ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫວຽດນາມ ລົດການນຳເຂົ້ານ້ຳຕານ ຈາກລາວ ຈຶ່ງເຮັດໃຫ້ລາວ ຈຳເປັນຕ້ອງໄດ້ຊອກຫາ ຕະຫຼາດແຫ່ງໃໝ່


ກຸ່ມບໍລິສັດມິດຜົນຈຳກັດ ມະຫາຊົນຈາກໄທ ຜູ້ລົງທຶນປູກອ້ອຍ ແລະສ້າງໂຮງງານຜະລິດນ້ຳຕານ ຢູ່ໃນແຂວງສະຫວັນນະເຂດ ໂດຍຈົດທະບຽນບໍລິສັດໃນລາວໃຊ້ຊື່ວ່າບໍລິສັດນ້ຳຕານມິດ ລາວຈຳກັດ
ກຸ່ມບໍລິສັດມິດຜົນຈຳກັດ ມະຫາຊົນຈາກໄທ ຜູ້ລົງທຶນປູກອ້ອຍ ແລະສ້າງໂຮງງານຜະລິດນ້ຳຕານ ຢູ່ໃນແຂວງສະຫວັນນະເຂດ ໂດຍຈົດທະບຽນບໍລິສັດໃນລາວໃຊ້ຊື່ວ່າບໍລິສັດນ້ຳຕານມິດ ລາວຈຳກັດ

ຫວຽດນາມລົດການນຳເຂົ້ານ້ຳຕານຈາກລາວ ເນື່ອງຈາກຄວາມຕ້ອງການພາຍໃນ
ຫລຸດລົງ ຈຶ່ງເຮັດໃຫ້ລາວ ຕ້ອງຫາຕະຫຼາດໃໝ່ ໂດຍເປົ້າໝາຍກໍຄືຈີນ ທີ່ຄາດຫວັງວ່າ
ຈະນຳເຂົ້ານ້ຳຕານຈາກລາວ ເຖິງ 1 ແສນໂຕນ.

ທ່ານເລັດ ໄຊຍະພອນ ເຈົ້າແຂວງໆອັດຕະປື ຖະແຫລງຢືນຢັນວ່າ ການສົ່ງອອກນ້ຳ
ຕານທີ່ຜະລິດ ຈາກໂຮງງານໃນແຂວງອັດຕະປື ໄປຫວຽດນາມໃນປີ 2019 ຄາດວ່າ
ຈະມີປະລິມານລວມ 14,000 ໂຕນ ໃນຂະນະທີ່ໂຮງງານນ້ຳຕານໃນແຂວງອັດຕະປື
ມີຄວາມອາດສາມາດຜະລິດນ້ຳຕານໄດ້ຫຼາຍກວ່າ 25,000 ໂຕນຕໍ່ປີ ຈຶ່ງເຮັດໃຫ້ຍັງ ມີຜົນຜະລິດນ້ຳຕານທີ່ເຫຼືອຈາກການສົ່ງອອກໄປຫວຽດນາມ ໃນປະລິມານເກີນກວ່າ
10,000 ໂຕນ ທີ່ຈະຕ້ອງຫາຕະຫຼາດຮອງຮັບໃຫ້ໄດ້ ແລະຕະຫຼາດທີ່ເປັນເປົ້າໝາຍ
ສຳຄັນຂອງທາງການລາວ ກໍຄືຈີນ ດັ່ງທີ່ ທ່ານເລັດ ໄດ້ໃຫ້ການຢືນຢັນວ່າ:

“ດຽວນີ້ ທາງແຂວງອັດຕະປືນີ້ ແມ່ນທາງຜູ້ປະກອບການ ໄດ້ຂາຍສົ່ງອອກໄປຫວຽດ-
ນາມ ແຕ່ເມື່ອຕົ້ນເດືອນຫົກນີ້ ຂ້າພະເຈົ້າໄດ້ໄປປະຊຸມຢູ່ ສປ ຈີນ ຢູ່ແຂວງຢຸນໜານ
ພວກຂ້າພະເຈົ້າ ກະໄດ້ໄປຊອກຕະຫຼາດເພື່ອສົ່ງນ້ຳຕານອອກ ເພາະວ່າ ນ້ຳຕານຢູ່
ແຂວງອັດຕະປື ທີ່ສົ່ງໄປຫວຽດນາມ ປັດຈຸບັນນີ້ ແມ່ນຍັງສິບກວ່າພັນ ຈັ່ງຊັ້ນຫລະ
ຄຶດວ່າ ຢາກສົ່ງໄປຈີນຕື່ມ ດຽວນີ້ກຳລັງປະສານຢູ່ ຫຼືວ່າ ກຳລັງຊອກຕະຫຼາດຢູ່.”

ທັງນີ້ ໂຮງງານນ້ຳຕານຢູ່ທີ່ແຂວງອັດຕະປືລົງທຶນໂດຍກຸ່ມບໍລິສັດ Hoang Anh Gia
Lai ຈາກຫວຽດນາມ ແຕ່ດ້ວຍບັນຫາດ້ານເງິນທຶນເມື່ອປີ 2017 ຈຶ່ງເຮັດໃຫ້ຕ້ອງຂາຍ
ກິດຈະການໂຮງງານນ້ຳຕານຢູ່ແຂວງອັດຕະປື ໃຫ້ນັກທຸລະກິດຈີນໃນມູນຄ່າ 59 ລ້ານ
ໂດລາ ດ້ວຍເຫດນີ້ ຈຶ່ງເຮັດໃຫ້ທາງການລາວ ໝັ້ນໃຈວ່າ ຈີນຈະຕົກລົງຮັບຊື້ນ້ຳຕານ
ຈາກລາວເພີ້ມຂຶ້ນ ໃນປີ 2019 ນີ້ ຢ່າງແນ່ນອນ.

ແຜນທີ່ສະແດງໃຫ້ເຫັນຈຸດທີ່ຕັ້ງຂອງບໍລິສັດ ມິດຜົນ ຂອງໄທ
ແຜນທີ່ສະແດງໃຫ້ເຫັນຈຸດທີ່ຕັ້ງຂອງບໍລິສັດ ມິດຜົນ ຂອງໄທ

ໂດຍອີງຕາມລາຍງານຂອງກະຊວງການຄ້າຂອງຈີນ ລະບຸວ່າ ໃນປີ 2018 ທີ່ຜ່ານມາ
ຈີນໄດ້ນຳເຂົ້ານ້ຳຕານຈາກລາວໃນປະລິມານລວມເກີນກວ່າ 55,000 ໂຕນ ສ່ວນທາງ
ການລາວ ກໍຄາດຫວັງວ່າ ຈີນຈະເພີ້ມການນຳເຂົ້ານ້ຳຕານຈາກລາວຂຶ້ນເປັນ 100,000
ໂຕນ ໃນປີ 2019 ທັງນີ້ໂດຍຈາກການພົບປະເຈລະຈາກັນ ໃນກອງປະຊຸມ ຄະນະ
ກຳມະການຮ່ວມມືລາວ-ຈີນ ທີ່ນະຄອນວຽງຈັນ ເມື່ອຕົ້ນເດືອນເມສາ 2019 ທີ່ຜ່ານມາ
ທ່ານນາງເຂັມມະນີ ພົນເສນາ ລັດຖະມົນຕີວ່າການກະຊວງອຸດສາຫະກຳແລະການຄ້າ ກໍໄດ້ສະແດງການຮຽກຮ້ອງດັ່ງກ່າວຕໍ່ທ່ານໜິງ ຈີເຈີ ຮອງປະທານຄະນະກຳມາທິການ
ເພື່ອການປະຕິຮູບ ແລະການພັດທະນາແຫ່ງຊາດຈີນ ຊຶ່ງກໍປາກົດວ່າ ໄດ້ຮັບການຕອບ
ສະໜອງໃນດ້ານບວກຈາກທາງການຈີນ ໃນລະຫວ່າງກອງປະຊຸມຮ່ວມດັ່ງກ່າວ.

ທາງດ້ານກຸ່ມບໍລິສັດມິດຜົນຈຳກັດ ມະຫາຊົນຈາກໄທ ຜູ້ລົງທຶນປູກອ້ອຍ ແລະສ້າງ
ໂຮງງານຜະລິດນ້ຳຕານ ຢູ່ໃນແຂວງສະຫວັນນະເຂດ ໂດຍຈົນທະບຽນບໍລິສັດໃນລາວ
ໃຊ້ຊື່ວ່າ ບໍລິສັດນ້ຳຕານມິດລາວຈຳກັດ ລາຍງານວ່າ ຜົນຜະລິດນ້ຳຕານຂອງບໍລິສັດ
ໃນລາວ ຈະມີປະລິມານລວມເຖິງ 221,000 ໂຕນ ໃນປີ 2019 ໂດຍໃນນີ້ ຈະສົ່ງອອກ ໄປສະຫະພາບຢູໂຣບໃຫ້ໄດ້ 100,000 ໂຕນ ຫຼືເພີ້ມຂຶ້ນ 28 ເປີເຊັນ ທຽບໃສ່ປີ 2018
ແລະສົ່ງອອກໄປຈີນ ໃຫ້ໄດ້ 90,000 ໂຕນ ສ່ວນທີ່ເຫຼືອອີກ 30,000 ກວ່າໂຕນນັ້ນ
ຈະສົ່ງໄປໄທ ແລະປະເທດສະມາຊິກໃນກຸ່ມອາຊຽນດ້ວຍກັນ.

ແຕ່ຢ່າງໃດກໍຕາມ ການເພີ້ມການສົ່ງອອກນ້ຳຕານຈາກລາວໄປຈີນ ແລະສະຫະພາບ
ຢູໂຣບ ໃຫ້ໄດ້ຕາມເປົ້າໝາຍດັ່ງກ່າວນີ້ ກໍບໍ່ແມ່ນເລື້ອງງ່າຍ ເພາະທັງຈີນ ແລະສະຫະ
ພາບຢູໂຣບຮນັ້ນ ຕ່າງກໍໄດ້ຮັບຜົນກະທົບ ຈາກການປັບຂຶ້ນພາສີການຄ້າຂອງສະຫະລັດ
ອາເມຣິກາ ໂດຍສະເພາະແມ່ນຈີນນັ້ນ ນັບເປັນປະເທດທີ່ຖືກກະທົບໂດຍກົງ ແລະຮຸນ
ແຮງທີ່ສຸດ ດ້ວຍເຫດນີ້ ກໍຍ່ອມຈະກະທົບຕໍ່ການນຳເຂົ້າສິນຄ້າຂອງຈີນ ຢ່າງຫລີກລ່ຽງ
ບໍ່ໄດ້ດ້ວຍເຊັ່ນກັນ.

ໂດຍກໍລະນີທີ່ໄດ້ເກີດຂຶ້ນແລ້ວ ສຳລັບການຄ້າລະຫວ່າງ ລາວກັບຈີນ ກໍຄືຈີນໄດ້ລົດ
ການຊື້ເຂົ້າຈາກລາວ ລົງຈາກ 14.2 ລ້ານໂດລາ ໃນປີ 2016 ມາເປັນ 5.6 ລ້ານໂດລາ
ແລະ 5 ລ້ານໂດລາໃນປີ 2017-2018 ຕາມລຳດັບ.

XS
SM
MD
LG