ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະພາແຫ່ງຊາດຫວຽດນາມ ເລືອກເອົາ ທ່ານຫວໍ ວັນ ເທືອງ ໃຫ້ເປັນປະທານປະເທດ ຄົນໃໝ່


ພາບນີ້ຖ່າຍແລະນຳອອກເຜີຍແຜ່ໂດຍ ອົງການຂ່າວຫວຽດນາມ (Vietnam News Agency) ໃນວັນ 2 ມີນາ 2023, ສະແດງໃຫ້ເຫັນ ປະທານປະເທດຄົນໃໝ່ຂອງຫວຽດນາມ ທ່ານ ຫວໍ ວັນ ເທືອງ, ກຳລັງສາບານໂຕ ໃນລະຫວ່າງກອງປະຊາມສະພາແຫ່ງຊາດ ໃນນະຄອນຫຼວງຮາໂນ່ຍ.
ພາບນີ້ຖ່າຍແລະນຳອອກເຜີຍແຜ່ໂດຍ ອົງການຂ່າວຫວຽດນາມ (Vietnam News Agency) ໃນວັນ 2 ມີນາ 2023, ສະແດງໃຫ້ເຫັນ ປະທານປະເທດຄົນໃໝ່ຂອງຫວຽດນາມ ທ່ານ ຫວໍ ວັນ ເທືອງ, ກຳລັງສາບານໂຕ ໃນລະຫວ່າງກອງປະຊາມສະພາແຫ່ງຊາດ ໃນນະຄອນຫຼວງຮາໂນ່ຍ.

ກອງປະຊຸມສະພາແຫ່ງຊາດ ຂອງຫວຽດນາມ ໃນວັນພະຫັດມື້ນີ້ ໄດ້ເລືອກເອົາ ທ່ານຫວໍ ວັນ ເທືອງ ໃຫ້ເປັນປະທານປະເທດຄົນໃໝ່ຂອງ​ຫວຽດ​ນາມ ໃນການ​ຊັບຊ້ອນຕຳແໜ່ງຜູ້ນຳຂັ້ນສູງຂອງປະເທດຄືນໃໝ່ ທ່າມກາງການປາບປາມການສໍ້ລາດບັງຫຼວງຢ່າງກວ້າງຂວາງ.

ໃນ​ກອງ​ປະ​ຊຸມ​ສະ​ໄໝ​ວິ​ສາ​ມັນ​ຂອງ​ສະ​ພາ​ແຫ່ງ​ຊາດ​ໃນ​ວັນ​ພະ​ຫັດ ມື້ນີ້ ບັນດາສະມາຊິກສະພາ ໄດ້ຮັບຮອງເອົາທ່ານເທືອງ ອາຍຸ 52 ປີ ຫຼັງຈາກທີ່ພັກຄອມມິວນິສ ໄດ້ສະເໜີແຕ່ງຕັ້ງທ່ານ ໃຫ້ເປັນປະທານປະເທດ ໃນວັນພຸດວານນີ້ ຊຶ່ງໂດຍສ່ວນໃຫຍ່ແລ້ວ ມີບົດບາດທາງພິທີ​ການ ແຕ່ເປັນນຶ່ງໃນສີ່ຕຳແໜ່ງດ້ານການເມືອງສູງສຸດ ໃນປະເທດເອ​ເຊຍຕາເວັນອອກສຽງໃຕ້ແຫ່ງນີ້.

ການເລືອກເອົາທ່ານເທືອງນັ້ນ ຫຼັງຈາກທີ່ມີການປົດຢ່າງກະທັນຫັນ ທ່ານຫງຽນ ຊວນ ຟຸກ ທີ່ດຳລົງຕຳແໜ່ງກ່ອນໜ້າທ່ານ ຜູ້ທີ່ຖືກພັກຕ້ອງຕິສຳລັບ “ການລະເມີດຕ່າງໆ ແລະການກະທຳຜິດ” ໂດຍພວກເຈົ້າໜ້າທີ່ພາຍໃຕ້ການຄວບຄຸມຂອງທ່ານ ໃນສິ່ງທີ່ຖືກມອງເຫັນວ່າ ເປັນການທະວີຂຶ້ນຂອງການປາບປາມການສໍ້ລາດບັງຫຼວງຂະໜາດໃຫຍ່ “ແບບເຜົາຜານໃຫ້ກ້ຽງໝົດ” ຂອງປະເທດ.

ໃນການກ່າວຄຳປາໄສຕໍ່ສະພາແຫ່ງຊາດຄັ້ງທຳອິດ ໃນຖານະເປັນປະທານປະ ເທດ ທ່ານເທືອງ ໄດ້ກ່າວວ່າ ທ່ານຈະ “ເດັດດ່ຽວ” ຕໍ່ສູ້ຢ່າງຕໍ່ເນື່ອງໃນການຕໍ່ຕ້ານການສໍ້ລາດບັງຫຼວງ.

“ຂ້າພະເຈົ້າຈະຈົງຮັກພັກດີຕໍ່ປະເທດຊາດຢ່າງເດັດຂາດ ຕໍ່ປະຊາຊົນ ແລະລັດ ຖະທຳມະນູນໂດຍສູ້ຊົນປະຕິບັດໜ້າທີ່ທີ່ພັກ ລັດ ແລະປະຊາຊົນໄດ້ມອບໝາຍໃຫ້ ຢ່າງຄົບຖ້ວນ” ນັ້ນແມ່ນຄຳເວົ້າຂອງທ່ານເທືອງ ທີ່ໄດ້ກ່າວໃນຖະແຫລງ ການ ທີ່ໄດ້ຖືກຖ່າຍທອດຜ່ານໂທລະພາບທາງການຂອງຫວຽດນາມ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG