ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຫວຽດນາມ ອອກຄຳສັ່ງແຍກຕົວປ່ຽວ ຫຼັງຈາກການຄວບຄຸມ ໄວຣັສໂຄໂຣນາ ໃນເບື້ອງຕົ້ນ


ໂຮງຮຽນແຫ່ງນຶ່ງໃນນະຄອນ ໂຮຈິມິ່ນ ແຈ້ງນັກຮຽນວ່າເຂົາເຈົ້າປິດ ຍ້ອນ Covid-19. 31 ມີນາ, 2020.
ໂຮງຮຽນແຫ່ງນຶ່ງໃນນະຄອນ ໂຮຈິມິ່ນ ແຈ້ງນັກຮຽນວ່າເຂົາເຈົ້າປິດ ຍ້ອນ Covid-19. 31 ມີນາ, 2020.

ຫວຽດນາມ ໄດ້ປະກາດການກັກບໍລິເວນ ທົ່ວປະເທດ ເພື່ອຕໍ່ສູ້ກັບ COVID-19, ໂດຍທີີ່ເກືອບ 100 ລ້ານຄົນຖືກສັ່ງບໍ່ໃຫ້ອອກຈາກບ້ານນອກ ຈາກໄປຊື້ອາຫານ ແລະ ຄວາມຕ້ອງການທາງການແພດ, ເປັນມາດຕະການ ທີ່ຮຸນແຮງທີ່ສຸດ ທີ່ຖືກຈັດຕັ້ງປະຕິບັດ ຫຼັງຈາກປະເທດດັ່ງກ່າວໄດ້ປະສົບກັບ ຄວາມສຳເລັດກ່ອນໜ້ານີ້ໃນການຈຳກັດການຕິດແປດຄື້ນທຳອິດຂອງເຂົາເຈົ້າ. ເຊິ່ງ ພຸດທະສອນ ຈະນຳລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ນາຍົກລັດຖະມົນຕີ ຫງວຽນ ຊວນ ຟຸກ ໄດ້ເຊັນຄຳສັ່ງສະບັບນຶ່ງໃນວັນອັງຄານ ທີ່ຜ່ານມາທີ່ຮຽກ ຮ້ອງໃຫ້ປະຊາຊົນຢູ່ໃນບ້ານເປັນເວລາ 15 ວັນ, ເລີ່ມຕົ້ນໃນ ວັນພຸດແລ້ວນີ້. ເຊິ່ງມັນລວມມີການປິດທຸລະກິດສ່ວນຫຼາຍ ຍົກເວັ້ນທຸລະກິດທີ່ ມີຄວາມຈຳເປັນ, ໃນເວລາທີ່ບັນດານັກລົງທຶນຕ່າງໆປະເທດຫຼາຍແຫ່ງໄດ້ຍ້າຍ ການຜະລິດຈາກ ຈີນ ໄປ ຫວຽດນາມ, ສ່ວນນຶ່ງແມ່ນຍ້ອນໄວຣັສດັ່ງກ່າວ ໄດ້ ບັງຄັບໃຫ້ເຂົາເຈົ້າຕ້ອງປິດທຸລະກິດໃນ ຈີນ.

ລັດຖະບານ ຫວຽດນາມ ໄດ້ກ່າວໃນເວັບໄຊ້ຂອງເຂົາເຈົ້າວ່າ ເຂົາເຈົ້າກຳລັງດຳ ເນີນການ “ກັບກົດລະບຽບ ເພື່ອໃຫ້ທຸກຄົວເຮືອນ, ບ້ານ, ຊຸມຊົນ, ເມືອງ ແລະ ແຂວງໃຫ້ແຍກຕົວປ່ຽວ.”

ລັດຖະບານໄດ້ປະກາດຜ່ານໂທລະໂຄ່ງຢູ່ຕາມຖະໜົນໃນນະຄອນຫຼວງຮ່າໂນຍ, ໃນຂະນະທີ່ປະຊາຊົນພາກກັນຊື້ເຄື່ອງຂອງໃນນາທີສຸດທ້າຍ ກ່ອນກັກຕົວຢູ່ໃນ ບ້ານໃນວັນອັງຄານທີ່ຜ່ານມາ.

ກ່ອນການປະກາດນັ້ນ ປະເທດທີ່ຕັ້ງຢູ່ເອເຊຍຕາເວັນອອກສຽງໃຕ້ດັ່ງກ່າວ ໄດ້ ຮັບການຍົກຍ້ອງຈາກສາກົນ ສຳລັບການຮັບມືຂອງເຂົາເຈົ້າກັບໄວຣັສໂຄໂຣນາ, ດ້ວຍບັນດາເຈົ້າໜ້າທີ່ດຳເນີນການຢ່າງວ່ອງໄວ ເພື່ອກັກຕົວຄົນໄຂ້ກວດໂຣກ ແລະ ຕາມຫາການຕິດຕໍ່. ເຖິງແມ່ນຈະມີແຫຼ່ງຊັບພະຍາກອນເລັກນ້ອຍ ໃນຖາ ນະເປັນປະເທດທີ່ກຳລັງພັດທະນານັ້ນ, ຫວຽດນາມ ໄດ້ຈຳກັດຄື້ນການຕິດແປດ ຄື້ນທຳອິິດທີ່ໄດ້ເລີ່ມຂຶ້ນໃນເດືອນມັງກອນ, ເຖິງແມ່ນວ່າ ຄື້ນທີສອງໃນເວລານີ້ ໄດ້ນຳເອົາຕົວເລກ ຂອງກໍລະນີໃໝ່ ມາເປັນ 204 ກໍລະນີໃນວັນຈັນທີ່ຜ່ານມາ, ໂດຍບໍ່ມີລາຍງານການເສຍຊີວິດ.

ຄຳສັ່ງແຍກຕົວປ່ຽວທົ່ວປະເທດຂອງ ຫວຽດນາມ ໃນອາທິດນີ້ໄດ້ມີຂຶ້ນຫຼັງຈາກ ປະຊາຊົນຫຼາຍກວ່າສິບຄົນ ທີ່ໄດ້ເຊື່ອມໂຍງກັບໂຮງໝໍ ທີ່ໃຫຍ່ທີ່ສຸດແຫ່ງນຶ່ງ ຊື່ວ່າ ບັກໄມ ໃນນະຄອນຫຼວງ ຮ່າ ໂນຍ, ໄດ້ຖືກກວດເປັນຜົນບວກສຳລັບ COVID-19. ບັນດາເຈົ້າໜ້າທີ່ ແມ່ນກຳລັງຕາມຫາການຕິດຕໍ່ຕ່າງໆ ແລະ ແນະນຳໃຫ້ປະຊາຊົນຫຼາຍກວ່າ 10,000 ຄົນ ຜູ້ທີ່ໄດ້ໄປໂຮງໝໍດັ່ງກ່າວ ນັບຕັ້ງ ແຕ່ວັນທີ​ 12 ມີນາ ໄປກວດໂຣກ.

ປະຊາຊົນໄດ້ຖືກສັ່ງໃຫ້ຢູ່ຫ່າງກັນ 2 ແມັດໃນເວລາທີ່ຢູ່ນອກບ້ານ ແລະ ຈຳກັດ ການເຕົ້າໂຮມກັນບໍ່ໃຫ້ກາຍສອງຄົນ, ຍົກເວັ້ນໂຮງຮຽນ, ໂຮງໝໍ ແລະ ທຸລະກິດ ທີ່ຖືກອະນຸຍາດໃຫ້ເປີດກິດຈະການຄືເກົ່າ.

ຫວຽດນາມ ໄດ້ເຊື່ອມຕໍ່ການຕິດແປດ COVID-19 ຄື້ນທີສອງສ່ວນໃຫຍ່ໃສ່ ຄົນຕ່າງປະເທດ ທີ່ເຂົ້າໄປໃນປະເທດ ຫຼັງຈາກເຂົາເຈົ້າປາກົດວ່າຄວບຄຸມຄື້່ນ ທຳອິດໄດ້. ຫຼັງຈາກລາຍງານຕ່າງໆວ່າທຸລະກິດໃນທ້ອງຖິ່ນ, ເຊັ່ນຮ້ານກິນດື່ມ, ໄດ້ຈຳແນກຄົນຕ່າງປະເທດຍ້ອນໄວຣັສໂຄໂຣນານັ້ນ, ນາຍົກລັດຖະມົນຕີກໍໄດ້ ອອກມາເວົ້າຕໍ່ຕ້ານ ການຈຳແນກແບ່ງແຍກ. ນຶ່ງກໍລະນີຫຼ້າສຸດແມ່ນແມ່ຍິງ ອາເມຣິກັນ ຄົນນຶ່ງໃນແຂວງ ດາໜັງ ທາງພາກກາງຂອງປະເທດ, ຜູ້ທີ່ຖືກພົບ ເຫັນຫຼັງຈາກລາວໄດ້ພະຍາມທີ່ຈະໜີຈາກການກັກກວດໂຣກ, ອີງຕາມການລາຍ ງານຂອງສື່ມວນຊົນທ້ອງຖິ່ນ.

ສະຖານທູດ ເວົ້າວ່າ “ສະຖານທູດ ສະຫະລັດ ແລະ ກົງສຸນໃນ ຫວຽດນາມ ໄດ້ແນະນຳຄົນ ອາເມຣິກັນ ໃຫ້ປະຕິບັດຕາມກົດລະບຽບຕ່າງໆຂອງລັດຖະບານ ຫວຽດນາມ.”

ຫຼັງຈາກເຄີຍມີປະສົບການໃນການຮັບມືກັບໂຣກ SARS, ໄຂ້ຫວັດສັດປີກ, ແລະ ການລະບາດອື່ນໆນັ້ນ, ຫວຽດນາມ ໄດ້ດຳເນີນການຢ່າງວ່ອງໄວ ກ່ຽວກັບ ສັນຍານລ່ວງໜ້າຂອງ COVID-19 ໃນເດືອນມັງກອນ. ບັນດາເຈົ້າ ໜ້າທີ່ໄດ້ດຳເນີນການຄັດເລືອກກວດໂຣກ ແລະ ກັກກວດໂຣກ ກໍລະນີທີ່ມີ ຄວາມເປັນໄປໄດ້. ມາດຕະການອື່ນໆໄດ້ມີຂຶ້ນຕາມຫຼັງເທື່ອລະຂັ້ນຕອນ, ລວມ ທັງການເຄື່ອນໄຫວ ເພື່ອປິດໂຮງຮຽນ, ແບ່ງສ່ວນໜ້າກາກຜ່າຕັດ, ຍົກເລີກ ບາງຖ້ຽວບິນ ແລະ ຕໍ່ມາປິດການເຂົ້າປະເທດຂອງຄົນຕ່າງດ້າວສ່ວນຫຼາຍ.

ລັດຖະບານຍັງໄດ້ຂໍໃຫ້ປະຊາຊົນທຸກຄົນ ຕື່ມແບບຟອມຖະແຫຼງການສຸຂະພາບ ທາງອອນໄລນ໌ ແລະ ສົ່ງຂໍ້ຄວາມຢ່າງເປັນປະຈຳ ເພື່ອລາຍງານຂ່າວຄືບໜ້າ ທົ່ວປະເທດ. ເຂົາເຈົ້າໄດ້ໃຫ້ການ ລາຍງານຫຼ້າສຸດປະຈຳວັນ ກ່ຽວກັບ ການຕິດ ແປດຕໍ່ສື່ມວນຊົນ, ເຊິ່ງຈະລາຍງານຜູ້ຕິດເຊື້ອແຕ່ລະຄົນ ດັ່ງກັບຕົວເລກຂອງ ກໍລະນີ ແລະ ການປະກາດຖ້ຽວບິນ ແລະ ສະຖານທີ່ໆເຊື່ອມໂຍງກັບການຕິດແປດ, ຂໍໃຫ້ປະຊາຊົນລາຍງານຕົວຕໍ່ໂຮງໝໍ ຖ້າເຂົາເຈົ້າໄດ້ຢູ່ໃນຖ້ຽວບິນ ທີ່ວ່ານັ້ນ ຫຼື ສະຖານ ທີ່ດັ່ງກ່າວ. ໃນບາງສະຖານະການ ບ່ອນທີ່ມີການສັ່ງ ໃຫ່ກວດໂຣກໃນທົ່ວຕຶກອາຄານນັ້ນ, ບັນດາຜູ້ບໍລິຫານໄດ້ຂໍໃຫ້ປະຊາຊົນອອກ ມາເວົ້າຖ້າເຂົາເຈົ້າຮູ້ວ່າເພື່ອນຂ້າງບ້ານຂອງເຂົາເຈົ້າໄດ້ຫຼີກລ່ຽງການກວດ.

ອົງການອະນາໄມໂລກແມ່ນນຶ່ງໃນກຸ່ມຕ່າງໆທີ່ໄດ້ຍົກຍ້ອງ ຫວຽດນາມ ສຳລັບ ການຮັບມືກັບໄວຣັສຂອງເຂົາເຈົ້າ.

ຜູ້ແທນອົງການອະນາໄມໂລກປະຈຳ ຫວຽດນາມ ທ່ານ ກີດອງ ພາກ ໄດ້ກ່າວ ວ່າ “ພວກເຮົາມີຄວາມມຸ່ງໝັ້ນທີ່ຈະສືບຕໍ່ເຮັດວຽກກັບກະຊວງສາທາລະນະສຸກ ແລະ ຄູ່ຮ່ວມອື່ນໆເພື່ອຮັບປະກັນການສືບຕໍ່ກວດໂຣກທີ່ມີຄຸນນະພາບ ສຳລັບ ໄວຣັສສາຍພັນໃໝ່ຂອງປະເທດນັ້ນ.”

ກ່ອນໜ້າອາທິດນີ້, ຮ້ານອາຫານບາງແຫ່ງ, ຫ້ອງການ ແລະ ທຸລະກິດອື່ນໆ ໄດ້ຢຸດການປະຕິບັດງານຂອງເຂົາເຈົ້າ ອີງຕາມການເລືອກເຟັ້ນ. ຢູ່ຮ້ານຂາຍອາ ຫານບາງແຫ່ງ, ພະນັກງານໄດ້ຢອດຢາລ້າງມືໃຫ້ລູກຄ້າຢູ່ທາງເຂົ້າຂອງຮ້ານ, ໃນຂະນະທີ່ຍາມຮັກສາຄວາມປອດໄພຢູ່ຕຶກ ຄອນໂດ ໄດ້ກວດອຸນຫະພູຂອງ ຄົນ ໃນສະຖານທີ່ຮັບແຂກ. ແຕ່ແນວໃດກໍຕາມ, ມາດຕະການທີ່ວ່ານັ້ນແມ່ນກະ ແຈກກະຈາຍໃນທົ່ວປະເທດ, ໃນຂະນະທີ່ຄຳສັ່ງຂອງນາຍົກລັດຖະມົນຕີ ໃນວັນ ອັງຄານທີ່ຜ່ານມາ ຕອນນີ້ໄດ້ກຳນົດໃຫ້ຄົນຢູ່ແຕ່ໃນບ້ານ ທົ່ວປະເທດ ຫວຽດນາມ ໄປຈົນຮອດກາງເດືອນເມສາ.

ອ່ານລາຍງານນີ້ເປັນພາສາອັງກິດ

XS
SM
MD
LG