ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໘ ກັນຍາ ໒໐໒໔

ນັກຂ່າວຫວຽດນາມ ຖືກຮວດ​ດ້ວຍນໍ້າຢາເຄມີ ແລ້ວຈຸດໄຟເຜົາ


ແຜ່ງໜັງສືພິມຫວຽດນາມ
ແຜ່ງໜັງສືພິມຫວຽດນາມ

ກຸ່ມ​ສົ່ງ​ເສີມເສລີພາບດ້ານ​ການ​ຂ່າວ​ແຖວໜ້າກຸ່ມນຶ່ງໄດ້
ຮຽກຮ້ອງໃຫ້ຫວຽດນາມສືບສວນແລະສອບສວນຢ່າງ
ລະອຽດ ກ່ຽວກັບການຕາຍຂອງຜູ້ສື່ຂ່າວໜັງສື​ພິມ​ຄົນ
ນຶ່ງ ທີ່ຖືກຮວດ​ດ້ວຍນໍ້າເຄມີແລະຈຸດໄຟເຜົາ ໃນຂະນະ​ທີ່​
ກໍາລັງນອນຫລັບ​ຢູ່ນັ້ນ.

ໂຄສົກຜູ້ນຶ່ງຂອງຄະນະ​ກໍາມະການ​ປົກ​ປ້ອງ​ນັກຂ່າວ ທີ່ມີ
ສໍານັກງານຢູ່ບາງກອກ ກ່າວໃນວັນຈັນວານນີ້ວ່າ ການ
ຄາດຕະກໍານັກ​ຂ່າວໃນຫວຽດນາມ ແມ່ນບໍ່ສູ້​ມີແລະວ່າ
ພວກເຈົ້າໜ້າທີ່ຄວນຈະດໍາ​ເນີນ​ການ ​ເພື່ອຮັບປະກັນວ່າ
ວັດທະນະ​ທໍາໃນການ​ບໍ່​ເອົາ​ຜິດ​ຄົນ​ຮ້າຍ​ນັ້ນ ເລີ້ມ​ກໍ່​ຮາກ​ຂຶ້ນ​ມາ.

ນັກຂ່າວ Hoang Hung ໄດ້ເສຍຊີວິດໃນວັນເສົາຜ່ານ​ມາ
10 ວັນ ຫຼັງຈາກທີ່ມີຜູ້ບຸກລຸກເຂົ້າເຮືອນລາວ​ແລ້ວຈູດໄຟ
ເຜົາລາວ ຊຶ່ງ​ເຮັດ​ໃຫ້ໄຟໄດ້ໄໝ້ ເຖິງ 20% ຂອງຮ່າງກາຍ ລາວ.

ພວກນັກຂ່າວຢູ່ໃນວົງ​ການ​ສື່​ທີ່​ຖືກຄວບຄຸມຢ່າງ​ເຄ່ງ​ຄັດ​ຂອງຫວຽດນາມນັ້ນ ກ່າວວ່າ
ມີ​ທາງ​ເປັນໄປ​ໄດ້​ວ່າ ນາຍ Hung ຖືກ​ໂຈມ​ຕີ ຍ້ອນລາຍ​ງານ​ຂ່າວ​ຂອງລາວ​ໃນ​ໜັງສືພິມ
Nguoi Lao Dong ຫລື​ກໍາມະກອນ ໃນແຂວງ Long An ​ໃນເຂດສາມຫຼຽມແມ່ນໍ້າຂອງ ທາງພາກໃຕ້ຂອງຫວຽດນາມ​ນັ້ນ. ນາຍ Hung ໄດ້ຂຽນລາຍງານ ກ່ຽວກັບການລັກລອບ
ສິນຄ້າ​ຢູ່ຊາຍແດນ ແລະການ​ກະທໍາ​ຜິດ​ກົດໝາຍຕ່າງໆ​ຂອງພວກເຈົ້າໜ້າທີ່ ​ໃນ​ພະແນກ
ການຄວບຄຸມຕະຫລາດຂອງແຂວງດັ່ງກ່າວ.

XS
SM
MD
LG