ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ພວກລູກເຮືອຫວຽດນາມ ຖືກປ່ອຍໂຕ ຫລັງຈາກ ທາງບໍລິສັດ ເສຍຄ່າໄຖ່ ໃຫ້ໂຈນສະລັດ


ແຜນທີ່ຫວຽດນາມ.
ແຜນທີ່ຫວຽດນາມ.

















ພວກ​ລູກເຮືອ​ຫວຽດນາມ 24 ຄົນ ​ໄດ້​ກັບ​ຄືນ​ເມືອ​ຮອດ​ບ້ານ​ຢ່າງປອດໄພ​ແລ້ວ ຫລັງ​ຈາກ​ຖືກ​ຈັບ​ເປັນ​ນັກ​ໂທດ​ຂອງ​ພວກ​ໂຈນ​ທະ​ເລ​ໂຊ​ມາເລຍ​ ​ເປັນ​ເວລາ 8 ​ເດືອນ.

ບັນດາ​ເຈົ້າ​ໜ້າ​ທີ່​ແລະ​ພວກ​ນັກວິ​ເຄາະ​ເຫດການ​ກ່າວ​ວ່າ ກໍາ​ປັ່ນ​ບັນທຸກສິນຄ້າ MV Hoang Son Sun ພ້ອມ​ດ້ວຍ​ລູກ​ເຮືອ​ຖືກ​ປ່ອຍ​ໂຕ ໃນສັບປະດາ​ຜ່ານ​ມາ ຫລັງ​ຈາກລັດ​ວິ​ສາ​ຫະກິດ ຂົນ​ສົ່ງທາງ​ທະ​ເລ​ຂອງຫວຽດນາມ​ບໍລິສັດນຶ່ງຈ່າຍ​ຄ່າ​ໄຖ່​ໃຫ້​ພວກ​ໂຈນທະ​ເລ​ຫລາຍ​ກວ່າ 2 ລ້ານ​ໂດ​ລາ. ພວກ​ລູກ​ເຮືອເຫລົ່າ​ນີ້​ໄດ້​ຖືກ​ສົ່ງ​ກັບຄືນສູ່​ປະ​ເທດທາງ​ເຮືອບິນ​ ແລະ​ໄດ້​ໄປຮອດນະຄອນຫລວງຮາ​ໂນ​ຍເມື່ອ​ວັນ​ສຸກ​ຜ່ານ​ມາ​.

ແຫ​ລ່ງຂ່າວ​ຕ່າງໆ​ຈາກ​ພວກ​ບໍລິສັດ​ຂົນ​ສົ່ງ​ສິນຄ້າ​ທາງ​ເຮືອ​ກ່າວ​ວ່າພວກເຈົ້າ​ຂອງກໍາ​ປັ່ນຂົນ​ສົ່ງ​ລໍາ​ນີ້​ໄດ້​ຈ່າຍ​ຄ່າ​ໄຖ່​ເປັນ​ເງິນ​ຈໍານວນ​ຫລາຍລ້ານ​ໂດ​ລາ​ເພື່ອ​ຮັບປະກັນໃຫ້​ມີ​ການ​ປ່ອຍ​ກໍາ​ປັ່ນ​ຂົນ​ສົ່ງ​ສິນຄ້າ​ທີ່​ຕິດ​ທຸງ Mongolia ຊຶ່ງ​ໄດ້​ຖືກ​ໂຈນ​ທະ​ເລ​ຍຶດ​ເອົາ​ໃນ​ເດືອນ​ມັງກອນ​ຜ່ານ​ມາ. ​ໃນ​ວັນ​ຈັນ​ມື້​ນີ້ ອົງການ​ຂ່າວ​ຝຣັ່ງ AFP ອ້າງ​ຄໍາ​ເວົ້າ​ຂອງ​ຮອງຜູ້​ອໍານວຍການ​ທົ່ວ​ໄປ​ຂອງ​ບໍລິສັດ​ວ່າ ຄ່າ​ໄຖ່​ແມ່ນ 2 ລ້ານ 6 ​ແສນ​ໂດ​ລາ. ​ເຊື່ອກັນ​ວ່າກໍາ​ປັ່ນ​ລໍາ​ນີ້​ກໍາລັງມຸ້ງ​ນໜ້າ​ໄປ​ສູ່ທ່າ​ເຮືອ​ທີ່​ປະ​ເທດ​ໂອ​ມານ.

ພວກ​ໂຈນທະ​ເລ​ທີ່​ມີ​ຖານ​ປະຕິບັດ​ງານ​ຢູ່​ໃນ​ໂຊ​ມາ​ເລຍ ໄດ້​ຍຶດ​ເຮືອ​ມາ​ຫລາຍ​ສິບ​ລໍາ​ໃນ​ມະຫາ​ສະມຸດ​ອິນ​ເດຍ ​ໂດຍ​ຮຽກ​ເອົາ​ຄ່າ​ໄຖ່​ທີ່​ລາຍ​ງານ​ຂ່າວ​ເວົ້າວ່າ ມີ​ຈໍານວນ​ຫລາຍ​ເຖິງ 5 ລ້ານ​ໂດ​ລາກໍ​ມີ. ໂດຍ​ທົ່ວ​ໄປ​ແລ້ວ​ ພວກ​ເຈົ້າ​ຂອງ​ເຮືອບໍ່​ຢາກເວົ້າ​ເຖິງ​ເລື້ອງ​ລາຍ​ລະອຽດກ່ຽ​ວກັບ​ຄ່າ​ໄຖ່​ນີ້​ຫລາຍ​ປານ​ໃດ ​ເພາະ​ຢ້າ​ນວ່າ​ມັນຈະ​ສົ່ງ​ເສີມ​ໃຫ້ມີ​ການ​ຈີ້​ປຸ້ນ​ເຮືອ​ຫລາຍ​ຂຶ້ນ.

XS
SM
MD
LG