ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຫວຽດນາມ ປ່ອຍນັກໂທດ ຈິດສຳນຶກ ກ່ອນ ປ. ໂອບາມາ ໄປຢ້ຽມຢາມ


ໃນຮູບພາບນີ້ ທີ່ນຳອອກເຜີຍແຜ່ ໂດຍສັງຄະມົນທົນ Hue ຄຸນພໍ່ ຫງຽນວັນລີ ພວມກັບຄືນບ້ານ ຫລັງຈາກຖືກປ່ອຍ.
ໃນຮູບພາບນີ້ ທີ່ນຳອອກເຜີຍແຜ່ ໂດຍສັງຄະມົນທົນ Hue ຄຸນພໍ່ ຫງຽນວັນລີ ພວມກັບຄືນບ້ານ ຫລັງຈາກຖືກປ່ອຍ.

ຫວຽ​ດນາມ​ໄດ້​ປ່ອຍ​ນັກ​ໂທດ​ແຫ່ງ​ຈິດ​ສຳນຶກຄົນ​ນຶ່ງທີ່​ຕິດ​ຄຸກ​ມາ​ເປັນ​ເວລາ​ດົນ​ນານ​ທີ່​ສຸດ ໃນ​ວັນ​ສຸກ​ວານ​ນີ້ 2 ມື້ກ່ອນ​ທີ່​ປະທານາທິບໍດີ​ສະຫະລັດທ່ານ​ບາຣັກ ​ໂອ​ບາ​ມາ ເດີນທາງ​ໄປ​ຢ້ຽມຢາມ​ຢ່າງ​ເປັນ​ທາງ​ການ.

ບັນດາ​ສະມາຊິກ​ໃນ​ຄອບຄົວ ຄຸນ​ພໍ່ຫງຽນວັນ​ລີ​ ​ຂອງ​ສາສະໜາ​ກາ​ໂຕ​ລິກ​ ຊຶ່ງໃນ​ໄລຍະ​ສອ​ງທົດ​ສະ​ວັດ​ຜ່ານ​ມານີ້ ບໍ່​ຖືກ​ຄຸກກໍ​ແມ່ນ​ຖືກ​ກັກ​ບໍລິ​ເວນຍ້ອນ​ໃຫ້ການ​ສະໜັບສະໜຸນ ​ຕໍ່ການ​ປະຕິ​ຮູບ​ໄປ​ສູ່​ປະຊາທິປະ​ໄຕຢູຸ່​ໃນປະ​ເທດ​ຫວຽດນາມໄດ້​ໃຫ້ການ​ຢືນຢັນ​ກ່ຽວ​ກັບ​ການ​ປ່ອຍ​ຄຸນ​ພໍ່​ອົງ​ນີ້ ຊຶ່ງ​ມີ​ຂຶ້ນ​ໃນ​ເວລາ​ປະມານ 8 ​ໂມງ​ເຊົ້າ ຕາມ​ເວລາ​ທ້ອງ​ຖິ່ນ.

"​ເພິ່ນ​ໄດ້​ກັບ​ຄືນ​ໄປ​ຢູ່​ສັງຄະ​ມົນທົນ​ຂອງ​ຄຸນ​ແມ່ໃນ​ຕອນ​ເຊົ້າວັນ​ສຸກ"​ ນັ້ນຄື​ຄຳ​ເວົ້າຂອງ ຄຸນ​ແມ່ຫງຽນທີ​ຮຽວຊຶ່ງ​ເປັນ​ນ້ອງ​ສາວ​ຂອງ​ຄຸນ​ພໍ່​ລີ​ກ່າວ​ຕໍ່​ວີ​ໂອ​ເອ. "​ໃນ​ການໄປ​ຢ້ຽມຢາມ​ເພິ່ນ​ຢູ່​ຄຸກ ​ເມື່ອ​ສາມ​ອາທິດ​ກ່ອນ ​ເພິ່ນ​ໄດ້​ບອກ​ພວກ​ເຮົາ​ວ່າຈະ​ກັບ ຄືນໄປ​ໃນ​ວັນ​ທີ 10 ສິງຫາ ​ເວລາ​ການ​ຮັບ​ໃຊ້​ໂທດ 8 ປີ ​ຂອງ​ເພິ່ນ​ສິ້ນສຸດ​ລົງ."

ຈາກຊ້າຍຫາຂວາ: ທ່ານ Tran Huynh Duy Thuc ທ່ານ Nguyen Tien Trung ທ່ານ Le Thang Long ແລະທ່ານ Le Cong Dinh ພວມຟັງຄຳພິພາກສາ ທີ່ສານແຫ່ງນຶ່ງ ໃນນະຄອນໂຮ່ຈິມິນ. (ວັນທີ 20 ມັງກອນ 2010)
ຈາກຊ້າຍຫາຂວາ: ທ່ານ Tran Huynh Duy Thuc ທ່ານ Nguyen Tien Trung ທ່ານ Le Thang Long ແລະທ່ານ Le Cong Dinh ພວມຟັງຄຳພິພາກສາ ທີ່ສານແຫ່ງນຶ່ງ ໃນນະຄອນໂຮ່ຈິມິນ. (ວັນທີ 20 ມັງກອນ 2010)

ຄຸນ​ແມ່​ກ່າວ​ຕື່ມ​ວ່າ ທາງ​ຄອບຄົວ​ບໍ່ໄດ້​ຮັບ​ການ​ແຈ້ງລ່ວງ​ໜ້າກ່ຽວ​ກັບ​ການ​ປ່ອຍຄຸນ​ພໍ່​ລີ ກ່ອນ​ກຳນົດ ​ແລະ​ມີ​ການ​ສົງ​ໄສ​ວ່າການຫລຸດ​ຜ່ອນ​ໂທດ​ໃຫ້​ແມ່ນ​ເປັນ​ສ່ວນນຶ່ງ​ໃນ​ຄວາມ ພະຍາຍາມ​ຂອງ​ຮາ​ໂນ່ຍ ທີ່​ຈະ​ປັບປຸງ​ປະຫວັດ ​ການ​ເຄົາລົບ​ນັບຖື​ສິດທິ​ມະນຸດຂອງ​ຕົນ ກ່ອນ​ທ່ານ​ໂອ​ບາ​ມາ​ ໄປ​ຢ້ຽມຢາມ. ສະຫະລັດ​ ກຳລັງ​ທົບທວນ​ນະ​ໂຍບາຍ​ການ​ຂາຍ​ອາ ວຸດ​ໃນ​ປັດຈຸບັນ​ຂອງ​ຕົນ ​ໂດຍ​ພິຈາລະນາ​ວ່າ ຖ້າຫາກ​ມີ​ການຍົກ​ເລີກ​ການ​ຫ້າມ​ຂາຍ​ອາ ວຸດ​ທັງ​ໝົດຕໍ່​ຫວຽດນາມ​ແລ້ວຈະ​ເປັນ​ການສະທ້ອນ​ທີ່​ດີ​ຂຶ້ນຫລື​ບໍ່​ຕໍ່​ຄວາມ​ສຳພັນ​ໃນ​ປັດ ຈຸບັນລະຫວ່າງ​ປະ​ເທດ​ທັງ​ສອງ ​ແຕ່ບັນຫາ​ການ​ເຄົາລົບ​ນັບຖື​ສິດທິ​ມະນຸດຍັງ​ສືບ​ຕໍ່ເປັນ ອຸບປະສັກ​ຂັດ​ຂວາງ​ລະຫວ່າງ ລັດຖະບານ​ທັງ​ສອງ.

ຄຸນ​ແມ່​ຮຽວ ກ່າວ​ວ່າ ສຸຂະພາບ​ຂອງ​ເພິ່ນກໍ​ບໍ່​ໄດ້​ຂີ້ຮ້າຍ​ປານ​ໃດ​ໃນ​ເວລາ​ນີ້ແລະ​ເວລາ​ນີ້ ເພິ່ນ​ຍັງ​ຈະ​ຕ້ອງ​ຖືກ​ກັກ​ບໍລິ​ເວນ​ອີກ 5 ປີ ຕາມ​ທີ່​ໄດ້​ສະ​ແດງ​ໃຫ້​ເຫັນ ​ຢູ່ໃນ​ຄຳ​ພິພາກສາ ເມື່ອ​ປີ 2007.“

​ໃນ​ຕອນ​ບ່າຍ​ຂອງ​ວັນ​ສຸກ​ວານ​ນີ້ ​ເວັບ​ໄຊ​ຂອງ​ສັງຄະ​ມົນທົນ​ຄຸນ​ພໍ່​ລີ ​ໄດ້​ລົງ​ຮູບຫລາຍໆ​ແຜ່ນ​ກ່ຽວ​ກັບ​ຄຸນ​ພໍ່​ທີ່​ສູງ​ອາຍຸ​ອົງ​ນີ້ ພວມ​ເດີນທາງ​ກັບ​ບ້ານ.

ຄຸນ​ພໍ່​ລີ​ໄດ້​ຖືກ​ຄຸກມາ​ແລ້ວ 3 ​ເທື່ອ​ເປັນ​ເວລາ​ທັງ​ໝົດ 14 ປີ ກ່ອນ​ເພິ່ນຈະ​ຖືກ​ຄຸມ​ຂັງ​ເທື່ອ ທີ 4 ຄື​ເທື່ອ​ຫລ້າ​ສຸດ​ໃນ​ປີ 2007 ​ເວລາ​ເພິ່ນ​ຖືກ​ກ່າວ​ຫາ​ວ່າເຜີຍ​ແຜ່ການ​ໂຄສະນາ​ຊວນ ເຊື່ອຕໍ່ຕ້ານ​ລັດຖະບານ​ຄອມ​ມູນິສຫວຽດນາມ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Vietnam Dissidents
please wait
Embed

No media source currently available

0:00 0:00:20 0:00

XS
SM
MD
LG