ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຫວຽດນາມ ​​ເປີດ​ບໍລິການ​ ສາຍ​ດ່ວນ ເພື່ອຊ່ອຍເຫຼືອ ຊາວຫວຽດນາມ ໃນຕ່າງແດນ


ພະນັກງານສະຖານທູດຫວຽດນາມ ຄົນນຶ່ງ ໃນບາງກອກ ປະເທດໄທ ກຳລັງສ່ອງເບິ່ງ ຜ່ານປ່ອງນ້ອຍ ຢູ່ປະຕູທາງເຂົ້າທີ່ປິດດ້ວຍກຸນແຈຢູ່ນັ້ນ.
ພະນັກງານສະຖານທູດຫວຽດນາມ ຄົນນຶ່ງ ໃນບາງກອກ ປະເທດໄທ ກຳລັງສ່ອງເບິ່ງ ຜ່ານປ່ອງນ້ອຍ ຢູ່ປະຕູທາງເຂົ້າທີ່ປິດດ້ວຍກຸນແຈຢູ່ນັ້ນ.

ຫວຽດນາມ ​ໄດ້​ເປີດ​ບໍລິການ​ສາຍ​ດ່ວນ ຫຼື Hotline ​ເປັນຄັ້ງ
ທຳ​ອິດ ​ເພື່ອຊ່ອຍ​ເຫຼືອພົນ​ລະເມືອງ​ຂອງ​ຕົນ​ ທີ່ຢູ່ໃນຕ່າງ
​ປະ​ເທດ ແກ້ໄຂບັນ ຫາ​ຕ່າງໆ ນັບແຕ່ການສູນເສຍໜັງສື
ຜ່ານແດນ​ຕະຫລອດເຖິງ​ ຕົກ​ເປັນ​ເຫຍື່ອຂອງ​ພວກ​ຄ້າ​ມະນຸດ.

ຮອງ​ນາຍົກລັດຖະມົນຕີ Pham Binh Minh ​ໃນພິທີເປີດ​
ບໍລິການໃໝ່ດັ່ງກ່າວ ​ໃນ​ອາທິດ​ນີ້ ​ໄດ້​ກ່າວ​ເນັ້ນວ່າ ສາຍ​ດ່ວນ
ຈະ​ຊ່ອຍ​ໃຫ້​ກະຊວງ​ການ​ຕ່າງປະ​ເທດ ປັບປຸງ​ປະສິດທິພາບ​
ຂອງ​ຕົນ ​ໃນ​ການ​ປົກ​ປ້ອງພົນລະ​ເມືອງ​ຊາວ​ຫວຽດນາມ​ຢູ່ໃນ
​ຕ່າງ​ແດນ.

ທ່ານ​ກ່າວ​ຕື່ມ​ວ່າ ພົນລະ​ເມືອງ​ຫວຽດນາມ ສາມາດ​ໂທ​ເຂົ້າສາຍ​ດ່ວນນີ້​ໄດ້​ທຸກ​ເວລາ
ໃນແຕ່​ລະ​ມື້ ຫຼື​ແຕ່ລະ​ຄືນ ​ເພື່ອ​ຂໍ​ຄວາມ​ຊ່ວຍ​ເຫຼືອ ຖ້າ​ພວກ​ເຂົາ​ເຈົ້າຖືກ​ປຸ້ນ​ຈີ້ ​ເຮັດ​ໜັງສື
​ຜ່ານແດນເສຍ ເກີດອຸບັດ​ເຫດ ​ເຈັບ​ປ່ວຍ​ຢ່າງ​ຮ້າຍ​ແຮງ ຫຼື​ຕົກເປັນ​ເຫຍື່ອ ຂອງ​ພວກ​ຄ້າ​
ມະນຸດ.

​ເຖິງ​ຢ່າງ​ໃດ​ກໍ​ດີ ການ​ບໍລິການ​ໃໝ່​ນີ້ ​ບໍ່ແມ່ນຟຣີ. ພວກ​ຜູ້​ທີ່​ໂທ​ເຂົ້າມາ​ຈະ​ຕ້ອງ​ໄດ້​ຈ່າຍ​ຄ່າ​ໂທລະສັບເອງ ​ໃນ​ອັດຕາ​ພື້ນ​ຖານ​ຂອງນາໆຊາດ ໃນ​ການ​ໂທ​ໄປປະ​ເທດ​ຫວຽດນາມ.

ທ່ານ Nguyen Manh Thang ເປັນຄົນ​ຫວຽດນາມທີ່​ຖືກ​ເຊື້ອ​ເຊີນ​ໄປ​ເຮັດ​ວຽກ​ຢູ່ຣັດ​ເຊຍ ກ່າວຕໍ່​ວີ​ໂອ​ເອ ພະແນ​ກ​ພາສາຫວຽດນາມວ່າ ລາວ​ຈະ​ລໍຖ້າ​ ​ແລະເບິ່ງ​ວ່າ​ ການ​ປະຕິບັດ​ງານ​ໃໝ່​ນີ້ ​ແມ່ນ​ເລື້ອງ​ແທ້​ຈິງ ບໍ່ ຫຼື​ເປັນ​ພຽງ​ເລ່ຫລ່ຽມໃນໂຄສະນາ​ຊວນ​ເຊື່ອເທົ່າ​ນັ້ນ.

XS
SM
MD
LG