ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫວຽດນາມຍັງຖືວ່າ ເປັນປະເທດທີ່ກົດຂີ່ປາບປາມ ສິດທິການນັບຖືສາດສະໜາ ຢ່າງຮ້າຍແຮງ


ນັກວິຊາການກົດໝາຍຊາວຫວຽດນາມ ທ່ານ Cu Huy Ha Vu
ກໍາລັງຢືນຟັງຄໍາພິພາກສາຕັດສິນຈາກສານທີ່ນະຄອນຫລວງຮ່າໂນ່ຍ ເມື່ອວັນທີ່ 4 ເດືອນເມສານີ້
ນັກວິຊາການກົດໝາຍຊາວຫວຽດນາມ ທ່ານ Cu Huy Ha Vu ກໍາລັງຢືນຟັງຄໍາພິພາກສາຕັດສິນຈາກສານທີ່ນະຄອນຫລວງຮ່າໂນ່ຍ ເມື່ອວັນທີ່ 4 ເດືອນເມສານີ້

ເວລານີ້ອົງການນຶ່ງຂອງລັດຖະບານກາງສະຫະລັດ ກໍາລັງຮຽກຮ້ອງເພື່ອໃຫ້ ນຳເອົາຊື່ຂອງ ລັດຖະບານຫວຽດນາມກັບຄືນເຂົ້າຢູ່ໃນບັນຊີບັນດາປະເທດທີ່ຈະຖືກລົງໂທດທາງເສດຖະກິດ ເນຶ່ອງຈາກປະເທດດັ່ງກ່າວ ໄດ້ຈຳກັດຮັດແຄບແລະກົດຂີ່ປາບປາມສິດທິໃນການນັບຖືສາດ ສະໜາຢ່າງຮ້າຍແຮງ.

ຄະນະກໍາມະການຮັບຜິດຊອບກ່ຽວກັບອິດສະຫຼະພາບໃນການນັບຖືສາດສະໜານາໆຊາດ ຂອງສະຫະລັດໄດ້ອອກການຮຽກຮ້ອງເມື່ອວັນອັງຄານວານນີ້ ເພື່ອການຕອບໂຕ້ຕໍ່ການ ຕັດສິນໂທດຈໍາຄຸກເປັນເວລາ 7 ປີ ໃນອາທິດນີ້ ຂອງສານຫວຽດນາມຕໍ່ທ່ານ Cu Huy Ha Vu ນັກວິຊາການກົດໝາຍ ແລະຜູ້ພິທັກປົກປ້ອງສິດທິມະນຸດຊາວຫວຽດນາມ.

ທ່ານ Leonard Leo ປະທານກໍາມະການອິດສະຫລະ ທີ່ໄດ້ຮັບການສະໜັບສະໜຸນ ຈາກທັງສອງພັກການເມືອງກ່າວວ່າ ມັນເປັນເວລາທີ່ລ່ວງກາຍມາແລ້ວ ສໍາລັບລັດຖະບານ ຂອງປະທານາທິບໍດີ ບາຣັກ ໂອບາມາ ທີ່ຈະ ນໍາເອົາຫວຽດນາມກັບຄືນເຂົ້າໄປຢູ່ໃນບັນຊີ ກຸ່ມປະເທດທີ່ໜ້າເປັນຫ່ວງ ໂດຍສະເພາະ ອັນມີໂຮມທັງພວກປະເທດເຊັ່ນ ມຽນມາ ຈີນ ແລະເກົາຫລີ ເໜືອ. ພວກປະເທດທີ່ມີຊື່ຢູ່ໃນບັນຊີດັ່ງກ່າວ ຍັງສາມາດປະເຊີນກັບການ ເອົາມາດຕະການເພີ່ມຕື່ມຈາກສະຫະລັດ ໂຮມທັງການລົງໂທດເສດຖະກິດ ເປັນຕົ້ນ.

ທ່ານ ວູ ທີ່ໄດ້ຕໍ່ສູ້ຄະດີໃຫ້ພວກຕໍ່ຕ້ານລັດຖະບານຫຼາຍໆຄົນໂຮມທັງພວກທີ່ນັບຖືສາດ ສະໜາ Roman Catholic ນັ້ນ ໄດ້ຖືກສານຕັດສິນວ່າກະ ທໍາຜິດເມື່ອວັນຈັນຜ່ານມານີ້ ໃນຂໍ້ຫາທໍາການໂຄສະນາຊວນເຊື່ອຕໍ່ຕ້ານລັດຖະ ບານຫວຽດນາມ ແລະປະກອບກິດຈະກໍາ ຕ່າງໆທີ່ຖືວ່າເປັນໄພຕໍ່ສັງຄົມ. ຄະດີຂອງ ທ່ານ ວູ ໄດ້ຮັບຄວາມສົນໃຈຢ່າງກວ້າງຂວາງ ໃນຫວຽດນາມ ເນຶ່ອງຈາກການຕິດຕໍ່ພົວພັນຕ່າງໆ ຂອງທ່ານວູຢູ່ໃນວົງການພວກຫົວກະທິ ຂອງພັກຄອມມີວນີສທີ່ປົກຄອງປະເທດຢູ່ໃນເວລານີ້.

ພໍ່ຂອງທ່ານ ວູ ເປັນນັກກະວີທີ່ມີຊື່ສຽງຄົນນຶ່ງ ແລະເຄີຍເປັນສະມາຊິກຄົນ ນຶ່ງຢູ່ໃນລັດຖະ ບານຊົ່ວ ຄາວຊຸດທໍາອິດທີ່ຕັ້ງຂຶ້ນໂດຍທ່ານໂຮ ຈິ ມິນ ຜູ້ນໍາໃນການກອບກູ້ເອກກະລາດ ຂອງຫວຽດນາມ ໃນປີ 1946 ນັ້ນ

XS
SM
MD
LG