ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

​ການ​ສະ​ຫຼອງ ​ໄຊ​ຊະ​ນະ ​ເຕະ​ບານ ສະ​ແດງ​ໃຫ້​ເຫັນ ເຖິງຄວາມ​ຮັກ​ຊາດ ໃນ​ຫວຽດ​ນາມ

ຜູ້​ຊົມ​ຊາວ​ຫວຽດ​ນາມ ພາ​ກັນ​ຮ້ອງ​​ເຊຍ ການ​ແຂ່ງ​ຂັນ​ເຕະ​ບານ​​ຊິງ​ລາງວັນ AFF Suzuki ຮອບ​ສຸດ​ທ້າຍ ລະ​ຫວ່າງຫວຽດ​ນາມ ແລະ​ມາ​ເລ​ເຊຍ ທີ່​ສະ​ໜ​າ​ມ​ກິ​ລາ ມາຍ ດິນ ນະ​ຄອນ​ຮາ​ໂນ່ຍ ວ​ັນ​ທີ 15 ທັນ​ວາ.
ຜູ້​ຊົມ​ຊາວ​ຫວຽດ​ນາມ ພາ​ກັນ​ຮ້ອງ​​ເຊຍ ການ​ແຂ່ງ​ຂັນ​ເຕະ​ບານ​​ຊິງ​ລາງວັນ AFF Suzuki ຮອບ​ສຸດ​ທ້າຍ ລະ​ຫວ່າງຫວຽດ​ນາມ ແລະ​ມາ​ເລ​ເຊຍ ທີ່​ສະ​ໜ​າ​ມ​ກິ​ລາ ມາຍ ດິນ ນະ​ຄອນ​ຮາ​ໂນ່ຍ ວ​ັນ​ທີ 15 ທັນ​ວາ.

ມັນ​ເປັນ​ມື້​ທຳ​ມະ​ດາ ​ບໍ່​ມີ​ພິ​ເສດ​ຫຍັງ ສຳ​ລັບຄືນວັນ​ອັງ​ຄານ ຢູ່ທີ່​ນະ​ຄອນ​ໂຮ​ຈີ​ມິນ ຊຶ່ງ​
ເປັນ​ສູນ​ກາງ​ການ​ເງິນ​ຂອງ​ປະ​ເທດ​ຫວຽດ​ນາມ. ແຕ່​ວ່າ ​ໃນ​ວັນ​ທີ 11 ທັນ​ວາຜ່ານ​ມາ
ນີ້ ​ມີຫຼາຍ​ພັນ​ຄົນ ​ໄດ້​ລຽນ​ແຖວ​ຢູ່​ຕາມ​ຖະ​ໜົນ​ໃນ​ເຂດສູນ​ກາງຂອງ​ນະ​ຄອນ​ດັ່ງ​ກ່າວ
​ຈົນ​ຮອດ 1 ໂມງ​ເຊົ້າ ເພື່ອ​ບີບ​ແກ ແລະ​ຂີ່​ລົດ​ເລາະ​ຢູ່​ອ້ອມ​ແອ້ມ​ລົດ​ຂົນ​ສົ່ງ ທີ່​ເຕັມ​ໄປ
​ດ້ວຍ​ແຟນເຕະ​ບານ ໂດຍ​ພາ​ກັນໂບກ​ທຸງຊາດ ຫວຽດ​ນາມ. ຈຳ​ນວນ​ນຶ່ງ ແມ່ນ​ກະ​
ທັງ​ພາ​ກັນ​ແຕ້ມ​ທຸງ​ຊາດ ດາວ​ເຫລືອງ​ໜ່ວຍ​ນຶ່ງ​ຢູ່​ພື້ນ​ສີ​ແດງ​ໃສ່​ໜ້າ​ພວກ​ເຂົາ​ເຈົ້າ.

ທິມ​ເຕະ​ບານ​ຫ​ວຽດ​ນາມ ພາ​ກັນ​ສະ​ຫຼອງ ຫຼັງ​ຈາກ​ໄດ້​ຊະ​ນະ​ມາ​ເລ​ເຊຍ ກ​ານ​ແຂ່ງ​ຂັນ​ເອົາ​ຂັນ AFF Suzuki ຮອບ​ສຸດ​ທ້າຍ​ລະ​ຫວ່າງ ຫວຽດ​ນາມ ແລະ​ມາ​ເລ​ເຊຍ ທີ່ສະ​ໜາມ​ກິ​ລາ​ນະ​ຄອນ​ຮ່າ​ໂນ້ຍ ປະ​ເທດ​ຫວຽດ​ນາມ ວັນ​ເສົາ ທີ່ 15 ທັນ​ວາ 2018.

ພາ​ບ​ທີ່ຄ້າຍ​ຄື​ກັນນີ້ ກໍ​ໄດ້​ເຫັນ​ອີກ​ຢູ່​ໃນ​ວັນ​ເສົາ​ຜ່ານ​ມາທີ່​ນະ​ຄອນ​ຮາ​ໂນ່ຍ ແລະ
​ຍ້ອນ​ເຫດ​ຜົນ​ດຽວ​ກັນ ໃນ​ທັງ​ສ​ອງ​ກໍ​ລະ​ນີ​ ທີມ​ເຕະ​ບານ​ຫວຽດ​ນາມ​ ໄດ້​ຊະ​ນະ
ການ​ແຂ່ງ​ຂັນ​ສະ​ຫະ​ພັນ​ເຕະ​ບານ​ອາ​ຊຽນ. ການ​ແຂ່ງ​ຂັນໃນ​ວັນ​ເສົາແລ້ວໄດ້​ເຮັດ
​ໃຫ້​ຫວ​ຽດ​ນາມ ​ຕິດ​ລະ​ດັບ​ນຶ່ງ​ ໃນ​ກຸ່ມຂອງ​ຫ້າ​ປະ​ເທດ​ເອ​ເຊຍ​ອາ​ຄະ​ເນ.

ສຽງ​ນອງ​ນັນ ໃນ​ການ​ສະ​ຫຼອງ ​ຢູ່​ຕາມ​ຖະ​ໜົນ​ຫົນ​ທາງ​ ຍາມ​ເດີກ​ດື່ນ ​ແມ່ນ​ເຜີຍ​ໃຫ້
​ເຫັນ​ເຖິງ​ຄວາມ​ຮູ້​ສຶກ​ຮັກ​ຊາດ​ໃໝ່ ທີ່​ຊຸກ​ຍູ້​ໂດຍ​ສື່​ສັງ​ຄົມ ການ​ປົກ​ຄອງ​ຂອງ ຄອມ​
ມິວ​ນິ​ສ ແລະ​ຄວາມ​ເປັນ​ປະ​ເທດທີ່​ຢູ່​ພາຍ​ໃຕ້​ສົງ​ຄາມມາ​ເປັນ​ເວ​ລາ​ດົນ​ນານ ແຕ່
​ເລີ້ມ​ໂຜ່ໂຕ​ຂຶ້ນ​ມາ.

ທ່ານ​ໄຕ ວັນ-ປິງ ສ​າ​ສະ​ດາ​ຈານ​ຊ່ຽວ​ຊານ​ດ້ານ​ທຸ​ລະ​ກິດ​ສາ​ກົນຂອງຫວຽດ​ນາມ
​ທີ່​ມະ​ຫາ​ວິ​ທະ​ຍາ​ໄລ ເຈັງ ຊີອູ ໃນ​ໄຕ້​ຫວັນ ກ່າວ​ວ່າ “ບັດ​ນີ້ ​ເຖິງ​ແມ່ນ​ວ່າ​ ເຂົາ​ເຈົ້
​ພວມສູ້​ລົບ ເຂົາ​ເຈົ້າ​ແມ່ນ​ກາງ​ຕໍ່​ກິ​ລາ ​ເພື່ອ​ກະ​ຕຸກ​ຊຸກ​ຍູ້​ຄວາມ​ຮູ້​ສຶກ​ເຂົາ​ເຈົ້າ​ໃນ
​ຄວາມ​ເປັນ​ຊາດ. ມັນເປັນ​ເລື້ອງ​ຍາກ​ທີ່​ຈະ​ມີ​ໂອ​ກາດ​ດັ່ງ​ກ່າວ ​ເພື່ອ​ໃຫ້​ທຸກໆ​ຄົນ​ມີ​
ຄວາມ​ພໍ​ໃຈ ແລະພາກພູມ​ໃຈ.

ອ່ານ​ຂ່າ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG