ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຫວຽດນາມ ຕຽມເຂົ້າຮ່ວມ ປະຊາຄົມ ເສດຖະກິດ ອາຊຽນ


ບັນດາພະນັກງານຫວຽດນາມ ພາກັນຕົກແຕ່ງຮ້ານກາເຟ Starbuck ທີ່ຈະເປີດໃໝ່ ຢູ່ພາກໃຕ້ ທີ່ນະຄອນໂຮຈີມີນ.
ບັນດາພະນັກງານຫວຽດນາມ ພາກັນຕົກແຕ່ງຮ້ານກາເຟ Starbuck ທີ່ຈະເປີດໃໝ່ ຢູ່ພາກໃຕ້ ທີ່ນະຄອນໂຮຈີມີນ.

ເມື່ອ​ປີແລ້ວ​ນີ້ ນັກສຶກສາ​ວິທະຍາ​ໄລຄົນ​ນຶ່ງ ຊື່ວ່າ ທ້າວ Nam
Anh ​ໄດ້​ມີ​ໂອກາດໄປຢ້ຽມ​ຢາມ​ປະ​ເທດ​ໄທ ແລະ​ຢູ່ບໍລິເວນ
​ຊາຍ​ແດນທີ່ຕິດ​ກັບປະ​ເທດ​ລາວນັ້ນ ທ້າວ Anh ​ແມ່ນມີຄວາມ
ປະທັບໃຈ ​ທີ່​ໄດ້​ເຫັນ​ທິວ​ທັດ ທີ່ເຮັດໃຫ້​ລາວ​ຄິດ​ຮອດ​ບ້ານເກີດ
ທີ່ຫວຽດນາມ. ບັນດາ​ແມ່​ນໍ້າ ​ເຮືອນ​ຊານ​ບ້ານ​ຊ່ອງ​ປຸກມີ​ເສົາ​ສູງ
​ແລະ​ວັດ​ຖຸ​ສິ່ງ​ຂອງ​ໃນບັນດາ​ໝູ່​ບ້ານຄວນຕັ້ງຢູ່​ໃ​ນ​ຂົງ​ເຂດ​ສາມ
ຫຼ່ຽມ ປາກແມ່​ນຳ້ຂອງ.

ທ້າວ Anh ເວົ້າວ່າ ບັນດາ​ປະ​ເທດ​ເຫລົ່າ​ນີ້ ແມ່ນຄ້າຍ​ຄືກັນ
ຫຼາຍ​ໄປ​ກວ່າ​ທີ່ຜູ້​ຄົນ​ຄິດ ​ແຕ່​ລາວຫວັງ​ວ່າ ​ຈະ​ກາຍ​ມາ​ເປັນ
ປະຊາ​ຊົມເສດຖະກິດ​ອາ​ຊຽນຫລາຍ​ຂື້ນ ຊຶ່ງໝາຍເຖິງ​ການ​
ນຳພາປະ​ເທດ​ສະມາຊິກ ຂອງ​ສະມາຄົມ​ບັນດາ​ປະ​ເທດ​ຊາດໃນ​ເຊ​ດ​ເອ​ເຊຍ​ອາຄະ​ເນ ຫຍັບເຂົ້າ​ໃກ້​ຫາ​ກັນຫຼາຍຂຶ້ນ.

ທ້າວ Anh ກຳລັງ​ຕຽມການຕ້ອນຮັບປະຊາ​ຄົມ​ເສດຖະກິດ​ອາ​ຊຽນ ​ໂດຍ​ການ​ຮຽນ​ພາສາ​
​ແລະ​ວັດ​ທະ​ນາ​ທຳໄທ ​ເພື່ອ​ວ່າ​ລາວ​ຈະ​ສາມາດເຮັດ​ວຽກ​ກັບບໍລິສັດ​ໄທ.

ທ້າວ Anh ​ໄດ້​ກ່າວວ່າ “​ເປັນ​ທີ່​ສຳຄັນ​ຫລາຍ​ ​ເພາະວ່າ​ພວກ​ເຮົາ​ຢູ່​ໃນ​ປະຊາ​ຄົມ​ດຽວກັນ
ພວກເຮົາ​ເປັນ​ຊາວເອ​ເຊຍດ້ວຍກັນ ພວກ​ເຮົາ​ມີ​ເອກ​ກະ​ລັກແບບດຽວ. ທຸກ​ຄົນ​ຢູ່​ໃນ
ປະເທດ​ຂອງ​ພວກເຮົາ ​ຄວນຮຽນ​ຮູ້​ກ່ຽວກັບ​ປະ​ເທດ​ເພື່ອນ​ບ້ານ ​ເພາະວ່າ ​ມັນ​ຈະ​ເຮັດ​ໃຫ້
ພ​ວກ​ເຮົາ​ຮັກຫ​ອມປະຊາ​ຄົມ​ຂອງ​ພວກ​ເຮົາ​ຫຼາຍ​ຂື້ນນັບມື້.”

ບັນດາ​ຜູ້​ສະໜັບສະໜູນປະຊາ​ຄົມ​ເສດຖະກິດ​ອາ​ຊຽນ ຫວັງວ່າ ​ປະຊາຊົນຢູ່​ທົ່ວຂົງ​ເຂດ
ໃນຈຳນວນເພີ້ມຂຶ້ນຈະ​ພາກັນ​ຄິດຄື​ກັນ​ກັບທ້າວ Anh ​ແລະ​ຮັບເອົາໂຄງການ​ທີ່ມີລັກສະ
ນະແບບດຽວກັນ ກັບສະຫະພາບ​ຢູ​ໂຣບນີ້. ​ແນ​ວຄິດ​ກໍ​ຄື​ເຮັດໃຫ້ ເຂດເອ​ເຊຍ​ອາຄະ​ເນ​ມີຄວາມເຂັ້ມແຂງຂຶ້ນ ເມື່ອເວົ້າເຖິງຈຳນວນ. ຫວຽດນາມພຽງແຕ່ປະເທດດຽວ ອາດ​ຈະ
ບໍ່​ສາມາດ​ແຂ່ງຂັນກັບປະເທດ​ຂະ​ໜາດ​ໃຫຍ່​ຄື​ກັນ​ກັບ​ຈີນ ​ແລະ​ບຣາຊິນ. ​ແຕ່ດ້ວຍ 10
ປະ​ເທດຮວມເຂົ້າ​ກັນ ອຳນວຍໃຫ້ອາຊ່ຽນ​ສາມາດ​ເຄື່ອນ​ຄ້າຍຜະລິດຕະພັນ ຕົ້ນ​ທຶນ​
ແລະ​ແຮງ​ງານ ຊຶ່ງຈະເຮັດໃຫ້ອາ​ຊຽນກາຍເປັນເສດຖະກິດ​ທີ່ໃຫຍ່ອັນ​ດັບ​ຫ້າ​ຂອງ​ໂລກ
ໃນ​ປີ 2020 ​ອີງ​ຕາມ​ກຸ່ມ​ປຶ​ກສາຈາກນະຄອນ Boston ຊື່​ງ​ປັດ​ຈຸ​ບັນ​ນີ້ ​ຢູ່່​ອັນ​ດັບ​ທີ​ເຈັດ.

XS
SM
MD
LG