ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫວຽດນາມ ຈັບກຸມ ພວກປະທ້ວງ 20 ຄົນ


Forces loyal to Syria's President Bashar al-Assad walk near a damaged gas station near the main highway leading Aleppo to Raqqa, Nov. 11, 2013.
Forces loyal to Syria's President Bashar al-Assad walk near a damaged gas station near the main highway leading Aleppo to Raqqa, Nov. 11, 2013.

ຕໍາຫຼວດ​ຫວຽດນາມ​ຈັບ​ກຸມ​ປະຊາຊົນ 20 ຄົນ​ທີ່​ເຂົ້າ​ຮ່ວມ​ໃນ​ການປະ​ທ້ວງ​ຢູ່​ນອກ​ນະ
ຄອນຫຼວງ​ຮາ​ໂນ​ຍ.

ການ​ຕໍ່ສູ້​ກັນ​ໄດ້​ເລີ້ມ​ຂຶ້ນ​ໃນ​ວັນ​ອັງຄານ​ວານ​ນີ້ ​ເວລາ​ພວກ​ຊາວບ້ານ​ຫຼາຍ​ຮ້ອຍ​ຄົນ​ປະ​
ທະ​ກັນ​ກັບ​ພວກ​ຕໍາຫຼວດ​ປາບ​ຈະລາຈົນແລະພວກ​ກໍາລັງ​ຮັກສາ​ຄວາມ​ປອດ​ໄພອື່ນໆ
ອີກຈໍານວນ​ຫຼາຍ​ເຖິງ 3 ພັນ​ຄົນ. ພວກ​ຊາວບ້ານ​ກ່າວ​ວ່າ ທາງ​ການ​ໄດ້​ທໍາ​ຄວາມ​ພະ
ຍາຍາມ​ທີ່ຜິດ​ກົດ ໝາຍ​ເພື່ອ​ຂັບ​ໄລ່​ພວກ​ຊາວ​ກະສິກອນ​ອອກ​ຈາກ​ທີ່​ດິນ​ຂອງ​ເຂົາເຈົ້າ
ສຳ​ຫຼັບນຳ​ໄປ​ເປັນ​ບ່ອນ​ປຸກ​ສ້າງ​ເມືອງ​ດາວ​ທຽມ​ໃໝ່​ຂຶ້ນ​ນັ້ນ.

ພວກ​ຊາວບ້ານ​ພາກັນ​ໄປ​ຕັ້ງ​ຄ້າຍ​ພັກ​ແຮມໃນ​ຄືນ​ວັນ​ຈັນ​ຜ່ານ​ມາ​ນີ້ໃນ​ການ​ຄາດ​ກັນ​ໄວ້
ລ່ວງ​ໜ້າ​ວ່າ​ ຈະ​ມີ​ການ​ຂັບ​ໄລ່​ ພວກ​ຊາວ​ກະສິກອນອອກ​ຈາກ​ທີ່​ດິນຊຶ່ງ​ໄດ້​ເປັນ​ຈຸດ​ສູງ​
ສຸດ​ຂອງ​ບັນຫາ​ຂັດ​ແຍ່ງ​ເລື້ອງ​ທີ່ດິນ​ມາ​ເປັນ​ເວລາ 6 ປີ​ໃນ​ເຂດ Hung Yen ຂອງ​ເມືອງ
Van Giang​ນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ຕໍາຫຼວດ​ໄດ້​ໃຊ້​ແກັສນໍ້າຕາ ​ແລະ​ຍິງ​ປືນ​ເຕືອນ​ເພື່ອ​ຂັບ​ໄລ່​ໃຫ້
ພວກ​ປະ​ທ້ວງ​ແຕກ​ໜີ​ໄປ ຊຶ່ງ​ລາຍ​ງານ​ເວົ້າ​ວ່າ ພວກ​ປະ​ທ້ວງ​ເຫຼົ່າ​ນີ້​ໄດ້​ທໍາ​ການ​ຕອບ​ໂຕ້​
ດ້ວຍ​ການ​ແກວ່ງ​ກ້ອນ​ຫີນ ​ແລະ​ດິນ​ຈີ່​ໃສ່ພວກຕໍາຫຼວດ.

ການ​ຂັດ​ແຍ່ງ​ກັນ​ເລື້ອງ​ທີ່​ດິນ​ໄດ້​ກາຍ​ມາ​ເປັນ​ບັນຫາ​ທີ່​ເພີ່ມທະວີ​ຂຶ້ນ​ນັບ​ມື້ຢູ່​ໃນ​ຫວຽດ
ນາມ ທີ່​ເປັນປະ​ເທດ​ຄອມ​ມີ​ວນິດ​ ຊຶ່ງ​ທີ່​ດິນ​ທັງ​ໝົດແມ່ນ​ເປັນ​ຂອງ​ລັດແລະ​ສິດທິ​ໃນ​ການ
ຊົມ​ໃຊ້​ທີ່​ດິນ​ບໍ່​ໄດ້​ໃຫ້​ຄໍາ​ອະທິບາຍ​ຢ່າງ​ຈະ​ແຈ້ງ​ມາ​ໂດຍ​ຕະຫຼອດ.

XS
SM
MD
LG