ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ຫວຽດນາມ ເຜີິຍແຜ່ ວີດີໂອ ກຳ່ປັ່ນຈີນ ຕຳເຮືອຫາປາ ຫວຽດນາມ ຫຼົ້ມ (ວີດີໂອ)


ເຮືອຫາປາຫວຽດນາມ ທີ່ຖືກກ່ຳປັ່ນຈີນຕຳຫລົ້ມ ໃກ້ກັບນ່ານນໍ້າ
ທີ່ຂັດແຍ້ງກັນ
ເຮືອຫາປາຫວຽດນາມ ທີ່ຖືກກ່ຳປັ່ນຈີນຕຳຫລົ້ມ ໃກ້ກັບນ່ານນໍ້າ ທີ່ຂັດແຍ້ງກັນ
ຫວຽດນາມ ​ໄດ້ນຳອອກເຜີຍ​ແຜ່ວີ​ດີ​ໂອ ທີ່​ສະ​ແດງ​ໃຫ້​ເຫັນ
ກຳ່ປັ່ນຈີນລຳນຶ່ງ ​ເຮັດ​ໃຫ້​ເຮືອ​ຫາ​ປາຫວຽດນາມ​ຫລົ້ມ​ ໃນ
ອາທິດ​ແລ້ວ​ນີ້ ທີ່​ທະ​ເລ​ຈີນ​ໃຕ້.

ກຳ​ປັ່ນ​ຈີນ ຢູ່​ໃນວີ​ດີ​ໂອ ຊຶ່ງໄດ້ອອກອາກາດທາງ​ໂທລະພາບ​
ແຫ່ງ​ຊາດຂອງຫວຽດນາມ ​ໃນ​ວັນ​ພະຫັດ​ວານ​ນີ້ ທຳ​ອິດ​ ໄດ້​
ແຍກ​ເຮືອ​ຫາ​ປາ​ນ້ອຍຂອງຫວຽດນາມສອງລຳອອກຈາກ​ກັນ
​ແລະຫລັງຈາກນັ້ນກໍ​ແລ່ນເຂົ້າ​ຕຳ​ລຳ​ນຶ່ງ ເຮັດ​ໃຫ້​ເຮືອ​ລຳ ດັ່ງ
ກ່າວປີ້ນຂວ້ຳແລະຫລົ້ມ​ລົງ​ໃກ້​ກັບຖານເຈາະນ້ຳມັນ​ທີ່​ມີ​ການ
​ຂັດ​ແຍ້​ງກັນ ​ທີ່ຈີນ​ໄດ້ຕິດຕັ້ງ​ ​ຢູ່ໃນ​ນານ​ນຳ້ ທີ່​ຍັງເປັນບັນຫາ
​ໂຕ້​ຖຽງ​ກັນ.

​ໂທລະພາບຂອງລັດຖະບານຫຽດນາມຮ້ອງ​ວິ​ດີ​ໂອນີ້​ວ່າ “​ເປັນ​ຫລັກ​ຖານ​ທີ່ປະຕິ ເສດ​ບໍ່
​ໄດ້ ​ເຖີງການ​ປະຕິບັດ​ທີ່​ບໍ່​ມີ​ມະນຸດສະທຳຂອງຈີນ ​ແກ່​ຊາວ​ປະມົງ​ຫວຽດ ນາມ.” ​ກັບຕັນ​
ເຮືອ​ຫາ​ປາ​ຫວຽດນາມທີ່​ຫລົ້ມ ທ່ານ Dang Van Nhan ​ໄດ້​ກ່າວ​ຕໍ່ ວີ​ໂອ​ເອ ພາກພາ
ສາ​ຫຽດນາມ ໃນອາທິ​ດແລ້ວ​ນີ້​ວ່າ ກຳ​ປັ່ນ​ຈີນ “ໄດ້​ໂຈມຕີ​ພວກ​ເຮົາ ໂດຍ​ພະຍາຍາມ​
ທີ່​ຈະ​ຂ້າ​ພວກ​ເຮົາ.”

ໃນການຖະ​ແຫລ​ງກ່ຽວ​ກັບວີ​ດີ​ໂອດັ່ງກ່າວ ​ໃນ​ວັນ​ພະຫັດ​ວານນີ້ ​ໂຄສົກ​ກະຊວງ ​ຕ່າງປະ​
ເທດຈີນ ທ່ານ Hong Le ກ່າວ​ວ່າ ​ເຮືອ​ຫາ​ປາ​ຫວຽດນາມ ​ໄດ້​ເປັນ​ຜູ້​ບຸກລຸກ.
CHINA VIETNAM SOTVO
please wait
Embed

No media source currently available

0:00 0:01:17 0:00
XS
SM
MD
LG