ນາຍົກລັດຖະມົນຕີຫວຽດນາມ ກ່າວວ່າ ນັບຕັ້ງແຕ່ສົງຄາມຫວຽດນາມໄດ້ສິ້ນສຸດລົງໃນປີ
1975 ເປັນຕົ້ນມາ ໄດ້ມີປະຊາຊົນຫລາຍກວ່າ 42,000 ຄົນເສຍຊີວິດແລະອີກຫລາຍກວ່າ
62,000 ບາດເຈັບ ຍ້ອນລະເບີດ ລະເບີດຝັງດິນແລະວັດຖຸລະເບີດອື່ນໆ ທີ່ຖືກປະຖິ້ມໄວ້ຢູ່
ຕາມພື້ນທີ່ຕ່າງໆໃນປາງສົງຄາມ.
ນາຍົກລັດຖະມົນຕີ ຫງຽນ ຕັນ ຢຸງ ໄດ້ໃຫ້ສະຖິຕິທີ່ໜ້າຕົກໃຈ ຂອງມູນເຊື້ອສົງຄາມ ໃນ
ວັນຈັນມື້ນີ້ ທີ່ກອງປະຊຸມນານາຊາດຂອງຜູ້ໃຫ້ຄວາມຊ່ວຍເຫລືອໃນວຽກງານເກັບກູ້ລະ
ເບີດ ທີ່ນະຄອນຫລວງຮາໂນຍ.
ຫວຽດນາມກໍາລັງຊອກຫາເງິນ ຈໍານວນ 500 ລ້ານໂດລາ ເພື່ອເປັນທຶນໃນການປຸກລະດົມ
ເກັບກູ້ລະເບີດທີ່ຍັງບໍ່ທັນແຕກ.
ສະຫະລັດໄດ້ໃຊ້ລະເບີດ ແລະກະສຸນປືນ 16 ລ້ານຕັນ ໃນປາງສົງຄາມຫວຽດນາມ ໃນເວລາ
ເປັນພັນທະມິດກັບລັດຖະບານຫວຽດນາມໃຕ້ ທີ່ໄດ້ ປາໄຊໃຫ້ແກ່ພວກນັກລົບຄອມມີວນີສ
ຫວຽດນາມເໜືອ ທີ່ໄດ້ທ້ອນໂຮມປະເທດເປັນນຶ່ງດຽວນັ້ນ.
ທ່ານ David Shear ເອກອັກຄະລັດຖະທູດສະຫະລັດ ໄດ້ບອກກອງປະຊຸມວ່າວໍຊິງຕັນໄດ້
ໃຫ້ເງິນ ຈໍານວນ 62 ລ້ານໂດລາໄປແລ້ວ ເພື່ອ ຊ່ວຍຫວຽດນາມຮັບມືກັບມູນເຊື້ອສົງຄາມ
ອັນເຈັບປວດນັ້ນ.
ພວກເຈົ້າໜ້າທີ່ຫວຽດນາມກ່າວວ່າ ຕົນຈະຕ້ອງໃຊ້ເວລາຫລາຍສິບປີ ເພື່ອເກັບກູ້ລະເບີດທີ່
ຍັງບໍ່ທັນແຕກຢູ່ໃນພື້ນທີ່ຫລາຍຮ້ອຍພັນເຮັກຕ້າ ຫລືປະມານນຶ່ງສ່ວນຫ້າຂອງພື້ນທີ່ທັງໝົດ
ຂອງປະເທດ.