ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫວຽດນາມ ປະກາດປ່ອຍ ພວກນັກໂທດ 1 ໝື່ນຄົນ


ພວກນັກໂທດໃນຄຸກແຫ່ງຕ່າງໆໃນຫວຽດນາມ.
ວັນທີ 30 ກັນຍາ 2011.
ພວກນັກໂທດໃນຄຸກແຫ່ງຕ່າງໆໃນຫວຽດນາມ. ວັນທີ 30 ກັນຍາ 2011.

ຫວຽດນາມ​ ໄດ້​ສັ່ງ​ໃຫ້​ປ່ອຍ​ພວກ​ນັກ​ໂທດ​ຈໍານວນ​ຫລາຍ​ກວ່າ 10 ພັນ​ຄົນໃຫ້​ເປັນ
​ອິດສະລະ ອັນ​ເປັນ​ພາກສ່ວນ​ນຶ່ງ​ຂອງ​ການ​ໃຫ້​ອະໄພໂທດ​ໃນວັນ​ສະຫລອງ​ວັນ​ເອກ
​ກະລາດປະ​ຈໍາປີຂອງ​ປະ​ເທດ.

ລັດຖະບານ​ກຸງ​ຮາ​ໂນ​ຍ​ໄດ້​ລະບຸຊື່​ນັກ​ໂທດ 11 ຄົນ​ໃນ​ຈໍານວນ​ພວກ​ນັກ​ໂທດ​ທັງ​ໝົດ
10 ພັນ 535 ຄົນທີ່​ຈະຖືກ​ປ່ອຍ​ໂຕ​ນັ້ນ​ແມ່ນ​ຊາວ​ຕ່າງປະ​ເທດ ​ທີ່​ຖືກ​ຕັດສິນວ່າ​ມີ​ຄວາມ
​ຜິດ​ຖານ​ລະ​ເມີດ​ກົດໝາຍ​ໃນ​ດ້ານຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມແລະ​ກ່າວ
​ວ່າ ພວກ​ນັກໂທດ​ເຫລົ່າ​ນີ້ແມ່ນ​ຮວມທັງ​ຄົນ​ອະ​ເມຣິກັນ ຄົນ​ກາ​ນາ​ດາ​ແລະ​ຄົນ​ອອສ​ເຕຣ
​ເລຍ. ທາງ​ການຫວຽດນາມ​ກ່າວວ່າ ພວກ​ນັກ​ໂທດ 5 ຄົນ​ມີ​ຄວາມ​ຜິດ​ຖານ​ລະ​ເມີດ​ກົດ
ໝາຍ​ວ່າ​ດ້ວຍ​ຄວາມປອດ​ໄພ​ແຫ່ງ​ຊາດ ທີ່​ບໍ່​ໄດ້​ບອກ​ຢ່າງ​ເຈາະ​ຈົງ​ໃຫ້​ຊາບ.

ອົງການ​ຂ່າວ​ຝຣັ່ງອ້າງ​ຄໍາ​ເວົ້າ​ຂອງ​ທ່ານ Le Quy Vuong ຮອງ​ລັດຖະມົນຕີ​ວ່າ​ດ້ວຍ​
ຄວາມ​ປອດ​ໄພ​ພາຍໃນ ທີ່ກ່າວວ່າ​ຈໍານວນ​ພວກ​ນັກ​ໂທດ​ທັງ​ໝົດ​ຢູ່​ໃນ​ຄຸກ​ຫວຽດນາມ
ແຫ່ງ​ຕ່າງໆມີ​ຫລາຍ​ກວ່າ 1 ​ແສນ​ຄົນ.

ຫວຽດນາມ​ຊຶ່ງ​ບໍ່​ໂຍະຍານ​ຜ່ອນຜັນໃຫ້ມີການ​ຄັດຄ້ານຂອງ​ປະຊາຊົນ​ໃນ​ຮູບ​ແບບ​ໃດ
ກໍ​ຕາມໄດ້​ຖືກ​ຕໍາ​ໜິຕິຕຽນ​ຢ່າງ​ກວ້າງຂວາງ​ ຢູ່​ໃນ​ປະເທດ​ຕາ​ເວັນ​ຕົກ ຍ້ອນຄຸມ​ຂັງ​ພວກ​
ຄັດຄ້ານ​ທາງ​ດ້ານ​ການ​ເມືອງແລະ​ດ້ານ​ສາສະໜາ​ນັ້ນ.

ວັນຊາດ​ຫລື​ວັນ​ເອກະລາດ​ຂອງ​ຫວຽດນາມ​ແມ່ນ​ວັນ​ທີ 2 ກັນຍາ​ຈະມາ​ນີ້ແລະ​ເປັນ​ວັນ
ຂີດ​ໝາຍໃນ​ປີ 1945 ເວລາມື້​ລາງຜູ້ນໍາທ່ານ​ໂຫຈິ​ມິນ ​ ໄດ້ປະກາດ​ໃຫ້ຫວຽດນາມ​ເປັນ
ປະ​ເທດ​ເອກະລາດ​ຈາກການ​ເປັນ​ຫົວ​ເມືອງ​ຂຶ້ນ​ຂອງຝຣັ່ງນັ້ນ.

XS
SM
MD
LG