ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໑໙ ພຶດສະພາ ໒໐໒໔

ຫວຽດນາມຢືນຢັນ ຈະພັດທະນາ ພະລັງງານນິວເຄລຍ


ພາບແຕ້ມຂອງເຕົາແຍກນິວເຄລຍ ຂອງຫວຽດນາມ
ພາບແຕ້ມຂອງເຕົາແຍກນິວເຄລຍ ຂອງຫວຽດນາມ

ຫວຽດນາມໃຫ້ການ​ຢືນຢັນອີກ​ຄັ້ງ
ນຶ່ງວ່າ ຕົນ​ມີ​ຈຸດປະສົງຈະພັດທະ
ນາ​ພະລັງງານ​ນິວເຄລຍເພື່ອ​ຈຸດ
ປະສົງ​ໃນ​ທາງ​ສັນຕິ.

ກະ​ຊວງ​ວິທະຍາສາດ ​ແລະ​ເທັກ​
ໂນໂລ​ຈີຂອງ​ຫວຽດນາມ ​ໄດ້
ເປັນ​ເຈົ້າພາບ​ຈັດກອງ​ປະ​ຊຸມ
ນາໆ​ຊາດວ່າດ້ວຍ​ການ​ພັດທະ
ນາ​ພະລັງງານນິວເຄລຍຂອງ​
ໂລກ​ແລະ​ຄວາມ​ໝັ້ນຄົງ ​ໃນ​ວັນ​
ອັງຄານວານ​ນິ້ ທີ່​ນະຄອນ
ຫລວງຮ່າ​ໂນ​ຍ.

ກອງ​ປະຊຸມ​ທີ່​ວ່າ​ນີ້ ຈັດ​ຂຶ້ນດ້ວຍ​ການຮ່ວມ​ມື​ກັບ ​ອົງການ​ພະລັງງານ​ນິວເຄລຍຂອງອັງກິດ ​
ແລະ​ສະມາຄົມ​ນິວເຄລຍຂອງ​ໂລກ.

ອົງການ​ຂ່າວ​ຂອງ​ທາງ​ການ​ຫວຽດນາມ​ ລາຍ​ງານ​ໃນ​ວັນ​ອັງຄານ​ວານ​ນີ້​ວ່າ ໂຮງ​ໄຟຟ້າ​
ນິວ​ເ​ຄລຍ​ແຫ່ງ​ທຳ​ອິດ​ ຂອງ​ຫວຽດນາມ​ມີ​ກຳນົດ​ທີ່​ຈະ​ເປີດ ​
ໃຊ້​ໃນ​ປີ 2020.

ຫວຽດນາມ​ໄດ້​ສົນທະນາ​ຫາລື​ກ່ຽວ​ກັບ​ ແຜນການ​ທີ່​ຈະ​ພັດທະນາ​ພະລັງງານ​ນິວເຄລຍ​
ໃນ​ຮອບ​ຫຼາຍໆ​ທົດ​ສະ​ວັດ​ຜ່ານ​ມາ ຊຶ່ງ​ສ່ວນ​ໃຫຍ່​ແລ້ວ ​ແມ່ນ​ກັບ​ຍີ່ປຸ່ນ​ແລະຣັດ​ເຊຍ.
ໃນ​ປີ 2010 ຍີ່ປຸ່ນ​ໄດ້​ຊະນະ​ການ​ປະມູນ ​ເພື່ອ​ສ້າງເຕົາ​ແຍກ​ນິວ​ເຄລຍ 2 ໜ່ວຍ ​ຢູ່​ທີ່
ຫວຽດນາມ.

ໃນ​ລະຫວ່າງ​ເດີນທາງ​ໄປ​ຢ້ຽມຢາມ​ກຸງ​ໂຕ​ກຽວ​ໃນ​ເດືອນ​ຕຸລາ​ຜ່ານ​ມານັ້ນ ນາຍົກລັດ
ຖະມົນຕີຫວຽດນາມ ທ່ານ Nguyen Tan Dung ກ່າວ​ຕໍ່​ເຈົ້າໜ້າ​ທີ່​ຍີ່ປຸ່ນວ່າ ທ່ານ​
ຕ້ອງການ​ຢາກ​ໃຫ້​ໄພພິບັດ​ທີ່​ໂຮງ​ໄຟ ຟ້າ​ນິວ​ເຄລຍ Fukushima ຂອງ​ຍີ່ປຸ່ນ ເປັນ​
ພື້ນຖານ​ສຳລັບ​ການ​ສ້າງ ​ໂຮງ​ໄຟຟ້າ​ນິວ​ເຄລຍທີ່​ປອດ​ໄພ​ທີ່​ສຸດ​ ໃນ​ໂລກ.

XS
SM
MD
LG