ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວຫວຽດນາມ ປະທ້ວງຈີນອີກ ໃນກຸງຮາໂນ່ຍ


ລົດຕໍາຫລວດຄັນນຶ່ງແລ່ນກາຍພວກປະທ້ວງຕໍ່ຕ້ານຈີນ ໃນລະຫວ່າງ
ການເດີນຂະບວນໃນກຸງຮາໂນ່ຍ, ວັນອາທິດ ທີ 7 ສິງຫາ 2011.
ລົດຕໍາຫລວດຄັນນຶ່ງແລ່ນກາຍພວກປະທ້ວງຕໍ່ຕ້ານຈີນ ໃນລະຫວ່າງ ການເດີນຂະບວນໃນກຸງຮາໂນ່ຍ, ວັນອາທິດ ທີ 7 ສິງຫາ 2011.


















ທີ່​ຫວຽດນາມ ໃນ​ວັນ​ອາທິດ​ວານ​ນີ້ປະຊາຊົນຢ່າງ​ໜ້ອຍ ​100 ຄົນ​ໄດ້​ທໍາ​ການ​ປະ​ທ້ວງ​ໃນ
ນະຄອນຫລວງ​ຮາ​ໂນ່ຍ ຕໍ່ຕ້ານ​ການ​ກ່າວ​ອ້າງ​ເອົາ​ກໍາມະສິດ​ເຂດ​ນໍ້າ​ແດນ​ດິນ​ແຫ່ງ​ນຶ່ງ​ຂອງ
​ຈີນທີ່​ທະ​ເລ​ຈີນ​ໃຕ້ ອັນ​ເປັນ​ຄັ້ງ​ຫລ້າ​ສຸດ​ໃນ​ການປະ​ທ້ວງ​ຈີນຕິດ​ຕໍ່ກັນ​ມາ​ຫລາຍ​ຄັ້ງ​ໃນໄ​ລຍະ 2​ ​ເດືອນ​ຜ່ານມາ​ນີ້.

ພວກ​ເຫັນ​ເຫດການ​ກ່າວ​ວ່າ ຕໍາຫລວດໄດ້ອະນຸຍາດ​ໃຫ້​ພວກ​ປະທ້ວງ​ທີ່ໂບກ​ທຸງເດີນ​ຂະ​ບວນ​ໄປ ​ໃນ​ຂະນະ​ທີ່​ພວກ​ເຂົາ​ເຈົ້າຖ່າຍ​ຮູບ​ວີ​ດີ​ໂອ​ເອົາ​ ແລະ​ຊີ້​ບອກ​ລົດ​ລາ​ໃຫ້​ໄປ​ທາງ​ອື່ນ ​ເພື່ອ ປ່ອຍ​ໃຫ້​ການເດີນ​ຂະ​ບວນດໍາ​ເນີນ​ໄປ​ໄດ້. ການ​ເດີນ​ຂະ​ບວນປະ​ທ້ວງ​ເຊ່ນ​ນີ້​ແມ່ນ​ບໍ່​ສູ້​ມີ​ຂຶ້ນ​ໃນ ​ປະ​ເທດ​ຜະ​ເດັດ​ການຫວຽດນາມ ບ່ອນ​ທີ່​ລັດຖະບານ​ຫ້າມການສະ​ແດງການຄັດຄ້ານ​ຕໍ່ ລັດຖະບານ​ຢ່າງ​ເປີດ​ເຜີຍ​ແລະ​ຕາມ​ທໍາ​ມະ​ດາແລ້ວ ​ແມ່ນ​ຈະ​ລົງ​ໂທດພວກ​ທີ່​ຝ່າຝືນ.

ຈີນ​ອ້າງ​ເອົາ​ກໍາມະສິດ​ເໜືອ​ນ່ານນໍ້າ​ທະ​ເລ​ຈີນໃຕ້ທັງ​ໝົດ​ ຊຶ່ງ​ກໍ່​ໃຫ້​ເກີດບັນຫາ​ຂັດ​ແຍ້​ງກັນ​ກັບ​ຫວຽດນາມ ຟີ​ລິບ​ປິນ ມາ​ເລ​ເຊຍ​ແລະ​ບຣູ​ໄນ ທີ່ຕ່າງ​ກໍໄດ້​ອ້າງເອົາ​ກໍາມະສິດ​ເໜືອ​ນ່ານນໍ້າເລາະ​ແຄມ​ຝັ່ງ​ທະເລຂອງ​ຕົນ​. ທັງ​ລັດຖະບານ​ກຸງ​ຮາ​ໂນ​ຍ​ແລະ​ກຸງ​ມາ​ນີລາ​ອ້າງ​ວ່າ ພວກ​ເຮືອ​ຂອງ​ຈີນ​ໄດ້​ເຂົ້າ​ແຊກ​ແຊງ​ໃນ​ການ​ບຸກ​ເບີກ​ຫາບໍ່​ແກ​ສທໍາ​ມະ​ຊາດແລະ​ນໍ້າມັນໃນ​ເຂດນ່ານນໍ້າ​ທ່ີທັງ​ສອງ​ປະ​ເທດນີ້​ອ້າງ​ວ່າ​ ເປັນ​ເຂດ​ເສດຖະກິດ​ພິ​ເສດ​ຂອງ​ຕົນ​ນັ້ນ.

ນອກ​ນັ້ນ ຂົງ​ເຂດ​ດັ່ງກ່າວ​ຍັງ​ເປັນ​ເສ້ນທາງ​ ທີ່​ມີການ​ເດີນ​ເຮືອ​ຂອງ​ພວກກໍາ​ປັ່ນບັນທຸກ​ສິນຄ້າ​ຢ່າງອັດ​ແອທີ່​ສຸດ​ຂອງ​ໂລກ​ເຊ່ນ​ກັນ.

ບັນຫາ​ຂັດ​ແຍ້​ງກັນ​ໄດ້​ຄອບ​ງໍາ​ລາຍການ​ປະຊຸມ​ປະ​ຈໍາປີ​ຂອງ​ກຸ່ມ​ອາ​ຊ່ຽນ ໃນ​ເດືອນ​ແລ້ວ​ນີ້​ ທີ່​ເກາະ​ບາ​ຫລີ​ຂອງ​ອິນ​ໂດ​ເນ​ເຊຍ​ນັ້ນ. ກຸ່ມ​ອາ​ຊ່ຽນ​ແລະຈີນ​ໄດ້​ບັນລຸ​ຂໍ້ຕົກ​ລົງ​ຂັ້ນ​ຕົ້ນ​ກັນ ກ່ຽວ​ກັບ​ຫລັກ​ຊີ້ນໍາ​ຊຸດນຶ່ງ ​ທີ່​ໃນ​ຂັ້ນ​ສຸດ​ທ້າຍ​ນັ້ນ ອາດສາມາດ​ນໍາພາ​ໃຫ້​ມີ​ການຈັດ​ຕັ້ງ​ປະຕິບັດ​ກົດ​ການປະພຶດ​ທາງ​ທະ​ເລ​ນັ້ນ​ໄດ້ ​ແຕ່​ພວກ​ນັກວິ​ເຄາະ​ເຫດການ​ກ່າວ​ວ່າ ​ເຂົາ​ເຈົ້າ​ບໍ່​ຄາດ​ວ່າ​ຈະ​ມີ​ການ​ຕົກລົງ​ກັນ​ໄດ້​ ​ໃນ​ອະນາຄົດ​ອັນ​ໃກ້ໆ​ນີ້.

XS
SM
MD
LG