ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໓໐ ມີນາ ໒໐໒໕

ລັດຖະສະພາຫວຽດນາມ ອະນຸມັດໂຄງການເສັ້ນທາງລົດໄຟ 8 ຕື້ໂດລາ ດ້ວຍເງິນກູ້ຈາກຈີນ


ຮູບພາຍນີ້ ຖ່ານເທື່ອວັນທີ 13 ກຸມພາ 2025, ສະແດງໃຫ້ເຫັນບັນດາຄົນງານ ຢູ່ບໍລິເວນທາງຂ້າມລົດໄຟ ໃນນະຄອນຫຼວງຮ່າໂນ່ຍ.
ຮູບພາຍນີ້ ຖ່ານເທື່ອວັນທີ 13 ກຸມພາ 2025, ສະແດງໃຫ້ເຫັນບັນດາຄົນງານ ຢູ່ບໍລິເວນທາງຂ້າມລົດໄຟ ໃນນະຄອນຫຼວງຮ່າໂນ່ຍ.

ໃນ​ວັນ​ພຸດ​ວານ​ນີ້, ສະພາ​ແຫ່ງ​ຊາດ​ຫວຽດນາມໄດ້​ໃຫ້ການ​ອະນຸມັດ​ຢ່າງ​ເປັນ​ເອກະ​ພາບ​ຕໍ່​ຮ່າງ​ກົດໝາຍ​ວ່າ​ດ້ວຍເສັ້ນ​ທາງ​ລົດ​ໄຟ ​ທີ່​ຈະເຮັດ​ໃຫ້​ປະ​ເທດສາມາດ​ນຳ​ໃຊ້​ເງິນ​ກູ້​ຈາກ ​ຈີນ ​ສໍາລັບ​ກໍ່ສ້າງ​ເສັ້ນທາງ​ເຊື່ອມ​ຕໍ່​ໃໝ່ໃນມູນຄ່າ 8 ພັນ 3 ຮ້ອຍລ້ານ​ໂດ​ລາ​ ໂດຍມີຈຸດປະສົງ​ເພື່ອ​ປັບປຸງ​ເສັ້ນທາງ​ຄົມມະນາຄົມ​ລະຫວ່າງ​ສອງ​ປະ​ເທດ ຕາມລາຍງານຂອງວີໂອເອພະແນກພາສາຫວຽດນາມ.

ລັດຖະສະພາ​ຂອງ​ປະ​ເທດ ​ໄດ້​ອະນຸມັດ​ໂຄງ​ການດັ່ງກ່າວແລ້ວ, ໂດຍ​ມີ​ສະ​ມາ​ຊິກ 455 ຄົນໃນຈໍານວນ 459 ຄົນ ລົງ​ຄະ​ແນນ​ສຽງເຫັນດີ​ນໍາ​ໂຄງ​ການດັ່ງກ່າວນີ້.

ສື່​ມວນ​ຊົນ​ທ້ອງ​ຖິ່ນ​ລາຍ​ງານ​ວ່າ ການອະນຸມັດ ແມ່ນ​ບາດກ້າວທີ່​ສຳຄັນ​ໃນ​ຄວາມ​ພະຍາຍາມ​ຫັນປ່ຽນພື້ນຖານ​ໂຄງ​ລ່າງ​ໃຫ້ທັນສະໄໝຂອງ​ຫວຽດນາມ, ​ໃນ​ຂະນະ​ທີ່​ປະ​ເທດ ​ພະຍາຍາມ​ຊຸກຍູ້​ການ​ເຊື່ອມ​ຕໍ່ ​ແລະ ການ​ເຕີບໃຫຍ່ຂະຫຍາຍ​ໂຕທາງ​ດ້ານ​ເສດຖະກິດ.

ສື່ມວນຊົນທ້ອງຖິ່ນຂອງ​ຫວຽດນາມລາຍ​ງານ​ວ່າ ​ໂຄງການເສັ້ນ​ທາງ​ລົດ​ໄຟ​ມີ​ຄວາມ​ຍາວ 427 ກິ​ໂລ​ແມັດ ຈະ​ແລ່ນ​ຈາກ​ດ່ານ​ຊາຍ​ແດນ ​ຫວຽດນາມ-ຈີນ ​ຢູ່ຂົງເຂດ ລາວ​ກາຍ-​ເຫ​ກູ (Lao Cai-Hekou), ຜ່ານ​ນະຄອນຫຼວງ​ຮ່າ​ໂນ່ຍ ​ແລະ ທ່າ​ກຳ​ປັ່ນ ຮາຍຟອງ (Haiphong) ​ໄປ​ຮອດ​ນະຄອນ ຮາ ລອງ (Ha Long).

ໂຄງການເສັ້ນທາງລົດໄຟດັ່ງກ່າວ ແມ່ນ​ນຶ່ງ​ໃນ​ສອງ​ເສັ້ນທາງ​ລົດ​ໄຟ​ໄປ ​ຈີນ ​ທີ່ ​ຫວຽດນາມ ​ວາງ​ແຜນ, ເຊິ່ງ​ເປັນ​ສ່ວນ​ນຶ່ງ​ຂອງ​ຂໍ້​ລິ​ເລີ້​ມ “ສອງແລວທາງ, ​ນຶ່ງ​ເສັ້ນທາງ” ​ເພື່ອ​ເຊື່ອມ​ຕໍ່​ກັບ​ໂຄງການແລວທາງຂອງປັກກິ່ງ ແລະພື້ນຖານ​ໂຄງ​ລ່າງ​ຂອງ​ເສັ້ນທາງລະດັບໂລກ.

ຍານພາຫະນະຕ່າງໆ ພາກັນລໍຖ້າ ໃນຂະນະທີ່ລົດໄຟ ແລ່ນຜ່ານທາງລົດໄຟໃນນະຄອນຫຼວງຮ່າໂນ່ຍ, ວັນທີ 18 ກຸມພາ 2025.
ຍານພາຫະນະຕ່າງໆ ພາກັນລໍຖ້າ ໃນຂະນະທີ່ລົດໄຟ ແລ່ນຜ່ານທາງລົດໄຟໃນນະຄອນຫຼວງຮ່າໂນ່ຍ, ວັນທີ 18 ກຸມພາ 2025.

ໄລຍະ​ທີ 1 ​ຂອງໂຄງການ, ​ຈະ​ກໍ່ສ້າງ​ທາງ​ລົດ​ໄຟ​ມາດຕະຖານ​ດຽວ ​ດ້ວຍ​ຄວາມ​ໄວທີ່ກໍານົດ 160 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ. ໄລຍະທີ 2, ຈະຍົກລະດັບເປັນເສັ້ນທາງຄູ່ ທີ່ສາມາດຮອງຮັບຄວາມໄວໄດ້ 200 ກິໂລແມັດຕໍ່ຊົ່ວໂມງ.

ລັດຖະບານ​ໄດ້​ສະ​ເໜີ​ການ​ຊຳລະ​ໂຄງການດັ່ງກ່າວນີ້ ​ດ້ວຍ​ເງິນ​ຈາກ​ງົບປະມານ​ແຫ່ງ​ລັດ, ​ແຫຼ່ງທຶນ​ພາຍ​ໃນ​ປະ​ເທດ ​ແລະ ເງິນ​ກູ້​ຢືມ, ລວມທັງ​ເງິນກູ້ຈາກ​ລັດຖະບານ​ ຈີນ ອີກດ້ວຍ.

ອົງການຂ່າວ​ຫວຽດ​ນາມ​ ໄດ້ລາຍ​ງານ​ວ່າ ລັດຖະບານຈີນ ຈະຈັດສັນຫາເງິນທຶນສໍາລັບໂຄງການລົດໄຟດັ່ງກ່າວ ຜ່ານເງິນກູ້ພິເສດ. ເສັ້ນທາງ​ລົດ​ໄຟ​ຈະ​ໄດ້​ຮັບ​ທຶນ​ກູ້​ຢືມ​ເພື່ອສຳ​ປະທານ ໂດຍ​ລັດ​ຖະ​ບານ​ຈີນ​. ນອກຈາກນີ້, ອົງການຂ່າວຍັງໄດ້ກ່າວອີກວ່າ ແຫຼ່ງເງິນທຶນທີ່ກ່າວມາຂ້າງເທິງ ຈະມາຈາກທະນາຄານເພື່ອການສົ່ງອອກ ແລະນໍາເຂົ້າຂອງຈີນ ຫຼື China Eximbank ນໍາອີກດ້ວຍ.

ທັງຫວຽດນາມ ແລະ ຈີນ ບໍ່ໄດ້ເປີດເຜີຍຈຳນວນເງິນກູ້ດັ່ງກ່າວມານັ້ນ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG