ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໓໐ ທັນວາ ໒໐໒໔

ກົດໝາຍຄົນພິການຫວຽດນາມ ຊ່ອຍເສີມຂະຫຍາຍເສດຖະກິດ


ທ້າວ Nguyen Van Giap ທີ່ຫາກໍ່ຮຽນຈົບຈາກໂຄງການຝຶກອົບຮົມ ດ້ານເທັກໂນໂລຈີຂໍ້ມູນຂ່າວສານ ຫລື IT ຂອງອົງການ USAID ທີ່ ນະຄອນຫຼວງຮ່າໂນ່ຍ ທີ່ຈັດໃຫ້ແກ່ພວກຊາວໜຸ່ມເສຍອົງຄະນັ້ນ
ທ້າວ Nguyen Van Giap ທີ່ຫາກໍ່ຮຽນຈົບຈາກໂຄງການຝຶກອົບຮົມ ດ້ານເທັກໂນໂລຈີຂໍ້ມູນຂ່າວສານ ຫລື IT ຂອງອົງການ USAID ທີ່ ນະຄອນຫຼວງຮ່າໂນ່ຍ ທີ່ຈັດໃຫ້ແກ່ພວກຊາວໜຸ່ມເສຍອົງຄະນັ້ນ

ເມື່ອ 20 ປີກ່ອນ ລັດຖະສະພາສະຫະລັດໄດ້ຮັບຮອງເອົາຮ່າງກົດໝາຍວ່າດ້ວຍຄົນພິການ ຂອງສະຫະລັດ ຊຶ່ງເປັນຮ່າງກົດໝາຍໃນຂອບເຂດທີ່ກວ້າງຂວາງແນໃສ່ເພື່ອຫ້າມບໍ່ໃຫ້ການ ຈຳແນກກີດກັນຄົນ​ພິການ ໃນການວ່າຈ້າງ ການຂົນສົ່ງ ການອຳນວຍຄວາມສະດວກຂອງ ລັດຖະບານ ການສື່ສານຄົມມະນາຄົມ ແລະກິດຈະກໍາຕ່າງໆຂອງລັດຖະບານ. ນັບເປັນເວ ລາຫຼາຍປີມາແລ້ວ ທີ່ກຸ່ມຕ່າງໆໃນຫວຽດນາມ ໄດ້ພາກັນດຳເນີນງານ ເພື່ອຊອກຫາຊ່ອງທາງໃຫ້ມີການປົກປ້ອງຄຸ້ມຄອງ ແລະຄໍ້າປະກັນແບບດຽວກັນນ ີ້ຈາກລັດຖະບານໃນປະເທດດັ່ງກ່າວ. ໃນລາຍງານຕອນທີ 2 ຊຶ່ງເປັນຕອນສຸດທ້າຍ ນາຍ Jim Stevenson ຜູ້ສື່ຂ່າວຂອງ VOA ມີລາຍລະອຽດເພີ່ມຕື່ມ ກ່ຽວກັບຊາວຫວຽດນາມ ທີ່ໄດ້ຮັບຜົນປະໂຫຍດ ຈາກກົດໝາຍສຳລັບຄົນພິການ ຄ້າຍຄືກັນ ທີ່ໄດ້ມີການປະກາດໃຊ້ໃນປີນີ້

ມີຫຼາຍໆອົງການ ໄດ້ພົວພັນໃນ
ການສ້າງຕັ້ງມາດຕະການຕ່າງໆ
ຂອງລັດຖະບານ ໃນຊຸມປີກ່ອນ
ໜ້າ ການປະກາດໃຊ້ ກົດໝາຍ
ໃໝ່ ວ່າດ້ວຍຄົນພິການ ຂອງ
ຫວຽດນາມ. ນາງຢຸ່ງ ທີ ຫວັນ
ແມ່ນຮອງປະທານ ຂອງອົງການ
ຄົນພິການແຫ່ງນະຄອນຫຼວງຮ່າ
ໂນ່ຍ ຊຶ່ງອົງການຂອງນາງ ໄດ້
ຊ່ອຍສ້າງຕັ້ງກົດ ແລະມາດຕະ
ຖານປອດເຄື່ອງກີດຂວາງໃນປີ 2002 ແລະແຜນການປະຕິບັດງານແຫ່ງຊາດສະບັບທຳອິດ
ກ່ຽວກັບຄົນພິການ ແຕ່ປີ 2006 ຫາປີ 2010.

“ປະມວນ​ກົດແລະ​ມາດຕະຖານດັ່ງກ່າວໄດ້​ເປັນ​ຫລັກ​ຊີ້​ນໍາ​ທີ່ເປັນ​ປະ​ໂຫຍດ​ຫລາຍ
ສໍາລັບ​ຜູ້​ລົງທຶນ​ໃນ​ວຽກ​ການ​ກໍ່ສ້າງ​ຕ່າງໆ​ ໃນ​ຫວຽດນາມ. ບັດ​ນີ້​ ຢູ່ໃນ​ຫລາຍໆ​
ແຂວງ ​ພວກອາຄານ​ໃໝ່ຫລື​ການ​ກໍ່​ສ້າງ​ໃໝ່ ແມ່ນຕ້ອງໄດ້​ສ້າງ​ຂຶ້ນ ​ໃນ​ແບບ​ທີ່​ຮັບ
ປະກັນ​ໃຫ້ພວກ​ພິການເຂົ້າໄປ​ຊົມ​ໃຊ້​ໄດ້.​”

ຜົນຮັບແມ່ນໄດ້ເຫັນກັນຢ່າງເປັນທີ່ປະຈັກແຈ້ງທີ່ສຸດ ຢູ່ໃນຫວຽດນາມ ຄືມີທາງທີ່ເປັນເນີນ
ສໍາ​ລັບ​ລໍ້​ແລ່ນແລະຮາວຈັບສຳລັບຄົນພິການ ຮວມຢູ່ໃນການກໍ່ສ້າງຕຶກອາຄານໃໝ່ທັງໝົດ
ຢູ່ໃນຫວຽດນາມ.

ການດຳເນີນຄວາມພະຍາຍາມທັງໝົດເລີ້ມຕົ້ນດ້ວຍການຮັບຮອງເອົາບົດບັນຢັດແຫ່ງຊາດ
ສຳລັບຄົນພິການໃນປີ 1998. ​ໄດ້​ມີການຮັບຜ່ານເອົາຂໍ້ລິເລີ້ມຈຳນວນນຶ່ງຕິດຕາມມາເພື່ອ
ສ້າງຄວາມກ້າວໜ້າໃນການສົ່ງເສີມສິດທິແລະຜົນປະໂຫຍດຂອງຄົນພິການ. ທ່ານ Frank
Donovan ຜູ້ອຳນວຍການອົງການໃຫ້ຄວາມຊ່ອຍເຫຼືອຂອງສະຫະລັດຫຼື USAID ລັດຖະ ບານຫວຽດນາມແມ່ນເປີດກວ້າງຫຼາຍ ໃນລະຫວ່າງທີ່ມີການດຳເນີນຂັ້ນຕອນດັ່ງກ່າວ.

“ໂຕກົດໝາຍເອງ​ນັ້ນແມ່ນ​ໄດ້​ຖືກ​ຊຸກຍູ້ໂດຍຝ່າຍ​ລັດຖະບານແລະ​ລັດຖະບານ​ກໍ​
ໄດ້​ຢື່ນມື​ໄປຫາ​ພວກປະຊາ​ຄົມ​ທີ່ມີ​ຄົນ​ພິການນັ້ນ​ໃຫ້​ເຂົ້າ​ມາ​ມີສ່ວນຮ່ວມ​ນໍາ​. ​ແລະ
ແນ່ນອນ​ ໄດ້​ມີ​ການ​ເຕົ້າ​ໂຮມ​ກັນຄັ້ງໃຫຍ່​ສອງ​ສາມ​ຄັ້ງ ບ່ອນ​ທີ່​ຄົນພິການ​ ໄດ້​ມາ
ສະ​ແດງ​ຄວາມ​ປາດ​ຖະໜາຂອງ​ເຂົາ​ເຈົ້າ ​ແລະ​ເວົ້າ​ບັນຫາ​ຕ່າງໆ​ຂອງ​ເຂົາ​ເຈົ້າ​
ອອກ​ມາ. ຫລັງຈາກ​ນັ້ນ​ພວກ​ຂະ​ແໜງ​ການຕ່າງໆ​ຂອງ​ລັດຖະບານ​ກໍ​ໄດ້​ຊ່ອຍ​ນໍາ​
ເລື່ອງ​ຂອງ​ເຂົາ​ເຈົ້າ​ ຮວມ​ເຂົ້າໃນ​ການ​ຮ່າງ​ກົດໝາຍ​ສະບັບ​ນີ້.”

ຄວາມສຳເລັດ ໃນການປະຕິຮູບດ້ານນະໂຍບາຍແລະການຈັດຕັ້ງປະຕິບັດ ລ່ວງໜ້າການ
ອອກກົດໝາຍນັ້ນ ແມ່ນໄດ້ນຳເອົາຜົນປະໂຫຍດໂດຍກົງ ມາໃຫ້ຄົນພິການຊາວຫວຽດ
ນາມຈຳນວນ 7 ລ້ານກວ່າຄົນ ແລະຜົນປະໂຫຍດທາງອ້ອມໃຫ້ອີກຫຼາຍລ້ານຄົນ. ​ແລະ
ເມື່ອ​ມີກົດໝາຍຄົນພິການຂອງຫວຽດນາມ ອອກ​ມາ​ແລ້ວ ທ່ານ DONOVAN ເວົ້າວ່າ ເວລານີ້ລັດຖະບານຫວຽດນາມ ພວມດຳເນີນໄປ​ສູ່ບາດກ້າວຕໍ່​ໄປ ຄືການບັງຄັບ​ໃຊ້​ກົດ
ໝາຍ​ນັ້ນ ຊຶ່ງ​ທ່ານ​ອະທິບາຍ​ຕື່ມ​ວ່າ:

“ຂະ​ແໜງ​ການ​ຕ່າງໆ​ຂອງ​ລັດຖະບານ​ທັງ​ໝົດທຸກ​ພາກສ່ວນ​ຂອງ​ລັດຖະບານ​
ທີ່​ມີ​ບົດບາດ​ໃນ​ເລື້ອງ​ນີ້ ກໍາລັງ​ມາ​ປະ​ຊຸມ​ກັນເພື່ອ​ພັດທະນາ​ກົດ​ລະບຽບ​ກ່ຽວ​ກັບ
ການຈັດ​ຕັ້ງປະຕິບັດ​ ຊຶ່ງ​ໂດ​ຍພື້ນຖານ​ແລ້ວກໍ​ແມ່ນ​ເພື່ອ​ເຮັດ​ໃຫ້​ມັນ​ແນ່ນອນວ່າ ​
ເວລາ​ໃດ​ຜູ້​ຄົນ​ລະ​ເມີດ​ກົດໝາຍ ເຂົາ​ເຈົ້າ​ຈະ​ໄດ້​ຮັບໂທດ​ເປັນ​ຄື​ແນວ​ໃດ ເພື່ອ
ໃຫ້ ການ​ຈັດ​ຕັ້ງ​ປະຕິບັດ​ກົດໝາຍ​ ສາມາດ​ມີ​ຂຶ້ນ​ໄດ້​ຫລັງ​ຈາກ​ນັ້ນ.”


ກົດໝາຍ​ໃໝ່​ໄດ້ສັ່ງ​ການ​ໃຫ້​ມີການ​ປະກອບສ່ວນເທົ່າ​ທຽມ​ກັນເຂົ້າ​ໃນ​ສັງຄົມ​ຫວຽດນາມ​
ສຳລັບ​ພວກ​ຄົນ​ພິການ​ໂດຍ​ຜ່ານ​ການ​ອຳນວຍ​ຄວາມ​ສະ​ດວກ​ ແລະໂອກາດ​ໃນ​ການ​ເຂົ້າ
ເຖິງການປິ່ນປົວ​ພະຍາບານ ການຟື້ນຟູສຸຂະພາບ ກາ​ນສຶກສາ ການ​ເຂົ້າ​ເຮັດ​ວຽກ ການ
ຝຶກ​ອາຊີບ ການ​ບໍລິການ​ສັງຄົມ ກິລາ​ແລະ​ການບັນ​ເທີ​ງ ການຂົນ​ສົ່ງ ສະຖານ​ທີ່ສາທາລະ
ນະຕ່າງໆ​ ຕະຫຼອດທັງ​ເທັກ​ໂນ​ໂລ​ຈີດ້ານ​ຂ່າວສານຂໍ້​ມູນ ຫລື IT.​ ເປັນ​ທີ່​ຄາດ​ກັນ​ວ່າ​ກົດ
ໝາຍ​ສະບັບ​ນີ້ຈະ​ມີ​ຜົນ​ໂດຍ​ກົງ​ ຕໍ່​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ຫວຽດນາມຍ້ອນ​ວ່າ​ນະ​
ໂຍບາຍທີ່​ກວມ​ເອົາ​ໝົດທຸກ​ຄົນ​ນັ້ນ ເປີດໂອກາດ​ຫຼາຍຂຶ້ນ ​ໃຫ້​ແກ່​ຊາວ​ຫວຽດນາມ​ ທີ່ພິ
ການ ສາມາດ​ດຳ​ເນີນ​ການ​ໃນ​ສິ່ງ​ທີ່​ເປັນ​ປະ​ໂຫຍ​ດ​ແກ່​ສັງຄົມ​ແລະ​ບັນລຸ​ຄວາມ​ເປັນ​ອິດສະ
ຫຼະ​ທາງ​ດ້ານ​ເສດ​ຖະກິດ.

ຜົນ​ດີ​ສາມາດ​ມອງ​ເຫັນ​ໄດ້​ໃນ​ທັນທີ​ຂະນະ​ທີ່​ພວກ​ຄົນ​ພິການ​ກ້າວ​ເຂົ້າສູ່​ຕະຫຼາດ​ແຮງ​ງານ.
ທ້າວ Nguyen Van Giap ​ເປັນ​ນັກຮຽນ​ຫວຽດນາມ​ທີ່​ຫາ​ກໍ​ສຳ​ເລັດ ​ໂຄງ​ການ​ຝຶກ​ອົບ
ຮົມ​ໃນດ້ານ​ເທັກ​ໂນ​ໂລ​ຈີຂໍ້​ມູນ ຫຼື IT ຂອງ​ອົງການ​ USAID ​ສໍ່​ລັບ​ພວກ​ຊາວ​ໜຸ່ມ​ພິການ​
ທີ່ນະຄອນຫຼວງຮ່າ​ໂນ່ຍ​ເມື່ອ​ໄວໆ​ມານີ້. ລາວ​ເຄື່ອນຍ້າຍ​ໄປມາ​ໂດຍ​ໃຊ້​ລໍ້​ຄົນ​ພິການ​ແລະ
ເວລານີ້​ ​ເປັນ​ວິສະວະກອນ​ໃນ​ດ້ານ​ຊອບ​ແວຣ໌. ທ້າວ Nguyen ​ໄດ້​ສຳ​ເລັດ​ການ​ຝຶກ​ອົບ
ຮົມ​ໂດຍ​ໄດ້​ທີ 1 ​ໃນ​ຫ້ອງ​ຂອງ​ລາວ. ລາວ​ເວົ້າຜ່ານ​ນາຍ​ພາສາ​ວ່າ ພວກ​ທີ່​ຮຽນຈົບ​ຈາກ​
ໂຄງການ​ຝຶກ​ອົບຮົມ​ຂອງ​ອົງການ USAID ນີ້ ມີ​ທາງ​ເລືອກ​ຫຼາຍຂຶ້ນ.

“ມີ​ທາງ​ເລືອກ​ຢູ່​ສອງ​ຢ່າງ​ສໍາລັບ​ພວກສໍາ​ເລັດ​ການ​ເຝິກອົບຮົມ​ນັ້ນ ຄືນຶ່ງ​ແມ່ນ
ການ​ຊອກ​ວຽກ​ການ​ເຮັດ ​ເປັນ​ຕົ້ນວຽກ​ການ​ກັບ​ພວກ​ບໍລິສັດ​ເທັກ​ໂນ​ໂລ​ຈີ​ດ້ານ​
ຂໍ້ມູນຂ່າວສານ​ຂອງຝ່າຍ​ເອກະ​ຊົນ ​ແລະທາງ​ເລືອກ​ທີ​ສອງກໍ​ແມ່ນ​ວ່າ ພວກ​
ເຂົາ​ເຈົ້າ​ເຕົ້າ​ໂຮມ​ກັນແລະ​ຈັດ​ຕັ້ງ​ກຸ່ມ​ເຂົາ​ເຈົ້າເອງ ຫລື​ທຸລະ​ກິດ​ເຂົາ​ເຈົ້າ​ເອງ
ຂຶ້ນ​ມາ​ ​ແລະ​ເຮັດ​ວຽກ​ໃນການ​ແບ່ງປັນ​ຂໍ້​ມູນ ໃຫ້​ພວກ​ນັກ​ສຶກສາ​ພິການ​ອື່ນໆ
ຮູ້ຈັກ ​ແລະ​ເຂົ້າ​ມາ​ຮ່ວມ​ໃນກິດຈະ​ກໍາ​ຕ່າງໆ​ນໍາ​ກັນ. “


ການ​ແບ່ງປັນ​ຂໍ້​ມູນ​ນີ້​ເອງ​ ທີ່​ພາ​ໃຫ້ທ້າວ Nguyen Van Giap ​ໄດ້​ເຂົ້າ​ຮັບ​ການ​ຝຶກ​ອົບ
ຮົມ​ໃນ​ໂຄງການ​ຂອງ​ອົງການ USAID. ລາວ​ເວົ້າວ່າລາວຮູ້ເລື່ອງ​ໂຄງການ​ນີ້ຈາກໝູ່ຂອງ
ລາວແລະ​ວ່າ​ເພື່ອນ​ຂອງ​ລາວ​ບາງ​ຄົນ​ໄດ້​ເຂົ້າຮັບ​ການ​ຝຶກ​ອົບຮົມ​ຮຸ່ນ​ກ່ຽວ​ກັບ​ເທັກ​ໂນ​ໂລ
ຂໍ້​ມູນຈີມາ​ກ່ອນ ແລະພວກເຂົາ​ເຈົ້າ​ເປັນ​ຜູ້​ບອກ​ໃຫ້​ລາວ​ຮູ້.

ພວກ​ຄົນ​ພິການ​ສ່ວນ​ໃຫຍ່​ໃນ​ຫວຽດນາມ ​ອາ​ໄສ​ຢູ່​ໃນ​ເຂດ​ຊົນນະບົດ ​ແລະ​ໄດ້​ເຂົ້າ​ໂຮງ
ຮຽນ ໃນ​ອັດຕາ​ທີ່​ຕໍ່າຫຼາຍກວ່າ​ພວກ​ເດັກນ້ອຍ​ທຳ​ມະ​ດາ. ​ເກືອບ 37% ຂອງ​ພວກ​ຜູ້​
ໃຫຍ່​ທີ່​ເປັນ​ຄົນ​ພິການ​ແມ່ນ​ກືກ​ໜັງສື ​ເມື່ອສົມ​ທຽບ​ໃສ່​ອັດຕາ​ລະດັບ​ຊາດ​ແລ້ວ​ ແມ່ນ
10% ຕໍ່າກວ່າ​ພວກ​ຄົນ​ທີ່ບໍ່​ພິການ. ດ້ວຍ​ເຫດຜົນ​ດັ່ງກ່າວຈຶ່ງມີ​ຄົນ​ພິການ​ໃນ​ຈຳນວນ​
ບໍ່ຫຼາຍທໍ່ໃດ ມີ​ວຽກ​ການ​ເຮັດ​ທີ່​ໝັ້ນຄົງ​ແລະ​ມີ​ລາຍ​ໄດ້​ຕາມ​ປົກກະຕິ​ຢູ່​ໃນ​ຫວຽດນາມ.
ພວກ​ຄົນ​ພີ​ການ​ຈຳນວນ​ຫຼວງຫຼາຍ​ແມ່ນ​ຍັງ​ສືບ​ຕໍ່​ຕົກຢູ່​ນອກ​ລະບົບ​ເຮັດ​ວຽກ​ເຮັດ​ການ
ຢ່າງ​ເປັນ​ທາງ​ການ.

ພວກຄົນພິການສ່ວນໃຫຍ່ແມ່ນກາງຕໍ່ຕາໜ່າງຂອງຄອບຄົວ ໃນການຊອກຫາ ວຽກ
ເຮັດງານທຳ. ເກືອບ 33% ຂອງຄອບຄົວຊາວຫວຽດນາມທີ່ມີສະມາຊິກ ໃນຄອບຄົວ
ເປັນຄົນພິການນັ້ນດຳລົງຊີວິດ​ໃນ​ລະດັບ​ທີ່ຕໍ່າກວ່າລະດັບຄວາມທຸກຍາກເມື່ອສົມທຽບ
ໃສ່ພວກຄອບຄົວທີ່ບໍ່ມີສະມາຊິກເປັນຄົນພິການ.

ທ້າວ Nguyen Van Giap ຫວັງ​ວ່າ​ຈະ​ໃຊ້​ປະສົບ​ພະກາ​ນຂອງ​ລາວ​ແລະ​ເທັກ​ໂນ​ໂລ​ຈີ
ໄປ​ເຜີຍ​ແຜ່​ໃຫ້​ພວກ​ຄົນ​ພິການ​ອື່ນໆ​ຢູ່​ໃນ​ເຂດ​ຊົນນະບົດ​. ລາວ​ກ່າວ​ກ່ຽວ​ກັບ​ເລື່ອງ​ນີ້
ວ່າ.

“ຂ້ອຍກໍ​ໄດ້​ເຮັດ​ວຽກ​ ​ກັບ​ຄົນ​ອື່ນໆ​ຈໍານວນ​ນຶ່ງ ທີ່​ໄດ້​ຮຽນ​ມາ​ໃນ​ຫ້ອງ​ດຽວ​ກັບ​
ຂ້ອຍ​ນັ້ນ ​ເພື່ອ​ພັດທະນາ​ກົນ​ໄກ​ອັນ​ນຶ່ງ​ຂຶ້ນ ​ເພື່ອ​ວ່າ​ພວກ​ເຮົາ​ຈະ​ສາມາດ​ສະ
ໜອງຂ່າວ​ຂໍ້ມູນ ​ແພ່​ກະຈາຍຂ່າວ​ຂໍ້​ມູນ​ຫລາຍ​ເທົ່າ​ທີ່ຈະຫລາຍ​ໄດ້​ ສໍາລັບ​
ພວກ​ຄົນ​ພິການ​ແມ່ນ​ແຕ່​ຈາກ​ພວກ​ຂົງ​ເຂດ​ສອກຫລີກ​ຫ່າງ​ໄກ ຂ່າວຂໍ້​ມູນ​
ທັງ​ໝົດ​ທີ່​ຂ້ອຍມີ​ໄວ້​ສໍາລັບ​ເຂົາ​ເຈົ້າ ດັ່ງ​ໂຕ​ຢ່າງ ​ໂອກາດໃນ​ການຫາ​ວຽກ​
ຫາ​ການ​ເຮັດ ຂ່າວ​ຂໍ້​ມູນກ່ຽວ​ກັບ​ການ​ບໍລິການຕ່າງໆ ​ແລະ​ເຮັດ​ແນວ​ໃດ​
ເພື່ອ​ຊ່ວຍໃຫ້​ພວກ​ເຂົາ​ເຈົ້າເອົາ​ຊະນະ​ ຫລືຜ່ານ​ພົ້ນ ຄວາມ​ຫຍຸ້ງຍາກ​
ຕ່າງໆ​ໃນ​ຊີວິດ​ໄປ​ໄດ້. ຂ້ອຍ​ຢາກ​ໃຫ້​ທຸກໆ​ຄົນໂຊກ​ດີ​ ຄື​ກັນກັບ​ຂ້ອຍ ​
ໃຫ້​ເຂົາເຈົ້າຮູ້ຈັກ​ກ່ຽວ​ກັບໂຄງການນີ້ ​ແລະ​ມີ​ໂອກາດໄດ້​ຈົດຊື່​ເຂົ້າ​ຮ່ວມ
ໃນ​ກິດຈະ​ກໍາແບບນີ້.”


ບັນດາ​ອົງການ​ໃຫ້​ຄວາມ​ຊ່ອຍ​ເຫຼືອ​ແກ່ຄົນ​ພິການ​ຂອງ​ຫວຽດນາມ ​ຍັງ​ສືບ​ຕໍ່​ດຳ
ເນີນ​ງານ​ຮ່ວມ​ກັນ​ກັບລັດຖະບານ​ຫວຽດນາມ ຂະນະ​ທີ່​ລັດຖະບານ​ພວມ​ຈັດຕັ້ງ
ປະຕິບັດ​ກົດໝາຍ ວ່າ​ດ້ວຍຄົນ​ພິການ​ແຫ່ງ​ຊາດ.

XS
SM
MD
LG