ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫວຽດນາມຍັງຕັດສິນໃຈບໍ່ໄດ້ ວ່າຈະເອົາທ່າທີແບບໃດ ຕໍ່ການປະທ້ວງ


ພວກປະທ້ວງຮ້ອງຄຳຂວັນຕໍ່ຕ້ານຈີນ ໃນລະຫວ່າງການໂຮມຊຸມນຸມ ຢູ່ນອກສຳນັກງານໜັງສືພິມ Hanoi Moi ຂອງພັກຄອມມູນິສເຂດທ້ອງຖິ່ນ ທີ່ນະຄອນຫຼວງຮ່າໂນ່ຍ (14 ສິງຫາ 2011)
ພວກປະທ້ວງຮ້ອງຄຳຂວັນຕໍ່ຕ້ານຈີນ ໃນລະຫວ່າງການໂຮມຊຸມນຸມ ຢູ່ນອກສຳນັກງານໜັງສືພິມ Hanoi Moi ຂອງພັກຄອມມູນິສເຂດທ້ອງຖິ່ນ ທີ່ນະຄອນຫຼວງຮ່າໂນ່ຍ (14 ສິງຫາ 2011)

ພວກນັກສັງເກດການດ້ານສິດທິມະນຸດໄດ້ພາກັນສົນລະວົນເປັນວຸ້ນໆ ຢູ່ຫວຽດນາມໃນໄລຍະ ສອງສາມສັບປະດາຜ່ານມານີ້ ຍ້ອນການດຳເນີນຄະດີພວກບໍ່ເຫັນພ້ອມກັບ​ລັດຖະບານທາງ ດ້ານການເມືອງ 2 ຄົນການໂຮມຊຸມນຸມປະທ້ວງຂະໜາດໃຫຍ່ກ່ຽວກັບກຳມະສິດທີ່ດິນແລະ ການຈັບກຸມພວກຕຳໜິຕິຕຽນລັດຖະບານ ​ໃນ​ເລື້ອງອື່ນໆ. ພວກນັກວິເຄາະບາງຄົນ ເວົ້າວ່າ ລັດຖະບານພວມທຳການປາບປາມຮອບໃໝ່ ແຕ່ຕາມ​ທີ່ນັກ​ຂ່າວ​ວີ​ໂອ​ເອ ນາງ Marianne Brown ລາຍງານມາຈາກຮ່າໂນ່ຍກໍແມ່ນວ່າ ມີການປະທ້ວງນຶ່ງອີກທີ່ຍັງດຳເນີນຢູ່ຕໍ່ມາແລະ ມີລັກສະນະຕ້ານຢັນທ່າອຽງ ນັ້ນກໍຄືການປະທ້ວງຕໍ່ຕ້ານຈີນກ່ຽວກັບການອ້າງກຳມະສິດເອົາ ເຂດນໍ້າແດນດິນ ໃນທະເລຈີນໃຕ້.

ໃນວັນອາທິດຜ່ານມານີ້ ໄດ້ມີການປະທ້ວງຕໍ່ຕ້ານຈີນອີກ​ເທື່ອ​ນຶ່ງທີ່ນະຄອນຫຼວງຮ່າໂນ່ຍຊຶ່ງ
ເປັນເທື່ອທີ 10. ການໂຮມຊຸມນຸມປະທ້ວງຕໍ່ຕ້ານຈີນໄດ້ເລີ່ມຂຶ້ນໃນຕົ້ນເດືອນມິຖຸນາຜ່ານມາ ຫຼັງຈາກຫວຽດນາມໄດ້ຈົ່ມທຸກວ່າກຳປັ່ນລາດຕະເວນຂອງຈີນໄດ້ຕັດສາຍເຄເບີ້ລຂອງກຳປັ່ນ
ສຳຫຼວດນໍ້າມັນລຳນຶ່ງຢູ່ນອກແຄມຝັ່ງທະເລຂອງຫວຽດນາມ.

ທັງຫວຽດນາມແລະຈີນຕ່າງກໍອ້າງເອົາກຳມະສິດໃນໝູ່ເກາະຈຳນວນນຶ່ງ ທີ່ເຊື່ອກັນວ່າ ອຸດົມ
ສົມບູນໄປດ້ວຍນໍ້າມັນແລະແກັສທຳມະຊາດສຳຮອງ ໃນ​ເຂດ​ທະ​ເລ​ຈີນ​ໃຕ້ນັ້ນ.

ມັນເປັນເລື່ອງທີ່ສະເທືອນອາລົມເລື່ອງນຶ່ງ ສຳຫຼັບຊາວຫວຽດນາມຈຳນວນຫຼວງຫຼາຍແລະໄດ້
ກໍ່ໃຫ້ເກີດມີຄວາມຮັກຊາດຢ່າງແຮງກ້າ ໃນໝູ່ປະຊາຊົນທີ່ໄປຮ່ວມການໂຮມຊຸມນຸມ. ນາຍ
Ha ນັກຂຽນໂປຣ​ແກຣມຄອມພິວເຕີ້ ທີ່ໄປຮ່ວມໃນການປະທ້ວງເອີ້ນການກະທຳຂອງຈີນວ່າ
ເປັນການຮຸກຮານຕໍ່ໝູ່ເກາະ Spratly ແລະໝູ່ເກາະ Paracel.

ນາຍ Ha ເວົ້າວ່າ "ການຊ້ອມລົບທາງທະຫານຂອງຈີນ ໃນບໍລິເວນໃກ້ໆຊາຍແດນ
ຈີນ-ຫວຽດນາມເມື່ອໄວໆມານີ້ ແມ່ນເປັນໄພຂົ່ມຂູ່ຕໍ່ເຂດນໍ້າແດນດິນ ຂອງຫວຽດ
ນາມ. ລາວກ່າວວ່າ ລາວມາທີ່ນີ້ກໍເພື່ອສົ່ງຄຳເຕືອນໄປຍັງຈີນວ່າປະຊາຊົນຫວຽດ
ນາມບໍ່ມີຄວາມຢ້ານກົວໃດໆ ແລະກໍຈະທຳການຕໍ່ສູ້ ຈົນລົມຫາຍໃຈບາດສຸດທ້າຍ
ເພື່ອປົກປ້ອງມາຕຸພູມຂອງພວກເຂົາເຈົ້າ."

ຕຳຫຼວດຫວຽດນາມຈັບພວກປະທ້ວງ ຕໍ່ຕ້ານຈີນ (17 ສິງຫາ 2011)
ຕຳຫຼວດຫວຽດນາມຈັບພວກປະທ້ວງ ຕໍ່ຕ້ານຈີນ (17 ສິງຫາ 2011)

ເມື່ອຫຼາຍອາທິດກ່ອນ​ນີ້ ຫວຽດ
ນາມໄດ້ທັບມ້າງການໂຮມຊຸມນຸມ
ປະທ້ວງໃນທຳນອງນີ້ ຫຼັງຈາກ
ໄດ້ທຳການເຈລະຈາກັບຈີນກ່ຽວ
ກັບບັນຫາດັ່ງກ່າວ ແຕ່ວ່າຫຼັງ
ຈາກທີ່ມີຄົນ​ນໍາ​ເອົາຮູບວີດີໂອ
ການຈັບກຸມພວກປະທ້ວງຂອງ
ຕຳຫຼວດອອກເຜີຍແຜ່ທາງອິນ
ເຕີແນັດແລ້ວ ການຈັບກຸມກໍໄດ້
ຢຸດເຊົາລົງ.

ພວກທີ່ໄປຮ່ວມການໂຮມຊຸມ
ນຸມປະທ້ວງມັກຈະມີຮວມທັງ
ບັນດາປັນຍາຊົນທີ່ມີຊື່ສຽງ
ໂດ່ງດັງ ແລະພວກນັກຂຽນ
ຂ່າວລົງອິນເຕີແນັດ ຊຶ່ງຫຼາຍໆຄົນໃນຈຳນວນນີ້ ຕ່າງກໍມີຊື່ສຽງໃນການຕໍ່ສູ້ກ່ຽວກັບບັນ ຫາຕ່າງໆໃນທົ່ວປະເທດຫວຽດນາມ ເຊັ່ນການໃຫ້ຄວາມສະໜັບສະໜຸນຕໍ່ການຖືກຳມະ
ສິດທີ່ດິນຂອງພວກກາໂຕລິກ ຫຼືການຕໍ່ຕ້ານການຂຸດແຮ່ບອັກໄຊຂອງຈີນຢູ່ໃນພາກກາງ
ຫວຽດນາມ.

ນັກເສດຖະສາດ Nguyen Quang A ແມ່ນໄດ້ໄປຮ່ວມໃນການປະທ້ວງທີ່ມີຂຶ້ນເກືອບທັງ
ໝົດ. ທ່ານເວົ້າວ່າ ມັນໄດ້ສ້າງຄວາມປຸ້ມລຸ້ມສາມັກຄີໃຫ້ແກ່ຊາວຫວຽດນາມຈຳນວນຫຼວງ
ຫຼາຍ ທີ່ມາຈາກຕ່າງຊົນຊັ້ນຂອງສັງຄົມຫວຽດນາມນັ້ນ.

ທ່ານ Quang A ເວົ້າວ່າ "ທ່ານເຫັນແລ້ວຕິເນາະໃນທົ່ວປະເທດຫວຽດນາມໄດ້ມີ
ການປະທ້ວງເປັນຈຳນວນຫຼວງຫຼາຍ ຕໍ່ຕ້ານບັນຫາທີ່ດິນແລະອື່ນໆ ຊຶ່ງນັ້ນອາດ
ເປັນບັນຫາດ້ານເສດຖະກິດ. ແຕ່ຢູ່ທີ່ນີ້ມັນແຕກຕ່າງໄປໜ້ອຍນຶ່ງ ມັນເປັນເລື່ອງ
ອະທິປະໄຕ."

ທ່ານ Quang A ແມ່ນຮວມຢູ່ໃນບັນດາປັນຍາຊົນ ແລະພວກນັກຂຽນຂ່າວລົງອິນເຕີແນັດ
20 ຄົນທີ່ໄດ້ສົ່ງໜັງສືຮ້ອງຮຽນໄປຍັງກະຊວງການຕ່າງປະເທດ​ແລະຂໍຮ້ອງໃຫ້ທຳການເປີດ
ເຜີຍກ່ຽວກັບການເຈລະຈາລະຫວ່າງຫວຽດນາມກັບຈີນ.

ທ່ານ Quang A ເວົ້າວ່າ "ພວກເຮົາບໍ່ໄດ້ຮັບຂໍ້ມູນພຽງພໍ. ລັດຖະບານຫວຽດນາມ
ມີວິທີການຂອງຕົນເອງໃນການຮັບມືກັບບັນຫາ ໃນການປະເຊີນກັບສະພາບການ
ໂຕຈິງ. ຖ້າລັດຖະບານຫາກໃຫ້ຂໍ້ມູນເພີ່ມຕື່ມ ແກ່ພວກເຮົາແລ້ວ ຂ້າພະເຈົ້າຄິດ
ວ່າມັນຈະເປັນການດີຫຼາຍ ພວກເຮົານັບຖືໃນການປະຕິບັດງານຂອງລັດຖະບານ
ຫວຽດນາມ ແຕ່ພວກເຮົາໃນຖານະທີ່ເປັນປະຊາຊົນກໍຢາກຈະສະແດງຄວາມຄິດ
ຄວາມເຫັນຂອງພວກເຮົາຄືກັນ."

ສາດສະດາຈານ Carl Thayer ຈາກມະຫາວິທະຍາໄລ New South Wales ຂອງ
ອອສເຕຣເລຍກ່າວວ່າ ເຫດຜົນນຶ່ງທີ່ພາໃຫ້ມີການປະທ້ວງຕໍ່ຕ້ານຈີນດຳເນີນຢູ່ຕໍ່ມາໄດ້
ກໍຍ້ອນວ່າມັນຮັບໃຊ້ເປົ້າໝາຍຂອງລັດຖະບານ.

ທ່ານ Thayer ເວົ້າວ່າ "ຕາບໃດທີ່ການປະທ້ວງຍັງສະໜັບສະໜຸນອຳນາດການປົກ
ຄອງຢູ່ ມັນກໍເປັນສິ່ງທີ່ດີແຕ່ເມື່ອໃດການປະທ້ວງເຫຼົ່ານີ້ ກາຍເປັນການຕຳໜິຕິຕຽນ ກ່ຽວກັບການຮັບມືຕໍ່ບັນຫາຂອງອຳນາດການປົກຄອງແລ້ວ ບາດນັ້ນພວກເຮົາກໍຈະ
ເຫັນປະຕິກິລິຍາ .. ແນ່ນອນຄວາມຮູ້ສຶກຂອງລັດຖະບານກໍຄື ຈີນພວກເຮົາມີບັນ
ຫາເຫຼົ່ານີ້ກັບທ່ານ."

ສາດສະດາຈານ Thayer ກ່າວວ່າລັດຖະບານຫວຽດນາມຍັງກໍາລັງຕັດສິນໃຈຢູ່ວ່າຈະແກ້ໄຂ
ບັນຫານີ້ກັບຈີນ​ແບບ​ໃດ. ທ່ານເວົ້າວ່າ ການບໍ່ມີນະໂຍບາຍທີ່ຈະແຈ້ງ ກ່ຽວກັບການປະທ້ວງ
ສະແດງໃຫ້ເຫັນວ່າລັດຖະບານຫວຽດນາມແມ່ນມີຄວາມເຫັນບໍ່ລົງຮອຍກັນກ່ຽວກັບເລື່ອງນີ້.

ທ່ານ Thayer ເວົ້າວ່າ "ເມື່ອນຶ່ງເດືອນກວ່າໆຜ່ານມາແລ້ວ ແຫຼ່ງຂ່າວຫວຽດນາມ
ຂອງ​ທ່ານແຫຼ່ງນຶ່ງ ທີ່ເປັນນັກຂ່າວ ໄດ້ເວົ້າສູ່​ຟັງກ່ຽວ​ກັບ​ວ່າ​ ມີ​ການແບ່ງແຍກກັນ
ແບບໃດຢູ່ໃນຄະນະນຳພາ. ລາວໂຕ້ແຍ້ງວ່າ ໜັງສືພິມຂອງ​ພັກແລະວາລະສານ
ທິດສະດີຂອງພັກ ບໍ່ໄດ້​ໃຫ້​ຫລັກຊີ້ນຳຢ່າງແນ່ນອນກ່ຽວ​ກັບ​ເລື້ອງ​ນີ້ ແລະນັ້ນກໍຄື
ຫລັກ​ຖານ​ທີ່​ສະ​ແດງໃຫ້ເຫັນວ່າ ພັກໄດ້ມີການແບ່ງແຍກກັນກ່ຽວກັບວ່າ ຄວນ​ຈະ
ຈັດການ​ແນວ​ໃດ​ກັບ​ບັນຫາ​ນີ້."

ໃນວັນທີ 7 ສິງຫາຜ່ານມາ ໄດ້ມີການປະທ້ວງກ່ຽວ​ກັບ​ເລື້ອງ​ນຶ່ງ​ອີກ ຢູ່ເມືອງວິນ ທີ່ມີວັດ
ສາສະໜາກາໂຕລິກຢູ່ທັງ​ໝົດ 750 ວັດ.

ລາຍງານຂ່າວ ຂອງສື່ມວນຊົນແຈ້ງວ່າມີປະມານ 3,000 ຄົນ|ໄດ້ໄປ​ເຕົ້າໂຮມກັນ ຢູ່ທີ່ວັດ
ກາໂຕລິກ​ແຫ່ງ​ນຶ່ງ ທີ່ເມືອງວິນເພື່ອໂຮມຊຸມນຸມປະທ້ວງ ຕໍ່ຕ້ານລັດຖະບານ ກ່ຽວກັບການ
ປະຕິບັດຕໍ່ຊາວກາໂຕລິກນັ້ນ.

ຂະນະທີ່ບາງຄົນເວົ້າວ່າ ຕົ້ນຕໍແລ້ວ ບັນຫາຂັດແຍ້ງແມ່ນກ່ຽວກັບທີ່ດິນຂອງວັດທີ່ລັດຖະ
ບານຕ້ອງການແຕ່ທ່ານ Le Quoc Quan ທະນາຍຄວາມ ຂອງພວກກາໂຕລິກກ່າວວ່າ
ປະຊາຊົນໃນເຂດທ້ອງຖິ່ນ​ແມ່ນພາກັນເອົາທ່າທີຕ້ານຢັນ ຕໍ່ບັນຫາ​ທີ່ໃຫຍ່​ກວ່າ ກໍ​ຄືການ
ກົດຂີ່ສາສະໜານັ້ນ.

ທ່ານ Quan ເວົ້າວ່າ "ລັດຖະບານໄດ້ພະຍາຍາມຈຳກັດຮັດແຄບສິດທິຂອງພວກທີ່
ນັບຖືສາສະໜາກາໂຕລິກ. ລັດຖະບານພະຍາຍາມ ທີ່ຈະຮ້ອງຂໍໃຫ້ປະຊາຊົນໄປ
ຈົດທະບຽນສາສະໜາຂອງພວກເຂົາເຈົ້າ ແລະສຳລັບພວກນັກສຶກສາກາໂຕລິກ
ແລ້ວ ເຂົາເຈົ້າບໍ່ສາມາດໄປຮຽນຕໍ່ທີ່ມະຫາວິທະຍາໄລທະຫານ ຫຼືມະຫາວິທະຍາ
ໄລຄວາມໝັ້ນຄົງ. ມັນເປັນສິ່ງທີ່ຍຸ່ງຍາກຫຼາຍສຳລັບເຂົາເຈົ້າ ທີ່​ຈະຍື່ນໃບສະມັກ
ເຂົ້າເຮັດການແລະພວກເຂົາເຈົ້າຈະບໍ່ໄດ້ຂຶ້ນຊັ້ນ. ພວກເຂົາເຈົ້າຍັງຖືກຖືວ່າເປັນ ພົນລະເມືອງຊັ້ນສອງຂອງປະເທດຢູ່."

ເຈົ້າໜ້າທີ່ສະຫະລັດ ສະຫະພາບຢູໂຣບແລະບັນດາກຸ່ມປົກປ້ອງສິດທິມະນຸດນາໆຊາດຕ່າງ
ກໍໄດ້ປະນາມການຈັບກຸມພວກ​ປະ​ທ້ວງ ແລະເວົ້າວ່າ ມັນຂັດກັນກັບຄຳໝັ້ນສັນຍາຢ່າງເປັນ
ການເປີດເຜີຍຂອງຫວຽດນາມ ຕໍ່ການ​ຍົກ​ສູງຄຳປະກາດສາກົນວ່າດ້ວຍສິດທິມະນຸດນັ້ນ.

ທ່ານນາງ Nguyen Phuong Nga ໂຄສົກຂອງກະຊວງການຕ່າງປະເທດຫວຽດນາມໄດ້
ປະຕິເສດ ບໍ່ຍອມຮັບເອົາການຕຳໜິຕິຕຽນກ່ຽວກັບເລື່ອງນີ້ ໃນກອງປະຊຸມຖະແຫຼງຂ່າວບັ້ນ
ນຶ່ງຊຶ່ງທ່ານນາງຢືນຢັນວ່າບັນຫາກັບພວກກາໂຕລິກແມ່ນພົວພັນກັບເລື່ອງດິນບໍ່ແມ່ນເລື່ອງ
ສາສະໜາ.

ທ່ານນາງ Phuong Nga ເວົ້າວ່າ "ສິ່ງນຶ່ງທີ່ຂ້າພະເຈົ້າສາມາດເວົ້າໄດ້ກ່ຽວກັບສິດ
ທິມະນຸດຢູ່ຫວຽດນາມນັ້ນ ກໍ​ຄື​ວ່າ ມີການເຄົາລົບນັບຖື​ສິດທິ​ມະນຸດ ຢູ່ໃນປະເທດ
ຫວຽດນາມ ມັນໄດ້ຖືກຂຽນໄວ້ຢູ່ໃນລັດຖະທຳມະນູນແລະກໍໄດ້ມີການປະຕິບັດໃນ
ພາກໂຕຈິງ."

ໃນຂະນະທີ່ເຈົ້າໜ້າທີ່ຫວຽດນາມຍັງສືບຕໍ່ດຳເນີນການຢ່າງລະມັດລະວັງ ກ່ຽວກັບວ່າການ
ປະທ້ວງອັນໃດທີ່ພວກເຂົາເຈົ້າຈະສາມາດໃຫ້ການອະນຸໂລມຜ່ອນຜັນໃຫ້​ມີ​ຂຶ້ນ​ໄດ້ ແລະການ
ປະທ້ວງໃດທີ່ຕ້ອງຫ້າມນັ້ນ ພວກນັກສັງເກດການເຊັ່ນທ່ານ Carl Thayer ກໍເວົ້າວ່າ ການ
ອະນຸໂລມຜ່ອນຜັນກ່ຽວກັບການປະທ້ວງຕໍ່ຕ້ານຈີນນັ້ນ ເປັນເຄື່ອງບົ່ງບອກທີ່ສຳຄັນວ່າ
ການເຈລະຈາຂອງລັດຖະບານ ໄດ້ດຳເນີນການໄປແບບໃດ ກັບຈີນນັ້ນ.

ທ່ານ Thayer ເວົ້າວ່າ "ເລຂາທິການໃຫຍ່ຂອງພັກຄອມມູນິສຫວຽດນາມມີກຳນົດທີ່
ຈະເດີນທາງ ໄປຢ້ຽມຢາມປະເທດຈີນ ໃນທ້າຍປີນີ້ ແລະຂ້າພະເຈົ້າຄິດວ່າ ພວກ
ເຮົາ​ຈະ​ເຫັນທາງການຫວຽດນາມ ພະຍາຍາມຊອກຫາທາງ ເຮັດໃຫ້ການປະທ້ວງ
ມິດຫງຽບລົງໃນເວລາທີ່ມີກຳນົດການຢ້ຽມຢາມ ນັ້ນຄືກັນກັບການປ່ອຍນັກຄັດຄ້ານ ລັດຖະບານພຽງຄົນດຽວ ທີ່ພະຍາຍາມໃຫ້ໄດ້ຮັບບາງສິ່ງບາງຢ່າງຈາກລັດຖະບານ
ສະຫະລັດ."

ເຖິງ​ແມ່ນ​ວ່າພວກເຈົ້າໜ້າທີ່​ໄດ້ທຳການຈັບກຸມຄຸມຂັງເພີ່ມຕື່ມພວກຄັດຄ້ານລັດຖະບານທີ່ເຂົ້າ
ຮ່ວມການປະທ້ວງທີ່ຖືກຫ້າມຕ່າງໆນັ້ນ ພວກນັກສັງເກດການພາຍນອກເວົ້າວ່າ ລັດຖະບານ
ພວມປະເຊີນໜ້າກັບບັນຫາ​ຫຍຸ້ງຍາກ​ ກັບເລື້ອງການຄັດຄ້ານຂອງປະຊາຊົນ ຍ້ອນສະພາບ
ການທາງດ້ານເສດຖະກິດທີ່ຊຸດໂຊມລົງນັບ​ມື້. ຫວຽດນາມເປັນປະເທດນຶ່ງທີ່ມີອັດຕາເງິນເຟີ້
ສູງທີ່ສຸດໃນໂລກ ແລະມີການຂາດດຸນການຄ້າຫຼາຍກວ່າ 10% ທີ່ເຮັດໃຫ້ການເຕີບໂຕຂອງ
ປະເທດອ່ອນແອລົງ ແລະສິນຄ້າຕ່າງໆມີລາຄາແພງຂຶ້ນ.

XS
SM
MD
LG