ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫວຽດ​ນາມ ແລະ​ຟີ​ລິບ​ປິນ ເຊັນ​ຂໍ້​ຕົກ​ລົງດ້ານ​ຄວາມ​ໝັ້ນ​ຄົງ ທະ​ເລ​ຈີນ​ໃຕ້


ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ​ປີນ ທ່ານ​ເຟີ​ດີ​ນານ ມາ​ໂກ​ສ ຈູ​ເນຍ, ຊ້າຍ, ແລະ​ປະ​ທານ​ປະ​ເທດ​ຫວຽດ​ນາມ ຫວໍ ວັນ ເທືອງ ຈັບ​ມື​ກັນ ກ່ອນ​ການ​ພົບ​ປະ​ທີ່​ຮາ​ໂນ່ຍ ວັນ​ທີ 30 ມັງ​ກອນ 2024.
ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ​ປີນ ທ່ານ​ເຟີ​ດີ​ນານ ມາ​ໂກ​ສ ຈູ​ເນຍ, ຊ້າຍ, ແລະ​ປະ​ທານ​ປະ​ເທດ​ຫວຽດ​ນາມ ຫວໍ ວັນ ເທືອງ ຈັບ​ມື​ກັນ ກ່ອນ​ການ​ພົບ​ປະ​ທີ່​ຮາ​ໂນ່ຍ ວັນ​ທີ 30 ມັງ​ກອນ 2024.

ຫວຽດ​ນາມ ແລະ​ຟີ​ລິບ​ປິນ ໄດ້​ຕົກ​ລົງ​ກັນ​ໃນ​ວັນ​ອັງ​ຄານ​ວານນີ້ ເພື່ອ​ເພີ້ມ​ທະ​ວີ​ການ​ຮ່ວມ​ມື ​ລະ​ຫວ່າງ​ໜ່ວຍ​ຍາມ​ຝັ່ງ ​ຂອງ​ປະ​ເທດ​ທັງ​ສອງ ໃນ​ການ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ເຫດຮ້າຍ​ຂຶ້ນ​ຢູ່​ໃນ​ທະ​ເລ​ຈີນ​ໃຕ້ ຊຶ່ງ​ເປັນ​ເຂດ​ນ່ານ​ນ້ຳ ​ທີ່​ອ້າງ​ເອົາ​ກຳ​ມະ​ສິດ​ເກືອບ​ທັງ​ໝົດ​ໂດຍ​ປັກ​ກິ່ງ.

ປະ​ເທດ​ທີ່​ຕັ້ງ​ຢູ່​ໃນ​ ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້​ທັງ​ສອງ ໄດ້​ໂຕ້​ແຍ້ງ​ຕໍ່​ການ​ອ້າງ​ເອົາ​ກຳ​ມະ​ສິດ ໃນ​ເຂດ​ນ່ານ​ນ້ຳແດນ​ດິນ ​ທີ່​ອຸ​ດົມ​ສົມ​ບູນ​ ໄປ​ດ້ວຍ​ຊັບ​ພະ​ຍາ​ກອນ​ທາງ​ຂອງ​ຈີນ ຊຶ່ງ​ເປັນ​ເສັ້ນ​ທາງ​ເດີນ​ເຮືອ​ທີ່​ສຳ​ຄັນ ແລະ​ແຕ່​ລະ​ປະ​ເທດ​ຕ່າງ​ກໍ​ໄດ້​ເກີດ​ການ​ປະ​ເຊີນ​ໜ້າ​ທີ່​ເຄັ່ງ​ຕຶງ​ກັບ​ຈີນ ໃນ​ເຂດ​ນ່ານ​ນ້ຳ​ຍຸດ​ທະ​ສາດ​ດັ່ງ​ກ່າວ.

ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ສອງ​ສະ​ບັບ​ກ່ຽວ​ກັບ​ການ​ຮ່ວມ​ມື​ທາງ​ທະ​ເລ​ໄດ້​ມີ​ການ​ປະ​ກາດ ໃນ​ລະ​ຫວ່າງ​ການ​ຢ້ຽມ​ຢາມ​ຮາ​ໂນ່ຍ ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ​ປີນ ທ່ານ​ເຟີ​ດີ​ນານ ມາ​ໂກ​ສ ຈູ​ເນຍ ແລະ​ມີ​ຈຸດ​ປະ​ສົງ “ແນ​ໃສ່​ເພື່ອ​ເສີມ​ຂະ​ຫຍາຍ​ຄວາມ​ເຂົ້າ​ໃຈ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຊຶ່ງ​ກັນ​ແລະ​ກັນ ແລະ​ຄວາມ​ເຊື່ອ​ໝັ້ນລະ​ຫວ່າງ​ທັງ​ສອງ​ປະ​ເທດ” ທຳ​ນຽບ​ຂອງ​ທ່ານ​ໄດ້​ປະ​ກາດ​ຢູ່​ໃນ​ຖະ​ແຫຼງ​ການ.

ຂໍ້​ຕົກ​ລົງ​ເຫຼົ່າ​ນີ້​ ແມ່ນກວມ​ເອົາ “ການ​ປ້ອງ​ກັນ​ເຫດ​ຮ້າຍ​ ຢູ່​ໃນ​ທະ​ເລ​ຈີນ​ໃຕ້” ແລະ “ການ​ຮ່ວມ​ມື​ທາງ​ທະ​ເລ” ລະ​ຫວ່າງ​ໜ່ວຍ​ຍາມ​ຝັ່ງ ອີງ​ຕາມ​ເຈົ້າ​ໜ້າ​ທີ່​ຫວຽດ​ນາມ ທີ່​ເຂົ້າ​ຮ່ວມໃນ​ພິ​ທີ​ຢູ່​ທີ່​ນຳ​ນຽບ​ປະ​ທານ​ປະ​ເທດ​ຂອງ​ຫວຽດ​ນາມ.

ທ່ານ​ມາ​ໂກ​ສ ແລະ​ປະ​ທານ​ປະ​ເທດ​ຫວຽດ​ນາມ ທ່ານ​ຫວໍ ວັນ ເທືອງ ຍັງ​ໄດ້​ຕົກ​ລົງ​ທີ່​ຈະ​ເສີມ​ຂະ​ຫຍາຍ​ກົນ​ໄກ​ທີ່​ມີ​ຢູ່​ແລ້ວ ໃນ​ການ​ຮ່ວມ​ມື​ທາງ​ທະ​ເລ ນັ້ນ​ກໍ​ຄື​ຄະ​ນະ​ກຳມາ​ທິ​ການ​ຮ່ວມ ​ກິດ​ຈະ​ກຳ​ທາງ​ທະ​ເລ​ ແລະ​ມະ​ຫາ​ສະ​ໝຸດ ໃນ​ລະ​ດັບ​ຮອງ​ລັດ​ຖະ​ມົນ​ຕີ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG