ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫວຽດນາມຈັບ ພວກປະທ້ວງຕໍ່ຕ້ານຈີນ


ຕໍາຫລວດນອກເຄື່ອງແບບຫວຽດນາມ ຈັບພວກປະທ້ວງຕໍ່ຕ້ານຈີນ ໄປຂຶ້ນລົດບັສ ທີ່ນະຄອນຫລວງຮາໂນ່ຍ, ວັນທີ 21 ສິງຫາ 2011. (AP Photo/Margie Mason)
ຕໍາຫລວດນອກເຄື່ອງແບບຫວຽດນາມ ຈັບພວກປະທ້ວງຕໍ່ຕ້ານຈີນ ໄປຂຶ້ນລົດບັສ ທີ່ນະຄອນຫລວງຮາໂນ່ຍ, ວັນທີ 21 ສິງຫາ 2011. (AP Photo/Margie Mason)

ຕໍາຫລວດຫວຽດນາມໄດ້ກັກຕົວປະຊາຊົນຫລາຍສິບຄົນ ທີ່ປະກອບສ່ວນໃນການໂຮມ
ຊຸມນຸມຕໍ່ຕ້ານຈີນທີ່ນະຄອນຫລວງຮາໂນ່ຍ ໃນວັນອາທິດມື້ນີ້.

ບໍ່ເທົ່າໃດນາທີ ຫລັງຈາກການປະທ້ວງໄດ້ເລີ່ມຕົ້ນຂຶ້ນ ພວກເຈົ້າໜ້າທີ່ນອກເຄຶ່ອງແບບ
ກໍໄດ້ເຄຶ່ອນເຂົ້າໄປຫາພວກ​ໂຮມ​ຊຸມນຸມ ແລະ​ໄດ້ຕ້ອນ​ເອົາພວກປະທ້ວງຢ່າງໜ້ອຍ 40
ຄົນ ​ໄປຂຶ້ນລົດບັສທີ່ຈອດລໍຖ້າຢູ່ ແລະ ກໍຂັບພາພວກປະທ້ວງ ອອກໄປຈາກທີ່ນັ້ນ.

ເມື່ອວັນພະຫັດຜ່ານມານີ້ ຄະນະກໍາມະການປະຊາຊົນຂອງຮາໂນຍ ໄດ້ສັ່ງໃຫ້ຢຸດການ
ໂຮມຊຸມນຸມຕໍ່ຕ້ານ​ຈີນ ໂດຍຕັກເຕືອນວ່າ ລັດຖະບານຈະໃຊ້ມາດຕະການທີ່ຈໍາເປັນ ຕໍ່
ພວກໃດທີ່ບໍ່ປະຕິບັດຕາມຄໍາສັ່ງ.

ຄໍາສັ່ງໄດ້ກ່າວ​ເຖິງການປະທ້ວງວ່າ ເກີດຂຶ້ນມາເອງ ແລະຮັບຮູ້ວ່າມັນ​ເກີດຍ້ອນ​ຄວາມ
ຮັກຊາດ ແຕ່ກໍເວົ້າວ່າ ການປະທ້ວງໄດ້ມີຜົນ​ກະທົບ​ໃນ​ທາງ​ລົບ​ຕໍ່ຄວາມເປັນລະບຽບ
ຮຽບຮ້ອຍຂອງສັງຄົມ ແລະພາບພົດຂອງນະຄອນຫລວງຮາໂນ່ຍ ຊຶ່ງໃນຂະນະດຽວ​ກັນ
ກໍມີຜົນກະທົບ​ໃນທາງລົບຕໍ່ກິດຈະກໍາດ້ານ​ການ​ທູດຂອງລັດແລະພັກທີ່ປົກຄອງປະເທດ ຢູ່ໃນເວລານີ້.

ພວກປະທ້ວງ ໄດ້ພາກັນ​ໄປ​ໂຮມ​ຊຸມນຸມໃນເມືອງຫລວງຮາໂນຍ ທຸກໆວັນອາທິດ ເປັນ
ເວລາ ປະມານ 11 ອາທິດມາແລ້ວ ເພື່ອປະທ້ວງພຶດຕິການຂອງຈີນ ໃນຂົງເຂດທະເລ
ຈີນໃຕ້. ລັດຖະບານຫວຽດນາມກ່າວວ່າ ກໍ່າປັ່ນຂອງຈີນໄດ້ເຂົ້າໄປແຊກແຊງໂດຍເຈດ ຕະນາຕໍ່ກິດຈະກໍາສໍາຫລວດ ບໍ່ນໍ້າມັນ ໃນເຂດນ່ານນໍ້າທີ່ເປັນຂໍ້ຂັດແຍ້ງກັນຢູ່ນອກຝັ່ງ ຂອງຫວຽດນາມນັ້ນ.



XS
SM
MD
LG