ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກປະທ້ວງ ພາກັນໂຈມຕີ ໂຮງງານຈີນ ໃນຫວຽດນາມ (ສະໄລດ໌)


ພວກ​ປະ​ທ້ວງ ຊາວຫວຽດນາມ​ ​ໄດ້​ພາກັນຈູດເຜົາ ​ແລະປຸ້ນເອົາ
ເຄື່ອງຂອງຈາກ​ໂຮງງານຈີນ ​ໃນ​ຂະນະ​ທີ່​ພວກ​ເຂົາ​ເຈົ້າ​ໂກດ​ແຄ້ນ
ກ່ຽວ​ກັບ​ການ​ຕັດ​ສິນ​ໃຈຕໍ່​ການ​ເອົາ​ບາດກ້າວ​ໃນ​ການ​ຕິດຕັ້ງຖານ
​ຂຸດ​ນ້ຳມັນໃນ​ເຂດ​ນ່ານນ້ຳ ທີ່ມີການຂັດແຍ້ງກັນ ຢູ່ນອກແຄມຝັ່ງ
ທະເລຫວຽດນາມ.

ຄວາມ​ບໍ່​ສະ​ງົບ​ທີ່​ວ່າ​ນີ້​ໄດ້​ເລີ້ມ​ຂຶ້ນ​ໃນ​ວັນ​ອັງຄານ​ວານ​ນີ້ ໃນ​ແຂວງ
Binh Duong ທາງພາກໃຕ້ຂອງຫວຽດນາມບ່ອນ​ທີ່​ພວກຄົນງານ
ຫຼາຍ​ພັນ​ຄົນ​ໄດ້ພາກັນນັດຢຸດງານ​ແລະ​ເຂົ້າ​ຮ່ວມ​ໃນ​ການ​ປະ​ທ້ວງ​
ຕໍ່ຕ້ານ​ຈີນ.

ວີ​ດີ​ໂອ​ ທີ່​ໄດ້​ນຳ​ອອກ​ມາ​ເຜີຍ​ແຜ່ທາງຕາໜ່າງ​ສື່​ສັງຄົມ ​ສະ​ແດງ​ໃຫ້​ເຫັນວ່າ ຄົນ​ງານ​ຊາວ​ຫວຽດນາມ ທີ່​ໃສ່​ເຄື່ອງ​ແບບ ຈຳນວນຫຼວງຫຼາຍ ຢືນຢູ່ຕໍ່ໜ້າໂຮງງານ ທີ່​ມີ​ຊື່​ເປັນ​ຈີນທັງຫຼາຍ​ ໄດ້ພາກັນໂບກ​ທຸ​ງຊາດ ​ແລະ​ບີບ​ແກ​ລົດຈັກ​ຂອງ​ພວກ​ເຂົາ​ເຈົ້າ ​ແລະ​ຮ້ອງ
ຄຳ​ຂວັນຕໍ່ຕ້ານ​ຈີນ.

​ພວກ​ເຈົ້າ​ໜ້າ​ທີ່ ​ໃນ​ສວນ​ອຸດສາຫະກຳ ຫວຽດນາມ-ສິງກະ​ໂປ ​ໄດ້​ກ່າວ​ວ່າ ມີ​ໂຮງງານ
ຈີນ ຢ່າງນ້ອຍ 3 ແຫ່ງ ໄດ້​ຖືກ​ວາງ​ເພີີງ ​ແລະ​ປຸ້ນ​ສະດົມເອົາເຄື່ອງຂອງ. ມີ​ລາຍ​ງານ​ອີກ​ຫຼາຍ​ກະແສເວົ້າ​ວ່າ ມີ​ໂຮງງານ 12 ​ແຫ່ງ ​ໄດ້ຖືກ​ໂຈມ​ຕີ. ໂຮງງານບາງແຫ່ງນັ້ນ ແມ່ນ
ເປັນຂອງຊາວໄຕ້​ຫວັນ.

ຜູ້​ທີ່​ເຫັນ​ເຫດການ​ຄົນ​ນຶ່ງ ທີ່​ບໍ່​ປະສົງ​ຈະ​ອອກ​ນາມ ອະທິ​ບາຍ​ເຖິງ​ເຫດການນີ້ວ່າ ​ເປັນ​
ສະພາບ​ການ​ທີ່​ວຸ້ນວາຍ ສົນລະວົນ ​ໃນ​ການ​ໃຫ້​ສຳ​ພາດ​ກັບ VOA ພະ​ແນ​ກພາສາ
​ຫວຽດນາມ ຊຶ່ງພະນັກງານຄົນນີ້​ກ່າວຕື່ມ​ວ່າ: “​ໄດ້​ມີ​ຜູ້​ຄົນ​ຈຳນວນ​ຫຼວງ​ຫຼາຍ​ແລະ​
ມັນ​ກໍ​ ຢູ່ໃນສະພາບທີ່ວຸ້ນວາຍໄປ​ໝົດ. ຂ້ອຍ​ບໍ່ມີ​ຄຳ​ເວົ້າ​ໃດໆ​ທີ່​ຈະ​ສາມາດ​ອະ
ທິບາຍ​ເຖິງ​ເຫດການ​ນີ້​ໄດ້​ໝົດ. ຂ້ອຍ​ຍັງ​ບໍ່ທັນ​ໄດ້ຍິນຫຍັງ​ເທື່ອຈາກ​ທາງ​ການ ​
ເພາະສະ​ນັ້ນ ຂ້ອຍ​ຈຶ່ງບໍ່​ຮູ້​ ວ່າແມ່ນ​ຫຍັງ​ເກີດ​ຂຶ້ນ​ແທ້.”


ມີ​ໂຮງງານຫຼາຍ​ແຫ່ງ​ໃນ​ເຂດ​ດັ່ງກ່າວ ​ຍັງ​ປິດ​ຢູ່​ໃນ​ວັນ​ພຸດ​ມື້​ນີ້ ໃນ​ຂະນະ​ທີ່​ຕຳຫຼວດ​ປາບ​ຈະລາຈົນພະຍາຍາມເຂົ້າ​ໄປ​ຄວບ​ຄຸມ​ສະຖາ​ນະ​ການ. ຍັງ​ບໍ່​ມີ​ລາຍ​ງານ​ໃດໆ ກ່ຽວ​ກັບ​ການ​ບາດ​ເຈັບ​ລົ້ມ​ຕາຍ​ເທື່ອ.

ກະຊວງ​ການ​ຕ່າງປະ​ເທດ​ຈີນ ​ໄດ້​ອອກ​ຄຳ​ເຕືອນ​ກ່ຽວ​ກັບ​ການ​ເດີນທາງໃນ​ວັນ​ພຸດ​ມື້​ນີ້
ໂດຍເວົ້າວ່າ ຊາວ​ຈີນ​ທີ່ຢູ່​ໃນ​ຫວຽດນາມ ​ໃຫ້ “ລະມັດລະວັງ​ໃນ​ການວາງ​ແຜນ​ເດີນທາງ ແລະຖ້າເດີນທາງ ກໍໃຫ້ມີຄວາມລະວັງເປັນພິເສດ​.”

​ໃນ​ການ​ເຄື່ອນໄຫວ​ທີ່​ບໍ່​ປົກກະຕິ​ນັ້ນ​ ຫວຽດນາມ​ໄດ້ອະນຸຍາດ ​ໃຫ້​ມີການປະ​ທ້ວງ​ຕໍ່ຕ້ານ​ຈີນ​ຂຶ້ນໃນ​ທົ່ວ​ປະ​ເທດ ​ແລະ​ໄດ້​ອະນຸຍາດ​ສື່ ທີ່​ທາງ​ການ​ຄວບຄຸມຢ່າງຮັດກຸມ​ນັ້ນ ລາຍ
ງານກ່ຽວກັບການ​ປະ​ທ້ວງ​ເຫຼົ່າ​ນີ້.
XS
SM
MD
LG