ່​ລັງ​ເລ​ໃຈ​ເລີຍທີ່ຈະຈັບກຸມ ທະນາຍຄວາມດ້ານສິດທິມະນຸດຄົນນີ້ອີກ ຖ້າຫາກຜູ້ກ່ຽວສືບຕໍ່ ທໍາການປະທ້ວງຂອງ​ຕົນ.

ອາຈານ Thayer ກ່າວວ່າ ​ໂດຍ​ສ່ວນ​ໃຫຍ່​ແລ້ວ ຫວຽດນາມໄດ້ທໍາ​ການ ປາບປາມການ ເຄຶ່ອນໄຫວຕ່າງໆເພື່ອປະຊາທິປະໄຕ ໃນ​ໄລຍະບໍ່ເທົ່າໃດປີຜ່ານມານີ້ ຊຶ່ງ​ທ່ານໃຫ້ຂໍ້ສັງເກດ ວ່າ ພວກຜູ້ນໍາຫວຽດນາມໄດ້ຮຽກຮ້ອງຢູ່ ​ໃນກອງປະຊຸມ​ໃຫຍ່ຂອງພັກຄອມມີວນີສເມື່ອ ເດືອນ ມັງກອນຜ່ານມາໃຫ້ດໍາ​ເນີນ​ການຕ້ານພວກຊາວຫວຽດນາມ ທີ່ພາກັນກໍ່ຕັ້ງພັກການ ເມືອງ ແລະກຸ່ມຄັດຄ້ານຕ່າງໆ.

ທ່ານ Thayer ກ່າວອີກວ່າ ການໂອ້ລົມກັນເລຶ່ອງການປະຕິວັດໃນຫວຽດນາມນັ້ນ ແມ່ນບໍ່ໄປບໍ່ມາຫຍັງເລີຍ ຊື່​ງທ່ານ​ໃຫ້​ເຫດຜົນ​ວ່າ:

// ສຽງ //

“ຂະ​ບວນການເພື່ອປະຊາທິປະໄຕ ແມ່ນຖືກຕັດຫົວ ແລະບໍ່ມີຜູ້ນໍາພາ ແລະເຄືອຂ່າຍທີ່ໂຜ່ໂຕຂຶ້ນມາ ຈາກປີ 2006 ຫາ ປີ 2008 ນັ້ນ ຂ້າພະເຈົ້າຄິດວ່າ ໄດ້ຖືກ​ທັບ​ມ້າງ​ຢ່າງ​ສິ້ນ​ເຊີງ​ ໃນເວລາ​ນີ້.”

ທ່ານເທ​ເອີ ກ່າວຕໍ່ໄປວ່າ ເພື່ອສົ່ງເສີມຄວາມ​ໄຝ່ຝັນ​ທະ​ເຍີ​ທະຍານທາງ ການເມືອງຂອງຕົນ​ນັ້ນ ຫວຽດນາມ​ໄດ້ຜ່ອນຄາຍຄວາມກົດດັນຕໍ່ພວກນັກ ເຄຶ່ອນໄຫວດ້ານສິດທິມະນຸດເປັນ ໄລຍະໆ ລ່ວງ​ໜ້າການຢ້ຽມຢາມຂອງ​ຜູ້​ນໍາ​ຕ່າງປະ​ເທດລະດັບສູງ ຫລືຕາມການຮຽກຮ້ອງ ຂອງລັດຖະບານຕ່າງປະເທດ ໂດຍສະເພາະສະຫະລັດນັ້ນ.

ທ່ານ Phil Robertson ຮອງຜູ້​ອໍານວຍ​ການອົງການສິ້ງຊອມສິດທິມະນຸດ ຫລື Human Rights Watch ປະຈໍາຂົງເຂດເອເຊຍກ່າວວ່າ ມີບາງຄັ້ງບາງຄາວທີ່ຫວຽດນາມຜ່ອນເບົາ ການປາບປາມທາງການເມືອງພາຍໃນປະເທດ ເພື່ອເອົາໃຈພວກ​ກັນ​ການທູດຢູ່​ໃນກອງປະຊຸມ ແບບຫລາຍຝ່າຍ ແລະ ​ໃນ​ການເຈລະຈາຕໍ່ຮອງດ້ານການຄ້າ ແຕ່ວ່າ ຍາມ​ໃດ ຫວຽດນາມກໍພະຍາ ຍາມປະຕິບັດນະໂຍບາຍ ທີ່ຮັບປະກັນບໍ່ໃຫ້ການເຄື່ອນໄຫວຂອງ​ພວກ​ຄັດ ຄ້ານລັດຖະບານ​ໃນ​ຂັ້ນກວ້າງຂວາງ ກໍ່​ຮ່າງ​ຂຶ້ນ​ໃນສົງຄົມພົນລະເຮືອນ ​ແລະ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ປະຊາຊົນຫວຽດນາມ.

ທ່ານ Robertson ກ່າວອີກວ່າ ​ໃນ​ໄລຍະບໍ່ເທົ່າໃດອາທິດຜ່ານມານີ້ ຫວຽດນາມໄດ້​ເພີ່ມ​ທະວີການສິ້ງ​ຊອມຕິດຕາມ​ເບິ່ງພວກເຄືອຂ່າຍອິນເທີເນັດ ຍ້ອນຢ້ານກົວວ່າ ພວກທີ່​ຂຽນ​ຂໍ້ຄວາມ​ສະ​ແດງ​ຄວາມ​ຄິດ​ຄວາມ​ເຫັນ​ລົງ​ທາງ​ອິນ​ເທີ​ເນັດ ແລະພວກຄັດຄ້ານລັດຖະບານ ທັງຫລາຍ ຈະ​ພາກັນຮຽກຮ້ອງ​ໃຫ້​ຊາວ​ຫວຽດນາມ​ປະຕິບັດ​ຕາມການລຸກຮືຂອງ ມະຫາຊົນ ທີ່​ກໍາລັງ​ແຜ່​ລາມ​ໄປທົ່ວຂົງເຂດອາຟຣິກາເໜືອນັ້ນ. ທ່ານ Robertson ກ່າວ​ວ່າ:

// ສຽງ //

“ຂ້າພະ​ເຈົ້າ​ຄາດ​ວ່າ ພວກ​ເຮົາຈະໄດ້ເຫັນການກວາດລ້າງ​ຫລາຍ​ຂຶ້ນຕໍ່ ເສລີພາບ​ໃນການສະແດງຄວາມຄິດຄວາມເຫັນນັ້ນ ເພາະວ່າລັດຖະບານຫວຽດນາມແມ່ນ ເລີ່ມຮູ້ສຶກສໍານຶກ​ແລ້​ວວ່າ ພວກກຸ່ມຈັດ​ຕັ້ງ​ຕ່າງໆ ບໍ່ວ່າຈະເປັນພວກປະຊາຊົນທີ່ ປຸກລະດົມກັນຮ້ອງ​ຮຽນ​ກ່ຽວ​ກັບເລຶ່ອງທີ່ດິນ ຫລືບັນຫາພວກຄົນງານ ພວກຄົນທີ່ ພົວພັນກັບພວກຊົນກຸ່ມນ້ອຍໃນທີ່ຮາບສູງໃນພາກກາງກໍດີ ຄົນພວກນີ້ທັງໝົດ ແມ່ນກໍາລັງເລີ່ມສື່ສານຫາ​ກັນ​ໄດ້​ດີ​ຂຶ້ນ ຜ່ານທາງເຄືອຂ່າຍອິນເທີເນັດ ແລະດັ່ງນັ້ນ ຂ້າພະເຈົ້າຈຶ່ງຄິດວ່າ ສິ່ງ​ທີ່ ພວກເຮົາຈະໄດ້ເຫັນ ໃນເວລາທີ່​ຈະມີການກວາດລ້າງ​ເກີດນັ້ນ ກໍ​ແມ່ນ​ວ່າ ມີການ​ເຄື່ອນ​ໄຫວຂອງ​ຜູ້​ຄົນເຂົ້າ​ໄປຫາ​ເຄືອ​ຂ່າຍອິນເທີເນັດ ຫລາຍ​ຂຶ້ນ ບ່ອນທີ່ໃນປັດຈຸບັນນີ້ ພວກເຂົາເຈົ້າກໍຍັງສາມາດທີ່ຈະສື່ສານ ແລະ​ເຜີຍແຜ່ທັດສະນະຂອງພວກເຂົາເຈົ້າໄດ້.”

ທ່ານ ໂຣເບີດສັນ ກ່າວວ່າ ການເພັ່ງເລັງຄືນໃໝ່ຂອງຫວຽດນາມ ​ໃສ່ນາຍ Nguyen Dan Que ນັກເຄຶ່ອນໄຫວເພື່ອປະຊາທິປະໄຕນັ້ນ ແມ່ນສະແດງ​ໃຫ້​ເຫັນເຖິງຄວາມຢ້ານກົວທີ່​ເພີ່ມທະວີ​ຂຶ້ນ​ເລື້ອຍໆຂອງລັດຖະບານ ຕໍ່ພວກຄັດຄ້ານລັດຖະບານ ທີ່ມີເຄືອຂ່າຍອິນເທີ ເນັດຊ່ວຍນັ້ນ. ນາຍ Nguyen Dan Que ​ຖືກຈັບກຸມເມື່ອວັນທີ່ 26 ເດືອນກຸມພາ ຜ່ານມາ ຊຶ່ງ​ເປັນມື້ດຽວກັນ​ກັບທີ່ຜູ້ກ່ຽວໄດ້ຂຽນຄວາມເຫັນບົດນຶ່ງລົງພິມໃນໜັງສືພິມ Washington Post ຂອງສະຫະລັດ ທ້າທາຍຕໍ່​ອັນທີ່ຜູ້ກ່ຽວອ້າງວ່າ ​ເປັນການ​ບໍ່​ເອົາ​ຫົວຊາຕໍ່ສິດທະມະນຸດແລະກົດໝາຍສາກົນຂອງຮາໂນຍນັ້ນ.

ອາທິດກ່ອນໜ້າຖືກຈັບນັ້ນ ນາຍ Que ອາຍຸ 69 ປີ ໄດ້ລົງຂໍ້ຄວາມຮຽກຮ້ອງທາງອິນເທີ ເນັດ ໃຫ້ພວກຊາວໜຸ່ມທັງຫລາຍຈົ່ງລຸກຂຶ້ນມາທ້າທາຍຕໍ່ ພັກຄອມມີວນີສຂອງຫວຽດນາມ ໂດຍການປະສານງານກັນ​ຈັດການ​ເດີນ​ຂະ​ບວນປະທ້ວງຕາມຖະໜົນຫົນທາງ ໂດຍການໃຊ້ ໂທລະສັບມືຖື ແລະ ອິນເທີເນັດ.

ສື່ມວນຊົນທີ່ຄວບຄຸມໂດຍລັດຂອງຫວຽດນາມ ກ່າວວ່າ ນາຍ Que ໄດ້ ຮັບ​ອະນຸຍາດ​ໃຫ້​ປະກັນ​ໂຕ​ອອກ​ມາ​ໄດ້ ​ໃນວັນທີ່ 27 ເດືອນກຸມພາ ຫລັງຈາກ​ໄດ້ຖືກກັກຕົວໄວ້ຕະຫລອດ ຄືນໃນຂໍ້ຫາພະຍາຍາມໂຄ່ນລົ້ມລັດຖະ ບານຫວຽດນາມ

ໃນຕົ້ນອາທິດນີ້ ກຸ່ມສະໜັບສະໜຸນໃຫ້​ມີປະຊາທິປະໄຕໃນຫວຽດນາມກຸ່ມນຶ່ງທີ່ຕັ້ງຢູ່ ສະຫະລັດ ກ່າວວ່າ ສະມາຊິກຂອງກຸ່ມຂອງຕົນສອງຄົນໄດ້ຖືກ ກັກຕົວ​ໄວ້ ຫລັງ​ຈາກ​ປະກອບສ່ວນ​ໃນ​ການ​ປະ​ທ້ວງ​ຢູ່​ໃນ​ຫວຽດນາມ.

ກຸ່ມ Viet Tan ຫລື​ພັກ​ປະຕິ​ຮູບ​ຫວຽດນາມ ກ່າວ​ວ່າ ນາງ ​ເຈັນນີ​ເຟີ ​ເຈື່ອງ ແລະ​ນາຍ ຫງວຽນ ກວາງ ຂັນ ​ໄດ້​ຖືກ​ຈັບໃນວັນທີ 14 ເດືອນມີນານີ້ ຫລັງຈາກທໍາການປະທ້ວງ ຢ່າງສັນຕິ ໃນເມືອງຫລວງຮາໂນຍ ຕໍ່ຕ້ານການສໍ້ລາດບັງຫລວງ​ໃນ​ວົງ​ການ​ລັດຖະບານ ແລະການຍຶດເອົາ ທີ່ດິນຢ່າງຜິດກົດໝາຍຂອງພວກເຈົ້າໜ້າທີ່.

ນາຍ ຫງວຽນ ລີ ຈອງ ຜູ້ທີ່ສາມທີ່ຖືກຈັບໃນ​ເວລາ​ດຽວ​ກັນ​ນັ້ນ ໄດ້ຖືກປ່ອຍຕົວ ແລະ ກັບຄືນໄປສະຫະລັດແລ້ວ ເມື່ອວັນອັງຄານຜ່ານມາ.

ກະຊວງຕ່າງປະເທດສະຫະລັດກ່າວວ່າ ຕົນໄດ້ຮັບຄໍາຢືນຢັນຈາກລັດຖະ ບານຫວຽດນາມວ່າ ພົນລະ​ເມືອງອາເມຣິກັນສອງຄົນຖືກກັກຕົວ ​ແລະ​ວ່າກົງສຸນໃຫຍ່ຂອງສະຫະລັດ ໃນເມືອງ ໂຮຈິມິນ ກໍາລັງສືບສວນສອບສວນ ເລຶ່ອງນີ້ຢູ່ ແລະໄດ້ຮ້ອງຂໍໃຫ້ທາງການກົງສຸນ​ໄດ້​ຮັບ ອະນຸຍາດ​ໃຫ້ເຂົ້າ​ໄປຫາຊາວອາເມຣິກັນສອງຄົນນັ້ນ.

ຕໍ່ມາ​ໃນ​ວັນ​ພະຫັດ​ວານ​ນີ້ ກຸ່ມ Viet Tan ກ່າວ​ວ່າ ຫວຽດນາມໄດ້ປ່ອຍ ຕົວອີກ​ຄົນ​ນຶ່ງ​ ໃນ​ຈໍານວນຊາວ​ຫວຽດນາມອາເມຣິກັນສອງຄົນທີ່ຍັງຖືກ ກັກຕົວໄວ້ນັ້ນ. ກຸ່ມ​ດັ່ງກ່າວ​ເວົ້າວ່າ ນາຍ Nguyen Quang Khan ໄດ້ ຖືກປ່ອຍຕົວ​ໃນ​ວັນ​ພຸດ​ຜ່ານ​ມາ​ນິ້ ຫລັງຈາກຖືກຄວບ ຄຸມຕົວໄວ້ເປັນເວລາ ເກົ້າມື້. ສ່ວນ​ນາງ​ເຈນ​ນີ​ເຟີ ​ເຈື່ອງ​ນັ້ນ ຍັງ​ຖືກ​ກັກ​ໂຕ​ໄວ້​ຢູ່.

ພັກຄອມມີວນີສ ທີ່ປົກຄອງຫວຽດນາມຢູ່ໃນປັດຈຸບັນນີ້ ​ແມ່ນບໍ່ອະນຸໂລມຜ່ອນຜັນ​ໃຫ້​ມີ ການຂົ່ມຂູ່ໃດໆຕໍ່ອໍານາດຂອງຕົນນັ້ນ ​ແລະໄດ້ໝາຍກາກຸ່ມ Viet Tan ວ່າເປັນອົງການ ກໍ່ການຮ້າຍ.

XS
SM
MD
LG