ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໘ ມິຖຸນາ ໒໐໒໓

ຫວຽດນາມຄັດເລືອກ ປະທານປະເທດຄົນໃໝ່


ທ່ານ Truong Tan Sang ສະມາຊິກຂັ້ນອາວຸໂສ ກົມການເມືອງສູນກາງພັກຫວຽດນາມ ກ່າວຕໍ່ກອງປະຊຸມພັກຄັ້ງທີ 11 ທີ່ກຸງຮາໂນຍ, ວັນທີ 19 ມັງກອນ 2011. ທ່ານ Sang ເປັນຄົນດຽວທີ່ສະມັກເລືອກຕັ້ງເອົາຕໍາແໜ່ງ ປະທານປະເທດ.

ຄາດ​ວ່າ ສະພາ​ແຫ່ງ​ຊາດ​ຫວຽດນາມ​ຈະ​ຄັດ​ເລືອກ​ເອົາ​ປະທານ​ປະ​ເທດຄົນ​ໃໝ່​ໃນ​ວັນ​ຈັນ​ມື້​ນີ້ ​ໂດຍມີຊະ​ເລີ​ຍ​ເສິກຂອງ​ອະດີດ​ລັດຖະບານ ຫວຽດນາມໃຕ້ ເປັນ​ຜູ້​ສະມັກ​ຮັບ​ເລືອກ​ຕັ້ງພຽງຄົນ​ດຽວ​ເທົ່າ​ນັ້ນ.

ທ່ານ​ຈຸ​ງ ຕັນ​ຊັງ ​ໄວ 62 ປີ ​ເປັນຄົນຫວຽດນາມ​ໃຕ້ ​ແລະ​ເຄີຍ​ຮັບ​ໃຊ້​ເປັນ​ເລຂາທິການ​ພັກ​
ຄອມ​ມີ​ວນີສ​ໃນ​ນະຄອນ​ໂຫຈິ​ມິນ ມາ​ຮອດ​ປີ 2000 ​ແລະ​ທ່ານ​ໄດ້​ດໍາລົງ​ຕໍາ​ແໜ່​ງຮອງ​ປະ
ທານ​ພັກ​ຕັ້ງ​ແຕ່​ປີ 2006 ​ເປັນ​ຕົ້ນ​ມາ.

ມີ​ການ​ມອງ​ເບິ່ງ​ກັນ​ວ່າ ທ່ານ Sang ​ເປັນ​ຄູ່ແຂ່ງ​ທາງ​ການ​ເມືອງ​ຂອງ​ນາຍົກລັດຖະມົນຕີ
ຫງຽນຕັນ​ຢຸງ ຊຶ່ງ​ຄາດ​ກັນ​ວ່າ​ຈະ​ຖືກ​ເລືອກ​ຕັ້ງໃຫ້ດໍາລົງ​ຕໍາ​ແໜ່​ງນາຍົກລັດຖະມົນຕີ​ຕື່ມ​
ອີກ​ສະ​ໄໝ​ນຶ່ງ ໃນ​ທ້າຍ​ສັບປະດາ​ນີ້. ທ່ານ Sang ຈະ​ໄດ້​ຂຶ້ນ​ດໍາລົງ​ຕໍາ​ແໜ່​ງຊຶ່ງ​ສ່ວນ​ໃຫຍ່​
ເປັນ​ຕໍາ​ແໜ່​ງແຕ່ໃນພິທີ​ການຫລື​ໃນ​ນາມ ແທນ​ທ່ານ​ຫງຽນມິນ​ຈຽດ ທີ່​ດໍາລົງ​ຕໍາ​ແໜ່​ງ ປະ
ທານ​ປະ​ເທດ​ມາ​ພຽງ​ສະ​ໄໝ​ດຽວ​ເທົ່າ​ນັ້ນ.

ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຶ່ງ​ມີ​ສະມາຊິກ 500 ຄົນ​ໄດ້​ພົບ​ປະກັນ​ມາ​ຕັ້ງ​ແຕ່​ວັນ​ພະຫັດ
ແລ້ວ​ນີ້​ໃນ​ກອງ​ປະຊຸມ​ນັດທໍາ​ອິດ​ ນັບ​ແຕ່​ໄດ້​ຖືກ​ເລືອກ​ຕັ້ງ​ ໃນ​ການ​ເລືອກ​ຕັ້ງ​ທີ່​ມີ​ພັກ​ການ
ເມືອງ​ດຽວ​ໃນ​ເດືອນ​ພຶດສະພາ​ແລ້ວ​ນີ້.

ໃນ​ວັນ​ເສົາ​ຜ່ານ​ມາ​ນີ້ ພວກ​ສະມາຊິກ​ສະພາ​ນິຕິບັນຍັດ​ໄດ້​ຄັດ​ເລືອກ​ເອົາ​ຮອງ​ນາຍົກລັດຖະ
ມົນຕີ Nguyen Sinh Hung ​ໃຫ້​ເປັນ​ປະທານ​ສະພາ​ແຫ່ງ​ຊາດ.

ຄາດ​ກັນ​ວ່າ​ພວກ​ຜູ້​ແທນ​ຈະ​ໂອ້​ລົມ​ສົນທະນາ​ເລື້ອງ​ການຈັດ​ຕັ້ງ​ຄະນະກໍາມະການ​ໜຶ່ງ​ຂຶ້ນ ​
ເພື່ອ​ຮ່າງຂໍ້​ດັດ​ແປງ​ແກ້​ໄຂ​ຕ່າງໆ​ຕໍ່​ລັດຖະທໍາມະນູນ​ສະບັບ​ປີ 1992 ກ່ອນຈະ​ອັດ​ກອງ​ປະ
ຊຸມ​ລົງ​ໃນ​ວັນທີ 6 ​ເດືອນ​ ສິງຫາ​ໜ້າ​ນີ້.

XS
SM
MD
LG