ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຫວຽດນາມຈະບໍ່ລົງໂທດ ພວກລັດຖະມົນຕີ ທີ່ໄດ້ກະທໍາຄວາມຜິດ ກ່ຽວກັບບໍລິສັດ Vanishin


ທ່ານ Nguyen Tan Dung ນາຍົກລັດຖະມົນຕີຫວຽດນາມ
ທ່ານ Nguyen Tan Dung ນາຍົກລັດຖະມົນຕີຫວຽດນາມ

ເຈົ້າໜ້າ​ທີ່​ຂັ້ນ​ອາວຸ​ໂສ​ທ່ານ​ນຶ່ງ​ກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ນາຍົກ
ລັດຖະມົນຕີ​ແລະ​ພວກ​ສະມາຊິກ​ໃນ​ວົງ​ການ​ລັດຖະບານ
ຫວຽດນາມຫລາຍທ່ານ​ໄດ້​ທໍາ​ຄວາມ​ຜິດພາດ​ ໃນ​ການ​ບໍ
ລິຫານຄຸ້ມ​ຄອງ​ບໍລິສັດ​ຕໍ່​ເຮືອ​ ບໍລິສັດ​ນຶ່ງ​ທີ່​ເກືອບ​ລົ້ມ​ລະ
ລາຍ​ໄປນັ້ນ ​ແຕ່​ຈະ​ບໍ່​ຖືກ​ລົງ​ໂທດ​ແຕ່​ຢ່າງ​ໃດ.

ຮອງ​ນາຍົກລັດຖະມົນຕີ Nguyen Sinh Hung ກ່າວ​ຕໍ່​ພວກ​ຜູ້​ແທນ ສະພາ​ແຫ່ງ​ຊາດ​ໃນມື້​ນີ້ ວ່າ​ພວກ​ເຈົ້າ​ໜ້າ​ທີ່​ເຫລົ່າ​ນີ້​ໄດ້​ທໍາ​ຄວາມຜິດ ພາດ​ ແລະກໍໄດ້​ຮັບ​ຄວາມ​ເສຍ​ຫາຍ​ຈາກ​ຄວາມ​ຂາດ​ຕົກ​ບົກ​ຜ່ອງຂອງ​ເຂົາ​ເຈົ້າ ໃນການ​ບໍລິຫານ​ງານ​ກຸ່ມ​ອຸດສາຫະກໍາ​ຕໍ່​ເຮືອ​ຂອງ​ຫວຽດນາມ​ຫລື Vinashin ນັ້ນ.

ເຖິງ​ຢ່າງ​ໃດ​ກໍ​ດີ ທ່ານ Hung ກ່າວ​ວ່າ ຄວາມ​ຜິດພາດ​ຂອງ​ນາຍົກລັດຖະມົນຕີ​ແລະ​ພວກ​ສະມາຊິກ​ໃນ​ຄະນະ​ລັດຖະບານບໍ່​ຮ້າຍ​ແຮງ​ພໍ​ເພື່ອ​ຈະ​ລົງ​ໂທດ​ພວກ​ເຂົາ​ເຈົ້າ.

ໃນ​ປີຜ່ານມາ​ນີ້ ບໍລິສັດ Vinashin ​ໄດ້ສ້າງ​ໜີ້ສິນເປັນ​ຈໍານວນ​ຫລາຍ​ກວ່າ 4 ຕື້​ໂດ​ລາ.

XS
SM
MD
LG