ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫວຽດ​ນາມ ປະ​ທ້ວງ​ທີ່ ຈີນ ສົ່ງ​ກຳ​ປັ່ນ​ໂຮງ​ໝໍ​ ໄປ​ທະ​ເລ​ຈີນ​ໃຕ້


ພາບ​ຖ່າຍ​ຈາກ​ອາ​ກາດ​ຂອງ​ໝູ່​ເກາະ ຈີ​ລຽນ​ຢູ ໃນ​ໝູ່​ເກາະ ປາ​ຣາ​ແຊ​ລ໌, 10 ສິງ​ຫາ 2018.
ພາບ​ຖ່າຍ​ຈາກ​ອາ​ກາດ​ຂອງ​ໝູ່​ເກາະ ຈີ​ລຽນ​ຢູ ໃນ​ໝູ່​ເກາະ ປາ​ຣາ​ແຊ​ລ໌, 10 ສິງ​ຫາ 2018.

ຫວຽດ​ນາມ ໄດ້​ປະ​ທ້ວງ​ໃນ​ສິ່ງ​ທີ່​ເຂົາ​ເຈົ້າ​ກ່າ​ວ​ວ່າ ​ເປັນ​ການ​ລ່ວງ​ລ້ຳ​ອຳ​ນາດ​ອະ​ທິ​ປະ​ໄຕ​ໂດຍ ຈີນ ຫຼັງ​ຈາກ ປັກ​ກິ່ງ ໄດ້​ສົ່ງ​ກຳ​ປັ່ນ​ໂຮງ​ໝໍ​ຂອງກອງ​ທັບ​ເຮືອ​ເຂົ້າ​ໄປ​ໃນ​ໝູ່​ເກາະ ປາ​ຣາ​ແຊ​ລ໌, ເຊິ່ງ​ເປັນ​ກຸ່ມ​ຂອງ​ໝູ່​ເກາະ​ປະ​ກາ​ລັງ​ຂະ​ໜາດ​ນ້ອຍ ແລະ ໂງ່ນ​ຫີນ​ໃນ​ທະ​ເລ​ຈີນ​ໃຕ້ ທີ່​ປັດ​ຈຸ​ບັນ​ນີ້ ​ຖືກ​ຄວບ​ຄຸມ​ໂດຍ ຈີນ ແຕ່​ຖືກ​ອ້າງ​ເອົາ​ໂດຍ ຫວຽດ​ນາມ ແລະ ໄຕ້​ຫວັນ.

ໂທ​ລະ​ພາບ​ສູນ​ກາງ ຈີນ ໄດ້​ເປັນ​ຜູ້​ທຳ​ອິດ​ທີ່​ລາຍ​ງານ​ຂ່າວ​ດັ່ງ​ກ່າວ ​ເມື່ອ​ວັນ​ທີ 21 ພຶດ​ສະ​ພາ ທີ່​ຜ່ານ​ມາ.

ທ່ານ ດວນ ແຄັກ ຫວຽດ​, ຮອງ​ໂຄງ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ, ໄດ້​ກ່າວ​ວ່າ ​ປະ​ເທດ​ຂອງ​ທ່ານ​ຄັດ​ຄ້ານ​ການ​ມີ​ໜ້າ​ຂອງ​ກຳ​ປັ່ນ​ທີ່​ວ່າ​ນັ້ນ. ທ່ານ​ໄດ້​ກ່າວ​ເມື່ອ​ວັນ​ທີ 23 ພຶດ​ສະ​ພາ ​ໃນ​ການ​ຕອບ​ຕໍ່​ຄຳ​ຖາມ​ຈາກ​ໜັງ​ສື​ພິມ ເຕື່ອຍ ເຈ (Tuoi Tre) ​ກ່ຽວ​ກັບ ກຳ​ປັ່ນ​ໂຮງ​ໝໍ ຢ​ວາຍ (Youai) ທີ່ຖືກ​ສົ່ງ​ໄປ​ໝູ່​ເກາະ​ດັ່ງ​ກ່າວ, ທີ່​ຮູ້​ຈັກ​ກັນ​ດັ່ງ​ກັບ ຮ​ວາງ ຊາ ໃນ ພາສາຫວຽດ​ນາມ.

ທ່ານ ຫວຽດ​ ໄດ້​ກ່າວ​ຢ້ຳ​ວ່າ “ຫວຽດ​ນາມ ຄັດ​ຄ້ານ​ກິດ​ຈະ​ກຳ​ໃດໆ​ທີ່​ລະ​ເມີ​ດ​ອຳ​ນາດ​ອະ​ທິ​ປະ​ໄຕ​ຢູ່ໝູ່ເກາະ ຮ​ວາງ ຊາ ຂອງ​ ຫວຽດ​ນາມ ຢ່າງ​ເດັດ​ຂາດ.”

ກຳ​ປັ່ນ​ໂຮງ​ໝໍ ຢ​ວາຍ ແມ່ນ​ຢູ່​ພາຍ​ໃຕ້​ການ​ບັນ​ຊາ​ຂອງກອງ​ບັນ​ຊາ​ການ​ພາກ​ໃຕ້​ຂອງ​ກອງທັບ​ປົກດປ່ອຍ​ປະ​ຊາ​ຊົນ ຈີນ. ອີງ​ຕາມ​ລາຍ​ງານ​ສະ​ບັບ​ນຶ່ງ​ຂອງ​ໜັງ​ສື​ພິມ Global Times, ທີ່​ອ້າງ​ເຖິງ​ໂທ​ລະ​ພາບ​ສູນ​ກາງ ຈີນ ນັ້ນ, ກຳ​ປັ່ນ​ດັ່ງ​ກ່າວ​ໄດ້​ເດີນ​ທາງ​ອ້ອມ​ໝູ່​ເກາະ ປາ​ຣາ​ແຊ​ລ໌, ປົກ​ຄຸມ​ປະ​ມານ 1,000 ກິ​ໂລ​ແມັດ, ແລະ ໄດ້​ຢຸດ​ຢູ່​ບາງ​ເກາະ ເພື່ອ​ສະ​ໜອງ​ການ​ບໍ​ລິ​ການ​ດ້ານ​ການ​ແພດ ແລະ ການປິ່ນ​ປົວ​ໃຫ້​ທະ​ຫານ ຈີນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG