ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີ​ລາຍ​ງານ​ວ່າ ຫວຽດ​ນາມ ຊອກ​ຫາ​ການ​ຊ່ວຍ​ເຫຼືອ​ທາງ​ທະ​ຫານ​ຈາກ​ທັງ ມົ​ສ​ກູ ແລະ ວໍ​ຊິງ​ຕັນ​


ເຮືອ​ບິ​ນລົບ ສະ​ຫະ​ລັດ F-16 ຢູ່​ໃນ​ໂຮງ​ເກັບ​ເຮືອ​ບິນ​ໃນ​ເມືອງ ເບີ​ມິງ​ຕັນ, ລັດ ເວີ​ມັອນ.
ເຮືອ​ບິ​ນລົບ ສະ​ຫະ​ລັດ F-16 ຢູ່​ໃນ​ໂຮງ​ເກັບ​ເຮືອ​ບິນ​ໃນ​ເມືອງ ເບີ​ມິງ​ຕັນ, ລັດ ເວີ​ມັອນ.

ບັນ​ດາ​ນັກ​ວິ​ເຄາະ​ທາງ​ທະ​ຫານ​ກ່າວ​ວ່າ ຫວຽດ​ນາມ ແມ່ນ​ຕ້ອງ​ການ​ເຮືອ​ບິນ​ລົບ​ລຸ້ນ​ໃໝ່​ທີ່​ມີ​ກຳ​ລັງ​ ແລະ ອາ​ວຸດ​ອື່ນໆ​ຢ່າງ​ແຮງ, ແລະ ​ລາຍ​ງານ​ເມື່ອບໍ່​ດົນ​ມານີ້​ໄດ້​ລະ​ບຸ​ວ່າ​ ປະ​ເທດ​ດັ່ງ​ກ່າວ ​ອາດ​ພະ​ຍາ​ຍາມ​ຊື້​ມັນ​ຈາກ​ທັງ ສະ​ຫະ​ລັດ ແລະ ຣັດ​ເຊຍ, ແຕ່ແນວ​ໃດ​ກໍ່​ຕາມ ບໍ່​ມີ​ລາຍ​ລະ​ອຽດ​ໃດ​ທີ່​ສາ​ມາດ​ຢືນ​ຢັນ​ໄດ້.

ອົງ​ການ​ຂ່າວ ຣອຍ​ເຕີ ໄດ້​ລາຍ​ງານ​ເມື່ອ​ວັນ​ເສົາ​ທີ່​ຜ່ານ​ມາ​ວ່າ ລັດ​ຖະ​ບານ​ທ່ານ ໄບ​ເດັນ ແມ່ນ​ກຳ​ລັງ​ເຈ​ລະ​ຈາ​ກັບ ຫວຽດ​ນາມ ກ່ຽວ​ກັບ ຂໍ້​ຕົກ​ລົງ​ສະ​ບັບ​ນຶ່ງ​ສຳ​ລັບ​ການ​ຂົນ​ສົ່ງ​ອາ​ວຸດ ​ທີ່​ໃຫຍ່​ທີ່​ສຸດ​ລະ​ຫວ່າງ​ສອງ​ປະ​ເທດ​ນັ້ນ, ເຊິ່ງ​ລວມ​ມີ​ເຮືອ​ບິນ​ລົບ F-16. ລາຍ​ງານ​ນັ້ນ​ເວົ້າ​ວ່າ​ຂໍ້​ຕົກ​ລົງ​ດັ່ງ​ກ່າວ​ແມ່ນ​ຍັງ​ຢູ່​ໃນ​ຂັ້ນ​ຕົ້ນ ແລະ ອາດ​ຈະ​ບໍ່​ສາ​ມາດ​ບັນ​ລຸ​ກັນ​ໄດ້. ແຕ່​ມັນ​ແມ່ນ​ຫົວ​ຂໍ້​ທີ່ສຳ​ຄັນ ຂອງ​ການ​ເຈ​ລະ​ຈາ​ລະ​ຫວ່າງ ຫວຽດ​ນາມ ແລະ ສະ​ຫະ​ລັດ ໃນ​ນະ​ຄອນຫຼວງ ຮາ​ໂນ່ຍ, ນິວຢອກ ແລະ ວໍ​ຊິງ​ຕັນ ໃນ​ເດືອນ​ທີ່​ຜ່ານ​ມາ, ອີງ​ຕາມ​ອົງ​ການ​ຂ່າວ ຣອຍ​ເຕີ.

ທຳ​ນຽບ​ຂາວ​ໄດ້​ປະ​ຕິ​ເສດ​ທີ່​ຈະ​ໃຫ້​ຄຳ​ເຫັນ ກ່ຽວ​ກັບ ບັນ​ຫາ​ນັ້ນ.

ໃນ​ສອງ​ສາມ​ອາ​ທິດ​ທີ່​ຜ່ານ​ມາ, ກ່ອ​ນ​ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ຈະ​ໄປ​ຢ້ຽມ​ຢາມ ຫວຽດ​ນາມ ແລະ ໄດ້​ຍົກ​ລະ​ດັບ​ສາຍ​ພົວ​ພັນ​ຂອງ​ສອງ​ປະ​ເທດ​ນັ້ນ​ເປັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບ​ດ້ານ, ໜັງ​ສື​ພິມ New York Times ໄດ້​ລາຍ​ງານ​ວ່າ​ກອງ​ທັບ​ຂອງ ຫວຽດ​ນາມ ໄດ້​ພະ​ຍາ​ຍາມ​ເຮັດ​ຂໍ້​ຕົກ​ລົງ​ອາ​ວຸດ​ລັບ​ກັບ ຣັດ​ເຊຍ ທີ່​ຈະ​ເປັນ​ການ​ລ່ວງ​ລະ​ເມີດ​ ມາດ​ຕະ​ການ​ລົງ​ໂທດຂອງ ສະ​ຫະ​ລັດ ຕໍ່ ມົ​ສ​ກູ.

ນັບ​ຕັ້ງ​ແຕ່​ການ​ເປີດ​ເຜີຍ​ລາຍ​ງານ​ດັ່ງ​ກ່າວ, ບັນ​ດາ​ເຈົ້າ​ໜ້າ​ທີ່ ສະ​ຫະ​ລັດ ແລະ ຫວຽດ​ນາມ ໄດ້​ປະ​ຕິ​ເສດ​ ທີ່​ຈະ​ເວົ້າ ກ່ຽວ​ກັບ ບັນ​ຫາ​ນັ້ນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG