ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ນົກກາງແກສັນຕິພາບ ຂອງຫວຽດນາມ ຖືກຂ້າຕາຍ ເກືອບເຄິ່ງນຶ່ງແລ້ວ


ຊາວຫວຽດນາມຄົນນຶ່ງ ປ່ອຍນົກກາງແກ ທີ່ຮາໂນ່ຍ.
ຊາວຫວຽດນາມຄົນນຶ່ງ ປ່ອຍນົກກາງແກ ທີ່ຮາໂນ່ຍ.

ຜູ້ຊາຍຊາວຫວຽດນາມ ທີ່ໄດ້ຝຶກແອບນົກກາງແກຂາວ 1,000 ຕົວ ທີ່ນໍາໄປປ່ອຍໃນ
ນະຄອນຫລວງ Hanoi ໃນການສະຫຼອງຄົບຮອບ 1,000 ປີ ນັ້ນ ກ່າ​ວວ່າ ເກືອບວ່າ
ເຄິ່ງນຶ່ງຂອງພວກນົກກາງແກເຫຼົ່ານີ້ ​ໄດ້ຖືກຂ້າແລະຈໍານວນຫຼາຍນັ້ນ ຄົງໄດ້ຖືກຂ້າເປັນ​ອາຫານຂອງຊາວຫວຽດນາມໄປແລ້ວ.

ໃນການ​ໃຫ້ສໍາພາດຂ່າວຫວ່າງມໍ່ໆມານີ້ ນາຍ Pham Tai Thu ໄດ້ສະແດງເຖິງຄວາມ
ນ້ອຍໃຈແລະຜິດຫວັງໃນການສູນເສຍພວກນົກເຫຼົ່ານີ້ ທີ່ລາວ​ໄດ້ຫວັງ​ໄວ້ວ່າ ພວກ​ມັນ​ຈະ
ຂະຫຍາຍ​ພັນ​ອອກ​ໄປ ແລະເປັນສັນຍາລັກຂອງສັນຕິພາບ.

ລາວກ່າວວ່າ ພວກນົກກາງແກບາງຈໍານວນ​ໄດ້ຖືກໃສ່ຢາພິດ ຫຼືບໍ່ກໍຕາຍຍ້ອນໂຣຄາ​ພະຍາດ
ສ່ວນບາງຈໍານວນກໍ​ໄດ້ຖືກຈັບແລ້ວນໍາເອົາໄປຂາຍ​ໃຫ້ພວກຮ້ານອາຫານ. ນາຍ Thu ກ່າວ
ວ່າ ລາວໄດ້ບາກບັ່ນລ້ຽງດູແລະຝຶກແອບພວກນົກກາງ​ແກເຫຼົ່ານີ້ ເພື່ອໃຫ້ພວກມັນບີນກັບ
ຄືນໄປຢູ່ທີ່ສວນພຶກສາຊາດຂອງ​ຮາ​ໂນ່ຍ ຫຼັງຈາກທີ່ຖືກປ່ອຍໃນການສະຫຼອງວັນຄົບຮອບ
1000 ປີ ຂອງນະຄອນຫລວງ​ ໃນຕົ້ນເດືອນຕຸລາທີ່ຜ່ານມານີ້​ແລ້ວ. ລາວ​ໄດ້ຫວັງ​ໄວ້ວ່າ
ພວກນົກກາງແກເຫຼົ່ານີ້ຈະຢູ່ຮວມກັນ ​ແລະ​ສືບ​ພັນ ຂະ​ຫຍາ​ຍ​ໂຕເປັນຝູງໃຫຍ່ ​ແລະ​ເປັນ
ສັນຍາ​ລັກ​ຂອງການ​ໂຜ່​ໂຕອອກມາຈາກສົງຄາມ​ເປັນຫຼາຍທົດສະຫວັດ ຂອງ​ນະຄອນຫລວງ​
ຮາໂນຍນັ້ນ.

XS
SM
MD
LG