ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ຫວຽດນາມ ບໍ່ໄດ້ໃຫ້ຮ່ອງຮອຍ ທີ່ຈະປ່ອຍ ພວກນັກໂທດ ການເມືອງ


ທ່ານ Dieu Cay ຍັງຕິດຄຸກຢູ່ໃນປະຈຸບັນນີ້ ໃນຫວຽດນາມ
ທ່ານ Dieu Cay ຍັງຕິດຄຸກຢູ່ໃນປະຈຸບັນນີ້ ໃນຫວຽດນາມ

ບັນດາເຈົ້າໜ້າທີ່ຫວຽດນາມ ບໍ່ໄດ້ສະແດງຮ່ອງຮອຍໃດໆ
ໃຫ້ເຫັນວ່າ ຕົນມີແຜນການທີ່ຈະປ່ອຍພວກນັກໂທດການ
ເມືອງ ໃນລະຫວ່າງ ການໃຫ້ອະໄພຍະໂທດປະຈຳປີ ຂອງ
ປະເທດ ກໍຄືວັນເອກກະລາດຂອງຫວຽດນາມນັ້ນ.

ຕາມປົກກະຕິແລ້ວພວກນັກໂທດການເມືອງແລະນັກໂທດ
ທີ່ບໍ່ແມ່ນການເມືອງ ຈະໄດ້ຮັບການໃຫ້ອະໄພຍະໂທດ ໃນ
ລະຫວ່າງຫຼືໃກ້ກັບວັນທີ 2 ກັນຍາຂອງແຕ່ລະປີ ແຕ່ວ່າໃນ
ປີນີ້ ບໍ່ຄືກັນ ກັບຫຼາຍໆປີທີ່ຜ່ານມາ ອົງການຂ່າວຂອງລັດ
ຖະບານຫວຽດນາມຍັງບໍ່ທັນໄດ້ປະກາດຢ່າງເປັນທາງການ ກ່ຽວກັບຈຳນວນຜູ້ທີ່ຖືກຄຸມຂັງທີ່ມີກຳນົດຈະຖືກປ່ອຍ ໃນ
ທົ່ວປະເທດ.

ນັກໂທດທາງການເມືອງ ສ່ວນໃຫຍ່ແລ້ວ ຈະມີພຽງຈຳນວນນ້ອຍ ໃນບັນດານັກໂທດ ທີ່ໄດ້ຮັບການໃຫ້ອະໄພຍະໂທດ. ສ່ວນໃຫຍ່ ພວກນັກໂທດຊາວຫວຽດນາມນັ້ນ ແມ່ນ
ພົວພັນໃນຄະດີ ລັກເລັກຂະໂມຍນ້ອຍ.

ບໍ່ມີພວກນັກໂທດແຫ່ງຈິດສຳນຶກ ຫຼືພວກນັກເຄື່ອນໄຫວທີ່ຖືກຕິດຄຸກ ໄດ້ຖືກປ່ອຍໃນ ລະຫວ່າງການໃຫ້ອະໄພຍະໂທດປະຈຳປີ. ມີຫຼາຍໆພວກນັກເຄື່ອນໄຫວ ທີ່ຫວັງວ່າ ຢາກໃຫ້ນັກຂຽນຂ່າວອິນເທີແນັຕ Dieu Cay ຖືກປ່ອຍ ທ່າມກາງຄວາມພະຍາຍາມ
ຂອງຫວຽດນາມ ທີ່ຈະເຂົ້າເປັນພາຄີກຸ່ມການຄ້າຂ້າມມະຫາສະມຸດປາຊີຟິກຫລື TPP ແລະລືບຊື່ຫວຽດນາມອອກຈາກບັນຊີຫ້າມຂາຍອາວຸດຂອງສະຫະລັດ.

ຫວຽດນາມໄດ້ຖືກຕິຕຽນເປັນປະຈຳ ຈາກກຸ່ມປົກປ້ອງສິດທິມະນຸດ ແລະລັດຖະບານ
ຕາເວັນຕົກ ໃນການທີ່ຫວຽດນາມໄດ້ກົດຂີ່ພວກທີ່ຕໍ່ຕ້ານທາງການເມືອງແລະການປະ ຕິບັດຕໍ່ກຸ່ມສາສະໜາຕ່າງໆນັ້ນ.

XS
SM
MD
LG