ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ພັກຄອມມິວນີສຫວຽດນາມ ຕິຕຽນຕົນເອງ ແລະຂໍຂະມາໂທດ ຕໍ່ປະເທດຊາດ


ນາຍົກລັດຖະມົນຕີຫວຽດນາມ ທ່ານ Nguyen Tan Dung
ນາຍົກລັດຖະມົນຕີຫວຽດນາມ ທ່ານ Nguyen Tan Dung
ພັກຄອມມິວນີສ ຫວຽດນາມ ໄດ້ອອກຄໍາຖະແຫລງ ຕໍາໜິຕິ
ຕຽນການປະຕິບັດງານຂອງຕົນ ທີ່ບໍ່ສູ້ມີ ແລະກ່າວຂໍຂະມາ
ໂທດຕໍ່ປະເທດຊາດ ສໍາລັບການບໍລິຫານຄຸ້ມຄອງເສດຖະກິດ
ທີ່ຝືດເຄືອງຂອງຊາດ ຢ່າງຜິດພາດນັ້ນ.

ເລຂາທິການໃຫຍ່ຂອງພັກ ທ່ານ ຫງວຽນ ຟູ ຈອງ ກ່າວວ່າ
ພັກຍອມຮັບວ່າ “ຕົນໄດ້ກະທໍາຄວາມຜິດພາດທີ່ໃຫຍ່ຫລວງ
ຈໍານວນນຶ່ງ”
ໂດຍສະເພາະການບໍ່ໄດ້ ຂັດຂວາງ ການສໍ້ລາດ
ບັງຫຼວງແລະຄວາມເຊື່ອມໂຊມ ໃນສະມາຊິກບາງຄົນນັ້ນ.

ຄວາມເຫັນຂອງທ່ານ ຈອງ ທີ່ປາກົດອອກທາງສື່ຂອງລັດ
ໃນວັນຈັນວານນີ້ ແມ່ນມີຂຶ້ນຫຼັງຈາກກອງປະຊຸມທີ່ສໍາຄັນ 2 ອາທິດຂອງຄະນະກໍາມະການສູນກາງພັກ ທີ່ມີສະມາຊິກ
175 ຄົນນັ້ນ ຊຶ່ງພວກສັງເກດການບາງຄົນໄດ້ຄາດຄະເນວ່າ ນາຍົກລັດຖະມົນຕີ ຫງວຽນ
ຕັນ ຢຸງ ທີ່ພົວພັນກັບຂ່າວນອງນັນຫລາຍຢ່າງນັ້ນ ຈະຖືກປົດອອກຈາກຕໍາເເໜ່ງ ໃນກອງ
ປະຊຸມດັ່ງກ່າວ.

ແຕ່ທ່ານ ຈອງ ກ່າວວ່າ ພັກຈະຮັກສາໄວ້ ທັງຄະນະກົມການເມືອງສູນກາງພັກຊຸດເກົ່າ
ທີ່ມີສະມາຊິກ 14 ທ່ານນັ້ນ ແລະສະມາຊິກນຶ່ງຄົນ ທີ່ສົມຄວນໄດ້ຮັບການລົງໂທດນັ້ນ
ຊຶ່ງເປັນທີ່ແຈ້ງຂາວວ່າ ໝາຍເຖິງ ທ່ານ ຫງວຽນ ຕັນ ຢຸງ ນັ້ນ.
XS
SM
MD
LG