ສິ່ງທີ່ສ້າງຄວາມເປັນຫ່ວງທີ່ສຸດໃນໝູ່ຊາວຫວຽດນາມ ແມ່ນຄວາມປອດໄພດ້ານ ອາ
ຫານ ມົນລະພິດ ແລະການສ້ຳລາດບັງຫຼວງ ອີງຕາມການສຳຫຼວດຄັ້ງໃໝ່ທີ່ສະເໜີ
ແນະວ່າ ບໍ່ໄດ້ມີການດຳເນີນການຢ່າງພໍພຽງພໍກ່ຽວກັບບັນຫາເຫຼົ່ານີ້ ນັບແຕ່ເຂົາເຈົ້າ
ໄດ້ຍົກຂຶ້ນມາ ເມື່ອສອງປີກ່ອນ.
ເລື້ອງຄວາມປອດໄພຂອງອາຫານ ແມ່ນນຳໜ້າໝູ່ ຢູ່ໃນບັນຊີລາຍຊື່ຂອງຄວາມ
ເປັນຫ່ວງ 13 ຂໍ້ ໂດຍທີ່ 86 ເປີເຊັນຂອງຜູ້ຄົນ ໄດ້ໃຫ້ຂໍ້ສັງເກດຢູ່ໃນການຢັ່ງຄວາມ
ເຫັນຂອງສາທາລະນະ ໂດຍອົງການຄົ້ນຄວ້າອິນໂດຈີນຫວຽດນາມຈຳກັດເມື່ອທ້າຍ
ເດືອນເມສາທີ່ຜານມາ. ຄວາມເປັນຫ່ວງຫ້າຂໍ້ທີ່ສຳຄັນສຸດແມ່ນກ່ຽວກັບການສຶກສາ
ແລະການຮັກສາສຸຂະພາບ. ພວກຢັ່ງຫາງສຽງເອີ້ິ້ນວ່າ ເປັນທີ່ແປກໃຈ ແລະໜ້າສົນ
ໃຈໃນການພົບເຫັນປະກອບຫ້າຂໍ້ໃຫຍ່ທີ່ສຸດກ່ຽວກັບຄວາມເປັນຫ່ວງ ທີ່ໄດ້ພົບເຫັນ
ເມື່ອສອງປີກ່ອນເຊັນກັນ.
ອົງການຄົ້ນຄວ້າອິນໂດຈີນ ຊຶ່ງເປັນບໍລິສັດທີ່ມີຫ້ອງການຕັ້ງຢູ່ນະຄອນໂຮຈີມິນ ທີ່
ໄດ້ທຳການສຳຫຼວດ ກ່າວວ່າ “ຜົນດັ່ງກ່າວຄ້າຍຄືກັນກັບການຄົ້ນຄວ້າ ໃນປີ 2017
ທີ່ໄດ້ສະເໜີແນະວ່າບັນຫາທີ່ຜູ້ຄົນພາກັນເປັນຫ່ວງນັ້ນຍັງມີຢູ່ຕໍ່ມາ ແລະຍັງບໍ່ທັນ
ໄດ້ແກ້ໄຂເທື່ອ.”
ໃນຂະນະທີ່ບັນຫາເຫຼົ່ານີ້ຍັງມີຢູ່ຕໍ່ມາເປັນເວລາຫຼາຍປີ ການເບິ່ງເຂົ້າໄປໃກ້ໆຂໍ້ມູນ
ສະແດງໃຫ້ເຫັນວ່າ ມັນສາມາດແບ່ງແຍກອອກໄດ້ ຕາມເພດ ລາຍໄດ້ ແລະເຂດ
ພູມີພາກ.
ມົນລະພິດ ດັ່ງໂຕຢ່າງ ແມ່ນຢູ່ໃນອັນດັບ 2 ໂດຍທົ່ວໄປ. ແຕ່ຄວາມກັງວົນທີ່ໃຫຍ່
ກວ່າ ໃນນະຄອນຮາໂນ່ຍຢູ່ທາງພາກເໜືອຂອງປະເທດບ່ອນທີ່ປະຊາຊົນທີ່ຖືກ
ສຳຫຼວດ 82 ເປີເຊັນ ປຽບທຽບໃສ່ກັບ 73 ເປີເຊັນທີ່ຕ່ຳກວ່າຂອງປະຊາຊົນ ໃນ
ນະຄອນໂຮ່ຈີມິນ ທີ່ຢູ່ທາງພາກໃຕ້. ພູມີສາດໄດ້ອະທິບາຍໃຫ້ເຫັນເຖິງຄວາມແຕກ
ຕ່າງ ໂດຍທີ່ນະຄອນຫຼວງແມ່ນຢູ່ໃກ້ກັບໂຮງຈັກໂຮງງານ ທີ່ເຕັມໄປຢູ່ໃນບັນດາ
ແຂວງທາງພາກໃຕ້ຂອງຈີນ ທີ່ໄດ້ເຮັດໃຫ້ອາກາດເປັນພິດເພີ້ມຂຶ້ນຢູ່ສະເໝີ ທີ່ໄດ້
ຫາຍໃຈເອົາ ຫຼາຍກວ່າຢູ່ນະຄອນໂຮ່ຈີມິນ.
ແຕ່ການຫາຍໃຈເອົາຜູ້ຄົນຢູ່ໃນທົ່ວປະເທດເຫັນວ່າອາກາດທີ່ເປິເປື້ອນແມ່ນເປັນ
ໄພຂົ່ມຂູ່ເພີ້ມຂຶ້ນ ຊຶ່ງບັນດານັກວິທະຍາສາດສາກົນ ຫວ່າງມໍ່ໆມານີ້ກ່າວວ່າ ມີ
ຄວາມເຊື່ອມໂຍງກັບໂຣກຄວາມຈຳເສື່ອມ. ຊາວຫວຽດນາມກ່າວວ່າເຂົາເຈົ້າຈະ
ບໍ່ຮັບເອົາ ທີ່ບັນດາທຸລະກິດທີ່ຕ້ອງເຮັດໃຫ້ສິ່ງແວດລ້ອມເປັນພິດ ເພື່ອທີ່ຈະໄດ້ເງິນ.
ທ່ານທູ ວັນ ທີ່ຂຽນລົງຢູ່ໃນອົງການຂ່າວຫວຽດນາມ ທີ່ເປັນຂອງລັດຖະບານ ໄດ້
ຮຽກຮ້ອງ ໃຫ້ພວກເຈົ້າໜ້າທີ່ລັດຖະບານ ເອົາມາດຕະການ ໂດຍກ່າວວ່າ “ມົນລະ
ພິດ ຊຶ່ງຄັ້ງນຶ່ງເຄີຍເປັນທີ່ຮັບເອົາໄດ້ໃນຖານະຜົນຜະລິດທາງອຸດສາຫະກຳຈາກ
ການພັດທະນາທີ່ບໍ່ສາມາດຫຼີກລ່ຽງໄດ້ ແລະຊຸກຍູ້ຄວາມກ້າວໜ້າທາງດ້ານເສດ
ຖະກິດນັ້ນ. ບັດນີ້ ເຖິງເວລາແລ້ວທີ່ເຂົາເຈົ້າຄວນຖືວ່າມົນລະພິດເປັນວິກິດການ
ທາງດ້ານສາທາລະນະສຸກ.”