ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກ ລມຕ ຫວຽດນາມ ຂໍຂະມາໂທດຕໍ່ສະພາ


ນາຍົກລັດຖະມົນຕີ ຫຽງຕັນຢຸງ ແຫ່ງຫ%ຍດນາມຢືກຮຽງກັບ ນາຍົກ
ລັດມົນຕີຮຸນເຊນ ແຫ່ງກໍາປູເຈຍ.
ນາຍົກລັດຖະມົນຕີ ຫຽງຕັນຢຸງ ແຫ່ງຫ%ຍດນາມຢືກຮຽງກັບ ນາຍົກ ລັດມົນຕີຮຸນເຊນ ແຫ່ງກໍາປູເຈຍ.

ນາຍົກລັດຖະມົນຕີຫວຽດນາມ​ ​ໄດ້ຂໍ​ຂະ​ມາ​ໂທດ​ຕໍ່​ສະພາ​
ແຫ່ງຊາດ​ທີ່ໄດ້​ປ່ອຍໃຫ້​ບໍລິສັດລັດ​ວິ​ສາ​ຫະກິດ​ຕໍ່​ເຮືອ​ ເປັນ​
ໜີ້​ສິນ ໃນ​ຈໍານວນ​ເທົ່າ​ກັບ 4.5 ​ເປີ​ເຊັນ​ຂອງ​ຜົນຜະລິດ ​ຮວມທັງ​ໝົດຂອງ​ຊາດ.

ນາຍົກລັດຖະມົນຕີ Nguyen Tan Dung ກ່າວ​ຕໍ່​ບັນດາ
ຜູ້ແທນ​ລັດ​ຖະ​ດອນ​ໃນ​ວັນ​ພຸດມື້​ນີ້​ວ່າ ສາ​ເຫດ​ສ່ວນ​ນຶ່ງ​ຂອງ
ການພັງ​ທະລາ​ຍລົງ ຂອງບໍລິສັດດັ່ງກ່າວ ແມ່ນ​ເກີດ​ຈາກ​
ສະພາວະ​ເສດຖະກິດ​ຕົກ​ຕໍ່າ​ຂອງ​ໂລກ ​ແຕ່​ກໍຍອມຮັບ​ວ່າ
ລັດຖະບານ​ຂອງ​ທ່ານ​ບໍ່​ໄດ້​ກໍາກັບ​ດູ​ແລ​ ນໍາ​ກຸ່ມ​ອຸດສາຫະກໍາ​ຕໍ່​ເຮືອ​ຂອງ​ຫວຽດນາມ ຫລື Vinashin ນັ້ນ​ຢ່າງ​ພຽງພໍ.

ທ່ານ Tan Dung ກ່າວ​ຕື່ມວ່າ ທ່ານ​ພ້ອມ​ດ້ວຍ​ຄະນະ​
ລັດຖະມົນຕີ​ຂອງ​ທ່ານ​ໄດ້​ທໍາ​ການ​ສ່ອງ​ແສງຕົນ​ເອງ ​ເພື່ອ
ກໍານົດ​ຄວາມ​ຮັບຜິດຊອບ​ຂອງ​ເຂົາ​ເຈົ້າ ​ແລະ​ວ່າຈະ​ມີ​ການ
ເປີດ​ເຜີຍຜົນ​ຂອງ​ການ​ສ່ອງ​ແສງນີ້​ ໃຫ້​ປະຊາຊົນ​ຮູ້​ໃນ​ຂັ້ນ ​ຕໍ່​ໄປ.

ບໍລິສັດ​ຕໍ່​ເຮືອ Vinashin ​ໄດ້​ຖືກ​ຍົກ​ຍ້ອງໃຫ້​ເປັນ​ໂຕ​ຢ່າງ​ຂອງ​ການ​ເສດຖະກິດ​ເສລີ​ຂອງ​
ຫວຽດນາມ ຍ້ອນ​ໄດ້ເຕີບ​ໂຕ​ຂຶ້ນ​ຢ່າງ​ໄວ​ແລະຂະຫຍາ​ຍອອກ​ເປັນ​ຫລາຍ​ດ້ານ​ ນັບ​ແຕ່​
ການ​ຜະລິດ​ຫົວອາຫານ​ລ້ຽງສັດ​ໄປ​ຮອດ​ການ​ສ້າງ​ສະຖານ​ທີ່​ທ່ອງ​ທ່ຽວ. ​ການ​ດໍາ​ເນີນ
ການ​ທີ່​ວ່າ​ນີ້ ​ໄດ້​ເຮັດ​ໃຫ້​ບໍ​ລີ​ສັດມີ​ໜີ້​ສິນ​ ສະ​ສົມຂຶ້ນ​ເຖິງ 4 ພັນ 300 ລ້ານ​ໂດ​ລາ​ສະຫະ
ລັດ ຊຶ່ງ​ໄດ້​ພາ​ໃຫ້​ບໍລິສັດ​ດັ່ງກ່າວ ​ເກືອບ​ລົ້ມ​ລະລາຍ​ລົງ​ໃນ​ຕົ້ນ​ປີ​ນີ້.

XS
SM
MD
LG